ຜູ້ນໍາຫວຽດນາມຮຽກຮ້ອງບໍ່ຄວນປະໝາດ ເຊື້ອໂຄວິດ

 ນາຍົກລັດຖະມົນຕີ ສສ ຫວຽດນາມ ຫງວຽນຊວັນ ຟຸກ ຮຽກຮ້ອງໃຫ້ປະຊາຊົນບໍ່ຄວນໄດ້ປະໝາດຕ້ອງມີສະຕິ ແລະປະຕິບັດບັນດາມາດຕະການປ້ອງກັນສະກັດກັ້ນໂລກລະບາດໂຄວິດ– 19 ຢ່າງເຂັ້ມງວດ.

 

ຍອດຜູ້ຕິດເຊື້ອໂຄວິດຢູ່ອິນເດຍຫຼາຍກວ່າ 7 ລ້ານຄົນ

  ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນອິນເດຍເພີ່ມຂຶ້ນຫຼາຍກວ່າ 7 ລ້ານຄົນ ແລ້ວໃນວັນທີ 11 ຕຸລາທີ່ຜ່ານມາກຽມຂຶ້ນເປັນປະເທດທີ່ມີຜູ້ຕິດເຊື້ອໂຄວິດສະສົມແຊງໜ້າອາເມລິກາ.

ຍົນຕໍາກັນກາງອາກາດໃນຝຣັ່ງເສຍຊີວິດ 4 ຄົນ

   ວັນທີ 11 ຕຸລາທີ່ຜ່ານມາເກີດອຸບັດເຫດຍົນໂດຍສານຂະໜາດນ້ອຍ 2 ລໍາຕຳກັນກາງອາກາດ ແລະຕົກລົງສູ່ພື້ນດິນທັງໝົດສອງລໍາໃນຝຣັ່ງເຮັດໃຫ້ຜູ້ທີ່ຢູ່ໃນຍົນທັງ 2 ລໍາ ເສຍຊີວິດ 4 ຄົນ ແລະອີກ 1 ຄົນ ຕົກລົງຈາກຍົນສູນຫາຍຍັງຊອກຫາບໍ່ພົບ.

ນໍ້າຖ້ວມໜັກຢູ່ຫວຽດນາມເສຍຊີວິດ 13 ຄົນ

ໃນຫຼາຍວັນທີ່ຜ່ານມາເກີດເຫດຝົນຕົກໜັກ ແລະນໍ້າຖ້ວມໃນຫຼາຍພື້ນທີ່ຂອງ ສສ ຫວຽດນາມ ໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະເຮັດໃຫ້ມີຜູ້ເສຍຊີວິດແລ້ວ 13 ຄົນ.

ຍີ່ປຸ່ນກຽມທົດລອງວັດຜົນກະທົບຈາກໂຄວິດຕໍ່ເງິນທຶນ

    ຍີ່ປຸ່ນເລັ່ງທົດລອງຄວາມຄຽດຂອງທະນາຄານລາຍໃຫຍ່ເພື່ອວັດຜົນກະທົບຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ- 19 ຕໍ່ເງິນທຶນ

ຟິລິບປິນແອລາຍ ກຽມປົດພະນັກງານເພີ່ມ

 ຟິລິບປິນແອລາຍສາຍການບິນແຫ່ງຊາດຂອງຟິລິບປິນກຽມປົດພະນັກງານປະມານ 1 ໃນ 3 ຂອງພະນັກງານທັງໝົດພາຍໃນທ້າຍປີນີ້ເພື່ອປັບໂຄງສ້າງຮັບມືກັບສະຖານະ ການການແພ່ລະບາດຂອງເຊື້ອພະຍາດໂຄວິດ-19.

 

ອິນເດຍເລັ່ງແຈກວັກຊິນໂຄວິດໃຫ້ປະຊາຊົນ 250 ລ້ານຄົນ

  ລັດຖະມົນຕີກະຊວງສາທາລະນະສຸກອິນເດຍເປີດເຜີຍວ່າລັດຖະບານມີແຜນແຈກວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນປະມານ 250 ລ້ານຄົນ ພາຍໃນເດືອນກໍລະກົດປີ 2021.

ພະນັກງານອາເມຊອນ 19 ພັນກວ່າຄົນຕິດເຊື້ອໂຄວິດ

ອາເມຊອນ ອິງ ບໍລິສັດອີ ຄອມເມີ ລາຍໃຫຍ່ຂອງອາເມລິກາເປີດເຜີຍໃນເມື່ອບໍ່ດົນມານີ້ວ່າພະນັກງານບໍລິການໃນອາເມລິກາຫຼາຍກວ່າ 19 ພັນຄົນຕິດເຊື້ອພະຍາດໂຄວິດ-19 ຄິດເປັນອັດຕາສ່ວນ 1,44% ຂອງພະນັກງານທັງໝົດ.

ອັດຕາການຫວ່າງວຽກຂອງຍີ່ປຸ່ນເພີ່ມຂຶ້ນ 3%

 ອັດຕາການຫວ່າງວຽກຂອງຍີິ່ປຸ່ນເພີ່ມຂຶ້ນ 3% ໃນເດືອນສິງຫາທີ່ຜ່ານມາ ຖືເປັນສະຖິຕິສູງສຸດນັບຕັ້ງແຕ່ໄລຍະກາງປີ 2017 ຊຶ່ງເປັນຜົນມາຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ຕ່າງປະເທດທ່ຽວກຳປູເຈຍຫຼຸດລົງ 76%

 ຖະແຫຼງການຂອງອັງກໍ ເອນເທີໄພສ ຂອງກຳປູເຈຍລະບຸວ່າ ອຸທິຍານບູຮານນະຄະດີອັງກໍ ຫຼື ນະຄອນວັດມີຈໍານວນນັກທ່ອງທ່ຽວຕ່າງປະເທດ 396.241 ຄົນ ໃນໄລຍະ 9 ເດືອນທຳອິດຂອງປີນີ້ ຫຼຸດລົງ 76% ເມື່ອທຽບກັບໄລຍະເວລາດຽວກັນຂອງປີກ່ອນ.