ຈີນ ສະແດງຈຸດຢືນແກ້ບັນຫາ ຣັສເຊຍ-ຢູເຄຣນ ດ້ວຍແນວທາງການທູດ

ສປ ຈີນ ຍິນດີ ແລະ ສະໜັບສະໜູນທຸກຄວາມພະຍາຍາມຂອງແນວທາງການທູດ, ພ້ອມຮຽກຮ້ອງທຸກຝ່າຍທີ່ກ່ຽວຂ້ອງເດີນໜ້າການເຈລະຈາ ແລະ ຫາລືລວມເຖິງສະແຫວງຫາແນວທາງທີ່ສົມເຫດສົມຜົນເພື່ອຈັດການກັບຂໍ້ກັງວົນຂອງກັນແລະກັນ, ບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບເຊິ່ງກັນແລະກັນ.

ພົບແລ້ວກວ່າ 100 ສົບຈາກເຫດດິນເຈື່ອນເພາະຝົນຕົກໜັກທີ່ບຣາຊິລ

ຈຳນວນຜູ້ເສຍຊີວິດຈາກດິນເຈື່ອນເພາະຝົນຕົກໜັກໃນພື້ນທີ່ທາງຕາເວັນອອກຂອງປະເທດເພີ່ມເປັນຫຼາຍກວ່າ 100 ສົບຊຶ່ງນັບເປັນເຫດທໍລະນີວິບັດໜັກໜ່ວງທີ່ສຸດໃນຮອບ ສະຕະວັດຂອງບຣາຊິລ.

ມົນລະພິດ ພາກຊີວິດມະນຸດໄປປີລະ 9 ລ້ານ

ຂໍ້ມູນຂອງໜ່ວຍງານດ້ານສິ່ງແວດລ້ອມແຫ່ງສະຫະຊາຊາດ, ລະບຸວ່າ: ປະຊາກອນໂລກເສຍຊີວິດຈາກມົນລະພິດປະມານປີລະ 9 ລ້ານລາຍດັ່ງນັ້ນ UNEP ຈິ່ງຮຽກຮ້ອງໃຫ້ທຸກຝ່າຍຍົກລະດັບຄວາມພະຍາຍາມເພື່ອບັນເທົາຄວາມຮຸນແຮງຂອງວິກິດນີ້.

ພິດໂລກຮ້ອນ ສ້າງຄວາມແຫ້ງແລ້ງຮຸນແຮງໃນອະເມຣິກາ ຊີກແປຊີຟິກ

ນີ້ແມ່ນປາກົດການດ້ານລົບອັນເກີດຈາກຜົນກະທົບຂອງພາວະໂລກຮ້ອນ,ຊຶ່ງເຮັດໃຫ້ປະລິມານນໍ້າທະວີບອະເມຣິກາເໜືອຝັ່ງມະຫາສະໝຸດແປຊິຟິກ,

ຕິດເຊື້ອໂຄວິດ-19 ທົ່ວໂລກຫຼຸດລົງ ແຕ່ຕົວເລກການຕາຍຄົງທີ່

ຈຳນວນຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ໃນທົ່ວໂລກເມື່ອສັບປະດາຜ່ານມາ ມີປະມານ 16 ລ້ານຄົ, ຊຶ່ງຫຼຸດລົງປະມານ 19%. ຂະນະທີ່ຈໍານວນຜູ້ເສຍຊີວິດຍັງຄົງຢູ່ໃນລະດັບຄົງທີ່ປະມານ 75 ພັນລາຍ.

 

ຕິດໂຄວິດລາຍວັນ ດັນສະຖິຕິໃໝ່ໃນອິນໂດນີເຊຍສູງສຸດເປັນປະຫວັດການ

ອິນໂດນີເຊຍ ພົບຜູ້ຕິດເຊື້ອໃນທົ່ວປະເທດຫຼາຍກວ່າ 57 ພັນຄົນ, ຊຶ່ງເປັນຕົວເລກຕິເຊື້ອໃໝ່ໃນໄລຍະ 24 ຊົ່ວໂມງ ທີ່ນັບມາເຖິງວັນທີ 15 ກຸມພາ 2022, ສະຖິຕິດັ່ງກ່າວຖືເປັນການຕິດເຊື້ອລາຍວັນສູງສຸດຕັ້ງແຕ່ເກີດການລະບາດຢູ່ໃນປະເທດ.

ໂຄອາລາ ເຫຼືອບໍ່ເຖິງ1 ແສນໂຕ ມີຊື່ໂພ່ບັນຊີສັດໃກ້ສູນພັນ

ລັດຖະບານອອສເຕຣເລຍ, ຂຶ້ນບັນຊີ ໂຄອາລາ ທົ່ວພູມີພາກແຄມຝັ່ງຕາເວັນອອກຂອງປະເທດ ເປັນ ສັດໃກ້ສູນພັນ ຢ່າງເປັນທາງການແລ້ວ.

ສ.ເກົາຫຼີ ສັກວັຄຊີນເຂັມ 4 ໃຫ້ປະຊາກອນກຸ່ມສ່ຽງ

ໜ່ວຍງານດ້ານສາທາລະນະສຸກຂອງ .ເກົາຫຼີ, ໄດ້ເລີ່ມສັກວັຄຊີນໂຄວິດ-19 ເຂັມທີ 4ຫຼື ເຂັມກະຕຸ້ນທີສອງໃຫ້ປະຊາກອນອາຍຸສູງ ແລະຜູ້ມີບັນຫາລະບົບພູມຄຸ້ມກັນ; ແຕ່ນອກເໜືອຈາກກຸ່ມຄົນເຫຼົານັ້ນ, ແມ່ນຍັງບໍ່ທັນແນະນຳໃຫ້ບູສເຕີຣ໌ເຂັມທີ 2 ເທື່ອ.

ມື້ອື່ນ ຫວຽດນາມ ຍົກເລີກມາດຕະການຈຳກັດຖ້ຽວບິນ

ເລີ່ມແຕ່ວັນທີ 15 ກຸມພາ 2022 ເປັນຕົ້ນໄປ, ສສ ຫວຽດນາມ ຈະຍົກເລີກມາດຕະການຈຳກັດຈຳນວນຖ້ຽວບິນ ເຂົ້າ-ອອກ ລະຫວ່າງປະເທດຂອງສາຍການບິນທຸກແຫ່ງ.

ປ່ວຍລາຍວັນກວ່າ 50 ພັນຄົນ ຍູ້ສະຖິຕິຕິດເຊື້ອໃໝ່ສູງສຸດໃນ ສ.ເກົາຫຼີ

ຜູ້ປ່ວຍໂຄວິດ-19ໃນ ສ.ເກົາຫຼີ ພຸ່ງເປັນສະຖິຕິໃໝ່ຫຼາຍກວ່າ 50 ພັນຄົນ ຕໍ່ວັນ, ທ່າມກາງການລະບາດຢ່າງໄວວາຂອງເຊື້ອ ”ໂອມິຄຣອນ” ຂະນະທີ່ຜູ້ຕິດເຊື້ອໃໝ່ທີ່ບໍ່ສະແດງອາການ ແລະສະແດງອາການແບບໜ້ອຍ, ກໍມີຕົວເລກຫຼາຍກວ່າ 1,7 ແສນຄົນ ທີ່ພາກັນປິ່ນປົວຕົນເອງຢູ່ເຮືອນ.