ຫວຽດນາມສົ່ງອອກເຂົ້າເພີ່ມແສນໂຕນ

 ລັດຖະບານຂອງ ສສ ຫວຽດນາມ ເພີ່ມປະລິມານໃນການສົ່ງ ອອກເຂົ້າໃນເດືອນເມສານີ້ຕື່ມອີກ 1 ແສນໂຕນເປັນ 5 ແສນໂຕນ ຫຼັງຈາກໂຈະສົ່ງອອກໃນທ້າຍເດືອນມີນາ ເພາະເປັນຫ່ວງວ່າ ສະບຽງອາຫານ ໃນປະເທດຈະຂາດແຄນທ່າມກາງວິກິດພະຍາດລະບາດໂຄວິດ-19.

ອາເມລິກາອະນຸມັດງົບ 19 ຕື້ໂດລາ ຊ່ວຍຊາວກະສິກອນ

 ທ່ານ ໂດນັລ ທຣຳ ປະທານາ ທິບໍດີຂອງອາເມລິກາອະນຸມັດງົບປະມານ 19 ຕື້ໂດລາສະຫະລັດ ຊ່ວຍເຫຼືອຊາວກະສິກອນ ແລະປະຊາຊົນອາເມລິກາທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໂດຍ ງົບປະມານທັງໝົດຈະແບ່ງເປັນ ເງິນຊ່ວຍເຫຼືອ 16 ຕື້ໂດລາ.

ເສດຖະກິດຝຣັ່ງຈະເຕີບໂຕຫຼຸດລົງ 8%

  ທ່ານ ຟີລິບ ນາຍົກລັດຖະມົນຕີຝຣັ່ງກ່າວວ່າ, ປີນີ້ຝຣັ່ງຈະປະເຊີນໜ້າກັບເສດຖະກິດຊຸດ ໂຊມລົງຢ່າງໜັກໜ່ວງທີ່ສຸດແຕ່ປີ 1945 ເປັນ ຕົ້ນມາຄາດວ່າເສດຖະກິດຈະຫຼຸດລົງ 8%.

ອັງກິດປ້ອງກັນການລະບາດເຊື້ອໂຄວິດ-19 ຮອບສອງ

ເຈົ້າໜ້າທີ່ຂອງ ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີຂອງອັງກິດ ກ່າວໃນວັນທີ 20 ເມສາທີ່ຜ່ານມາວ່າ ອັງກິດຈຳເປັນຕ້ອງ ໃຫ້ແນ່ໃຈກ່ອນວ່າຖ້າຫາກມີການຍົກເລີກ ຫຼື ຫຼຸດຜ່ອນມາດຕະການເວັ້ນໄລຍະຫ່າງທາງສັງຄົມ ແລ້ວຈະບໍ່ນໍາໄປສູ່ການລະບາດຂອງເຊື້ອໄວຣັດໂຄວິດ-19 ຮອບທີ່ສອງ.

ສິງກະໂປພົບຜູ້ຕິດເຊື້ອໂຄວິດ-19 ວັນດຽວ 1.426 ຄົນ

ຄົນເຈັບສະສົມຈາກການ ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນ ສິງກະໂປເພີ່ມເປັນຫຼາຍກວ່າ 8 ພັນຄົນແລ້ວ ໂດຍມີການຢືນຢັນ ຄົນເຈັບໃໝ່ວັນດຽວ 1.426 ຄົນ ເປັນສະຖິຕິລາຍວັນສູງສຸດ.

ຍີ່ປຸ່ນເພີ່ມມາດຕະການກະຕຸ້ນເສດຖະກິດ

ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນປະກາດມາດຕະການກະຕຸ້ນເສດຖະກິດຄັ້ງ ໃໝ່ເພີ່ມຕື່ມອີກຈາກທີ່ເຄີຍປະກາດໄປກ່ອນໜ້ານີ້ ລວມມູນຄ່າເປັນ 177,1 ພັນຕື້ເຢນ ເນື່ອງຈາກການ ແຜ່ລະບາດຂອງພະຍາດໂຄວິດ- 19 ເຮັດໃຫ້ເສດຖະກິດດຍີ່ປຸ່ນ ສ່ຽງເຂົ້າສູ່ພາວະຖົດຖອຍ.

ຫວຽດນາມໄດ້ປຽບດຸນການຄ້າເກືອບ 3,8 ຕື້ໂດລາ

ສສ ຫວຽດນາມ ຫາກໍ່ປະກາດຕົວເລກກ່ຽວກັບການສົ່ງ ອອກ-ນຳເຂົ້າໃນເດືອນມີນາ 2020 ໂດຍລະບຸວ່າ ສາໄດ້ປຽບ ດຸນການຄ້າໃນໄຕມາດ 1 ເກືອບ 3,8 ຕື້້ໂດລາສະຫະລັດ.

ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກ 2,4 ລ້ານຄົນ

  ຕາມເວັບໄຊສະຖິຕິ worl dometers.info ໄລ່ຮອດ 9 ໂມງເຊົ້າຂອງວັນທີ 20 ເມສາ ລະບຸວ່າທົ່ວໂລກໄດ້ມີຜູ້ຕິດເຊື້ອ Covid– 19  ທັງໝົດ 2.406.240 ຄົນ ໃນນັ້ນມີຜູ້ເສຍຊີວິດ 165.004 ຄົນ.

ຫວຽດນາມ ປະດິດຫຸ່ນຍົນຖູພື້ນຂ້າເຊື້ອໂຄວິດ-19

   ໃນຮອບເວລາພຽງແຕ່ 2 ອາທິດກວ່ານັກວິທະຍາສາດ ສສ ຫວຽດນາມ ໄດ້ປະດິດຫຸ່ນຍົນຖູພື້ນຂ້າເຊື້ອປ້ອງກັນພະຍາດໂຄວິດ-19 ໄດ້ສຳເລັດ.

 

ອາຟຣິກາອາດກາຍເປັນສູນກາງພະຍາດໂຄວິດ-19 ແຫ່ງໃໝ່

  ອົງການອະນາໄມໂລກ (WHO) ມີຄວາມກັງວົນວ່າທະວີບອາຟຣິກາມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫຼາຍກວ່າ1.000 ຄົນ ຊຶ່ງຈະກາຍເປັນສູນກາງການແຜ່ລະ ບາດແຫ່ງໃໝ່.