ຈຳປາສັກມີຜູ້ຕິດເຊື້ອໄຂ້ຍຸງ 8 ຮ້ອຍກວ່າຄົນ

ເມື່ອບໍ່ດົນມານີ້ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈໍາປາສັກ ປະທານຄະນະກໍາມະສະກັດກັ້ນພະຍາດຕິດຕໍ່ຂັ້ນແຂວງໄດ້ເຄື່ອນໄຫວຊີ້ນຳແພດໝໍເອົາໃຈໃສ່ຕິດຕາມ, ປິ່ນປົວຄົນເຈັບທ່ີມາປິ່ນປົວຢູ່ໂຮງໝໍແຂວງໂດຍສະເພາະໃນປະຈຸບັນພະຍາດໄຂ້ຍຸງລາຍກຳລັງລະບາດ ແລະຕິດຕາມການປິ່ນປົວ,

ປະເມີນໂຄງການດ້ານວິຊາການລະບົບຈັດຫາງານຢູ່ລາວ

 ກະຊວງແຮງງານ ແລະ ສະຫວັດດີການສັງຄົມຮ່ວມກັບທະນາຄານພັດທະນາອາຊີ ADB ໄດ້ຈັດກອງປະຊຸມຜ່ານບົດປະເມີນໂຄງການເສີມສ້າງຄວາມອາດສາ ມາດທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານຢູ່ລາວເພື່ອກໍານົດຜົນໄດ້ຮັບຂອງໂຄງການທັງໄລຍະສັ້ນ ແລະໄລຍະຍາວ,

ສິນຄ້າເຂົ້າ-ອອກຜ່ານດ່ານສາກົນບໍ່ແຕນຄຶກຄັກ 4 ເດືອນສ້າງລາຍຮັບໃຫ້ລັດ 83 ຕື້ກີບ

ບັນຍາກາດການນໍາເຂົ້າ-ສົ່ງອອກສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ ແລະອື່ນໆທີ່ຜ່ານດ່ານພາສີສາກົນບໍ່ເຕັນແຂວງຫຼວງນໍ້າທາຄຶກຄື້ນກວ່າປີຜ່ານມາໃນ 4 ເດືອນຕົ້ນປີ 2019 (ມັງກອນ-ເມສາ)

9 ເອກະສານສຳຄັນ ຍົກມາຫາລືໃນກອງປະຊຸມລັດຖະບານປະຈຳເດືອນພຶດສະພາ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນພຶດສະພາ 2019 ໄດ້ ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະ ບານເຂົ້າຮ່ວມ.

ບົວລະພາ ທຳລາຍຂອງກາງຫຼາຍລາຍການ

ວັນທີ 17 ພຶດສະພາຜ່ານມາ ທີ່ເດີ່ນສະໂມສອນເມືອງບົວລະພາ ແຂວງຄຳມ່ວນ ກອງບັນຊາການ ປກສ ເມືອງ ໄດ້ຈັດພິທີທຳລາຍຂອງກາງເພື່ອແກ້ໄຂປະກົດ ການຫຍໍ້ທໍ້ ປີ 2019 ຂຶ້ນ 

ບໍລິຄຳໄຊ ສັ່ງໃຫ້ໂຮງງານແຮ່ມແກ້ບັນຫານໍ້າເປື້ອນສຳເລັດເດືອນນີ້

 ຈາກກການສະເໜີຂ່າວອອກໄປຂອງໜັງສືພິມເສດຖະກິດ-ສັງຄົມໃນສະບັບທີ່ຜ່ານມາກ່ຽວກັບສາເຫດຂອງການປ່ອຍສິ່ງເສດເຫຼືອພາໃຫ້ນໍ້າເປື້ອນໄຫຼລົງສູ່ແຫຼ່ງນໍ້າທຳມະຊາດ ແລະສົ່ງກິ່ນເໝັນໃຫ້ກັບປະຊາຊົນຕໍ່ກັບເຫດການຄັ້ງນີ້, ແຂວງບໍລິຄຳໄຊ ກໍໄດ້ມີການຈັດກອງປະຊຸມປຶກສາຫາລືໃນວັນທີ 20 ພຶດສະພາ 2019 ຜ່ານມາ,

ເຊກອງ ກວດຢືດລົດຂົນໄມ້ລຽບຊາຍແດນ 15 ຄັນ ບໍລິມາດຫຼາຍພັນແມັດກ້ອນ

   ຜ່ານການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະກວດກາລັດແຂວງເຊກອງບວກກັບຄວາມເປັນເຈົ້າການຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມຮາກ ຖານໄດ້ເອົາໃຈໃສ່ສຸມສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຈົນສາມາດຍາດໄດ້ຜົນງານທີ່ເດັ່ນຫຼາຍດ້ານໜື່ງໃນນັ້ນກໍແມ່ນການແກ້ໄຂບັນຫາໄມ້ລຽບຕາມຊາຍແດນແຂວງເຊກອງ ສປປ ລາວ ແລະ ແຂວງກວາງນາມ ສສ ຫວຽດນາມ.

ຜູ້ວ່າ ທຫລ ເນັ້ນທະນາຄານທຸລະກິດເອົາໃຈໃສ່ຫຼາຍບັນຫາ

 ກອງປະຊຸມພົບປະລະຫວ່າງກົມຄຸ້ມຄອງທະນາຄານທຸລະກິດທະນາຄານແຫ່ງ ສປປ ລາວ (ທຫລ) ແລະທະນາຄານທຸລະກິດປະຈຳປີ 2018 ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ 

ຍົກຄວາມຮູ້ລະບົບຊຳລະສະສາງໃຫ້ທະນາຄານທຸລະກິດ

ເພື່ອເປັນການພັດທະນາການຄຸ້ມຄອງທະນາຄານທຸລະກິດໃນຍຸກການປະຕິບັດອຸດສາຫະກໍາ 4,0 ແລະສອດຄ່ອງກັບແຜນສ້າງຄວາມເຂັ້ມແຂງແກ່ຂົງເຂດການພັດທະນາທະນາຄານທຸລະກິດໃນ ສປປ ລາວ ໃຫ້ທັນຕໍ່ຄວາມຕ້ອງການຂອງລູກຄ້າ ແລະ ຮັບຮອງກັບສິ່ງທ້າທາຍໃນລະບົບຊໍາລະສະສາງຂ້າມແດນໃຫ້ມີຄວາມປອດໄພໂດຍອີງຕາມຜົນເກັບກໍາຂໍ້ມູນໃນປີ 2018 

ລັດກຳນົດສວນກ້ວຍໃນລາວຕ້ອງໄດ້ມາດຖານກະສິກຳສະອາດເທົ່ານັ້ນ ສະເພາະຢູ່ ນວ ຢຸດປູກໃໝ່

ລັດຖະບານກໍຄືກະຊວງກະສິກຳ ແລະປ່າໄມ້ລະບຸວ່າ ທຸກໂຄງການສວນກ້ວຍໃນລາວຕ້ອງດຳເນີນການໃຫ້ໄດ້ຕາມມາດຕະຖານກະສິກຳສະອາດເທົ່ານັ້ນຈື່ງຈະອະນຸ ຍາດດຳເນີນການໄດ້ຂະນະທີ່ຢູ່ນະຄອນຫຼວງວຽງຈັນ ແມ່ນໃຫ້ຢຸດສຳລັບການຂະຫຍາຍເນື້ອທີ່ປູກກ້ວຍໃໝ່.