ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ

ເນື່ອງໃນໂອກາດການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ຄົບຮອບ 1 ປີ ໃກ້ມາເຖິງນີ້, ສະມາຄົມນັກປະພັນລາວ ແລະ ສະຖານີວິທະຍຸໂທລະພາບສູນກາງຈີນ ປະຈຳ ສປປ ລາວ ໄດ້ຈັດງານຖະແຫຼງຂ່າວໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ

ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 4 ຄົບຮອບ 40 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 4 ຄົບຮອບ 40 ປີ ( 7 ພະຈິກ 1982-7 ພະຈິກ 2022) ຈັດຂຶ້ນຢ່າງເປັນທາງການ ແລະຄຶກຄື້ນໃນວັນທີ 7 ພະຈິກ 2022 ຢູ່ທີ່ສະໜາມກິລາກອງພົນທີ 4 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ

ທູດລາວ ປະຈຳ ສສ ຫວຽດນາມຢ້ຽມຢາມ ແລະເຮັດວຽກຢູ່ ແຂວງນິງບິ່ງ

ໃນວັນທີ 7 ພະຈິກ 2022 ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ 

ໄວໜຸ່ມ ຜູ້ຂັບເຄື່ອນການພັດທະນາເເບບຍືນຍົງ

ໃນວັນທີ 8 ພະຈິກ 2022 ທີ່ນະຄອນຫຼວງວຽງຈັນ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ເເລະ ກະຊວງເເຜນການ ເເລະການລົງທຶນ ໄດ້ເປີດຕົວບົດລາຍງານການພັດທະນາມະນຸດເເຫ່ງຊາດ (NHDR) ຊຶ່ງໄດ້ສຸມໃສ່ກ່ຽວກັບ “ໄວໜຸ່ມຜູ້ຂັບເຄື່ອນການພັດທະນາທີ່ຍືນຍົງ”.

 

ບໍລິສັດ ມະຫາທຶນ ເຊົ່າສິນເຊື່ອ ຈັບມືກັບຮ້ານຄໍາພູວົງ ຈັດໂຄງການ “ຜ່ອນຄໍາ”

ບໍລິສັດ ມະຫາທຶນ ເຊົ່າສິນເຊື່ອ ມະຫາຊົນ ຜູ້ໃຫ້ບໍລິການເຊົ່າສິນເຊື່ອໄດ້ຈັດພິທີລົງນາມການຮ່ວມມືທາງທຸລະກິດເຊົ່າສິນເຊື່ອຜ່ອນຊື້ຄໍາ ຈາກ “ຮ້ານຄໍາພູວົງ” ຜູ້ປະກອບການຮ້ານຊື້-ຂາຍຄໍາລາຍໃຫຍ່ ໃນ ສປປ ລາວ ໃນວັນທີ 7 ພະຈິກນີ້ ທີ່ໂຮງແຮມຄຣາວພລາຊານະຄອນຫຼວງວຽງຈັນ.

ອົງການກາແດງແຫ່ງຊາດລາວ ແລະສະພາກາຊາດໄທ ປຶກສາຫາລືວຽກງານມະນຸດສະທຳ.

ໃນລະຫວ່າງວັນທີ 3-4 ພະຈິກທີ່ຜ່ານມາອົງການກາແດງແຫ່ງຊາດລາວ ແລະສະພາກາຊາດໄທ ຈັດກອງປະຊຸມຖອດຖອນບົດຮຽນ ແລະຕີລາຄາຄືນຜົນການຮ່ວມມືດ້ານວຽກງານມະນຸດສະທຳ ຄັ້ງທີ 3 ເຊິ່ງຄັ້ງທີ່1 ຈັດຂຶ້ນທີ່ ໜອງຄາຍ ປະເທດໄທ ປີ 2016 ,

ສ້າງເວທີຮ່ວມມືດ້ານການຄ້າ ໃຫ້ນະຄອນຊຽງໄຮ້ເປັນຈຸດສູນກາງຮັບໃຊ້ ໜຶ່ງແລວ-ໜຶ່ງເສັ້ນທາງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານການຄ້າ ແລະເສດຖະກິດລະຫວ່າງ ກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະການຄ້າ (ອຄ) ແຫ່ງ ສປປ ລາວ

ສະຫຼຸບການເຄື່ອນໄຫວວຽກງານກວດກາ ຂອງກະຊວງການຕ່າງປະເທດ ປະຈຳປີ 2021, 2022

ໃນວັນທີ 7 ພະຈິກ 2022 ທີ່ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາຂອງກະຊວງການຕ່າງປະເທດ ປະຈຳປີ 2021,

ເຊັນສັນຍາສຳຫລວດແຮ່ທາດຢູ່ແຂວງຫົວພັນ

ວັນທີ 2 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມຂອງກະຊວງແຜນການ ແລະການລົງທືນໄດ້ມີພິທີເຊັນສັນຍາສຳຫລວດ ແຮ່ທອງແດງ ແຮ່ຄຳ ແຮ່ເງີນ ແຮ່ເຫຼັກ ແລະແຮ່ສັ່ງກະສີ ແຂວງຫົວພັນໃນເນື້ອທີ່ 34,36 ກມ 2 ລະຫວ່າງ ລັດຖະບານແຫ່ງ ສປປລາວ

ກອງປະຊຸມປະຈຳປີ ຂອງຄະນະເລຂາທິການສະພາແຫ່ງຊາດ

(ສພຊ) ກອງປະຊຸມປະຈຳປີຂອງຄະນະເລຂາທິການສະພາແຫ່ງຊາດຮ່ວມກັບອົງການຈັດຕັ້ງພາຍໃນສະພາແຫ່ງຊາດ ແລະ ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ຈັດຂຶ້ນທີ່ຫໍສະພາແຫ່ງຊາດ ໃນວັນທີ 7 ພະຈິກ 2022