ເຢຍລະມັນ-ຝຣັ່ງ ສະເໜີຕັ້ງກອງທຶນ 5 ຮ້ອຍຕື້ເອີໂຣ

ຜູ້ນໍາເຢຍລະມັນ ແລະຝຣັ່ງ ສະເໜີຕັ້ງກອງທຶນ 5 ຮ້ອຍຕື້ເອີໂຣ ເພື່ອຊ່ວຍຟື້ນຟູສະຫະພາບເອີຣົບ ຈາກວິກິດການແຜ່ລະບາດຂອງ ເຊື້ອພະຍາດໂຄວິດ-19.

ຫວຽດນາມຊຸກຍູ້ທ່ອງທ່ຽວພາຍໃນປະເທດ

   ທຸລະກິດການທ່ອງທ່ຽວໃນ ສສ ຫວຽດນາມ ຫຼຸດລາຄາລົງຄັ້ງໃຫຍ່ຫວັງຈູງໃຈນັກທ່ອງທ່ຽວພາຍໃນປະເທດເພື່ອຟື້ນຟູການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຢ່າງໜັກຈາກພະຍາດໂຄວິດ-19 ເນື່ອງຈາກນັກທ່ອງທ່ຽວຕ່າງປະເທດຫຼຸດລົງ.

 

ເສດຖະກິດກຸ່ມປະເທດອາຊຽນລໍຕົວ

ການເຕີບໂຕຂອງເສດຖະກິດໃນກຸ່ມປະເທດອາຊຽນລໍຕົວລົງໃນໄລຍະໂຕມາດ 1 ຂອງປີນີ້ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງ ເຊື້ອພະຍາດໂຄວິດ-19 ກະທົບຕໍ່ການທ່ອງທ່ຽວ ແລະຂະແໜງການຜະລິດຢ່າງໜັັກ.

ຜູ້ນໍາຈີນໃຫ້ຄຳໝັ້ນຈະໃຫ້ວັກແຊງເຂົ້າເຖິງທົ່ວໂລກ

ຜູ້ນໍາສປ ຈີນກ່າວໃນກອງປະຊຸມອອນລາຍຄັ້ງທຳອິດຂອງອົງການອະນາໄມໂລກໃນວັນທີ 18ພຶດສະພາຜ່ານມາ ໂດຍໃຫ້ຄຳໝັ້ນຈະເປີດໂອກາດໃຫ້ປະເທດອື່ນໆເຂົ້າເຖິງວັກແຊງ.

ຂ່າວດີ! ການທົດລອງວັກແຊງໂຄວິດຄືບໜ້າ

ຜົນການທົດລອງວັກແຊງຕ້ານເຊື້ອພະຍາດໂຄວິດ-19ຂອງບໍລິສັດ ໂມເດີນາ ໃນຂັ້ນຕົ້ນຊີ້ວ່າ ຜູ້ຮັບວັກແຊງມີຄວາມປອດໄພ ແລະສ້າງພູມຕ້ານທານໄວຣັັສຊະນິດນີ້ໃນລະດັບທີ່ເທົ່າຫຼືຫຼາຍກວ່າທີ່ກວດພົບໃນກໍລະນີຂອງຄົນເຈັບໂຄວິດທີ່ຫາຍດີແລ້ວ.

ຄົນຫັນມາຂີ່ລົດຖີບໄຟຟ້າເຮັດໃຫ້ຍອດຂາຍເພີ່ມຂຶ້ນ

ຍອດຂາຍລົດຖີບໄຟຟ້າເພີ່ມສູງຂຶ້ນ ຫຼັງຈາກຫຼາຍປະເທດເລີມຜ່ອນຄາຍປີດປະເທດ ເພາະລົດຖີບລາຄາບໍ່ແພງ ຕອບໂຈດການສ້າງໄລຍະຫ່າງທາງສັງຄົມ, ສະດວກວ່ອງໄວ ແລະບໍ່ສ້າງມົນລະພິິດ.

ຝຣັ່ງກຽມນໍາເຂົ້າຜ້າປິດປາກຈາກຫວຽດນາມ

 ຝຣັ່ງກຽມນໍາເຂົ້າຜ້າປິດປາກຈາກສສ ຫວຽດນາມ ຫຼາຍຕື້ອັນ ເພື່ອແຈກຍາຍໃຫ້ການສຶກສາ, ເຈົ້າໜ້າທີ່ຕຳຫຼວດ, ພະນັກງານລັດຖະກອນທີ່ກັບມາປະຕິບັດໜ້າທີ່ເຕັມຮູບແບບ ຄາດວ່າ ຈະໃຊ້ຫຼາຍເຖິງ 250 ລ້ານອັນຕໍ່ເດືອນ.

ບຣາຊິນມີບົດບາດດ້ານປະລິມານ-ລາຄານໍ້າຕານໂລກ

 ຜູ້ຜະລິດນໍ້າຕານໂລກຈັບຕາເບີ່ງບຣາຊິນ ຕົວປ່ຽນສຳຄັນທີ່ມີບົດບາດກັບຕະຫຼາດນໍ້າຕານໃນຂະນະນີ້ ທັງໃນດ້ານປະລິມານນໍ້າຕານທີ່ເປັນຜູ້ຜະລິດ ແລະສົ່ງອອກລາຍໃຫຍ່ຂອງໂລກ ລວມທັງຜູ້ມີບົດບາດໃນການກຳນົດລາຄາໃນຕະຫຼາດໂລກໃນໄລຍະການແຜ່ລະບາດຂອງເຊື້ອໂຄວິດ-19.

ມຽນມາຢຶດເຟນທານິນຈຳນວນມະຫາສານ

  1. ຕຳຫຼວດມຽນມາຢຶດຢາເຟນທານິນຊະນິດນໍ້າປະລິມານມະຫາສານ ໃນລັດສານ ທາງພາກຕາເວັນອອກສຽງເໜືອຂອງປະເທດ ຊຶ່ງນັບເປັນຄັ້ງທຳອິດທີ່ພົບສານເສບຕິດອັນຕະລາຍຊະນິດນີ້.

ໂບອີ້ງ ຖືກຍົກເລີກສັ່ງຊື້ເດືອນດຽວ 108 ລຳ

ວິກິດພະຍາດລະບາດ ໂຄວິດ-19 ສົ່ງຜົນກະທົບຢ່າງໜັກຕໍ່ອຸດສາຫະກຳການບິນໂລກ ໂດຍສະເພາະຜູ້ຜະລິດເຮືອບິນແຫ່ງໃຫຍ່ຂອງ ໂລກຈາກອາເມລິກາກໍ່ຄືບໍລິສັດໂບອີ້ງຖືກຍົກເລີກການສັ່ງຊື້ເຮືອບິນ 737 ແມັກຈຳນວນ 108 ລຳເມື່ອເດືອນເມສາຜ່ານມາ.