ຊາວເມືອງນາຊາຍທອງ ບໍ່ຕ້ອງການສວນກ້ວຍຮຽກຮ້ອງລັດຊ່ວຍແກ້ໄຂ

ເນື່ອງຈາກໃນຊຸມປີຜ່ານມາຫຼາຍແຂວງໃນຂອບເຂດທົ່ວປະເທດໂດຍສະເພາະບັນດາແຂວງທາງພາກເໜືອຂອງລາວໄດ້ຢຸດຕິອະນຸຍາດໃຫ້ເອກະຊົນທັງພາຍໃນ ແລະຕ່າງປະເທດດຳເນີນໂຄງການປູກກ້ວຍອັນເນື່ອງມາຈາກໃຊ້ສານເຄມີ ຫຼື ຢາໃນການບຳລຸງຮັກສາ ແລະປາບສັດຕູພືດຢູ່ໃນລະດັບສູງເກີນໄປອັນໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ

ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ

 ໃນວັນທີ 26 ເມສາ 2019 ໄດ້ມີພິທີເປີດສູນກວດກາແຮງງານພາຍໃນ ແລະຕ່າງປະເທດຂຶ້ນ, ພາຍໃຕ້ການເຂົ້າຮ່ວມ ແລະຕັດແຖບຜ້າຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາ ທ່ານ ຮສ.ດຣ ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະຟື້ນຟູໜ້າທີ່ການຈາກກະຊວງສາທາລະນະສຸກ,

ສຳມະນາການນຳໃຊ້ພາສາລາວ ແລະ ການຄຸ້ມຄອງສື່ສັງຄົມອອນລາຍ

 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມກ່ຽວກັບການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2 ຂຶ້ນໃນລະຫວ່າງວັນທີ 29-30 ເມສາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ລັດຖະ ມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີໂຄສົກລັດຖະບານ,

ມອບທຶນສົ່ງເສີມລ້ຽງສັດ ແລະ ຜະລິດເຂົ້າໜົມແປ້ງມັນຕົ້ນໃຫ້ 3 ແຂວງ

ໃນວັນທີ 26 ເມສາ 2019 ທີ່ ກະຊວງແຮງງານ ແລະສະຫວັດດີການໄດ້ມີພິທີມອບ-ຮັບທຶນຈຳນວນ 790,8 ລ້ານກີບ ໃຫ້ກັບ 3 ແຂວງ ຊຶ່ງເຂົ້າຮ່ວມມີທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ), ທ່ານ ຕະຄາ ຮິໂຣ ຊຸເອະນະກະເລຂາໂທສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ, ຕາງໜ້າກະຊວງມອບໂດຍທ່ານ ວົງຄຳ ພັນທະນຸວົງ ຮອງຫົວໜ້າກົມສັງຄົມສົງເຄາະ

ມອບ-ຮັບໜ້າທີ່ຫົວໜ້າກອງຄຸ້ມຄອງພາສີ 1

ບໍ່ດົນຜ່ານມານີ້ພະແນກການເງິນແຂວງຫຼວງນໍ້າທາໄດ້ຈັດພິທີມອບ-ຮັບໜ້າ ທີ່ຫົວໜ້າກອງຄຸ້ມຄອງພາສີ 1 ລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ທີ່ແຂວງຫຼວງນໍ້າທາ ໂດຍມີທ່ານ ອ່ອນຈັນ ຄໍາພາວົງ ຫົວໜ້າພະແນກການເງິນແຂວງຕະຫຼອດຮອດຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານພາສີເຂົ້າຮ່ວມເປັນສັກຂີພິຍານ.

ໜຶ່ງແລວ ໜຶ່ງເສັ້ນທາງ ສອດຄ່ອງນະໂຍບາຍລາວ ພ້ອມຢືນຢັນຈະສືບຕໍ່ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນ

  ທ່ານ ບຸນຍັງ ວໍລະຈິດ ປະທານປະເທດກ່າວວ່າຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງແມ່ນສອດຄ່ອງກັບນະໂຍບາຍການຫັນປະເທດຈາກບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດລັດຖະບານລາວຈຶ່ງໄດ້ສະໜັບສະໜູນ ແລະປະກອບສ່ວນຢ່າງຕັ້ງໜ້າໃນການເຂົ້າຮ່ວມຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວໃນນີ້ກໍ່ແມ່ນໂຄງການຮ່ວມມືລົດໄຟຄວາມໄວສູງລາວ-ຈີນ

3 ປີ ວນລ ມອບພັນທະແກ່ລັດ 1,7 ຕື້ກີບ

ວັນທີ 24 ເມສາ ທີ່ນະຄອນຫຼວງ ວຽງຈັນລັດວິສາຫະກິດນໍ້າມັນເຊື້ອໄຟ ລາວ (ລນລ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະໜ່ວຍພັກ ພາຍໃຕ້ ການເປັນປະທານຂອງ ທ່ານ ບຸນຍົງ ພົນ ພັກດີ ເລຂາໜ່ວຍພັກ ລນລ ແລະເຂົ້າ ຮ່ວມມີ ທ່ານ ອະນຸສິນ ພົນເສນາ ຮອງ ເລຂາຄະນະພັກຮາກຖານລນລ,

ດ່ານສາກົນວັງເຕົ່າເອົາໃຈໃສ່ຕໍ່ວຽກງານຄວາມສະຫງົບຮອບດ້ານ

ຕະຫຼອດໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວຜ່ານມາດ່ານສາກົນວັງເຕົ່າເມືອງໂພນທອງ ແຂວງຈໍາປາສັກ ໄດ້ເຂັ້ມງວດ ແລະເອົາໃຈໃສຢ່າງຈິງຈັງຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບພາຍໃນຂົງເຂດຄວາມຮັບຜິດຊອບ ຊຶ່ງສາມາດຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະມີຄວາມສະຫງົບປອດໄພຮອບດ້ານ.

ປີນີ້ລາວສົ່ງອອກສິນຄ້າກະສິກຳບັນລຸແລ້ວເກືອບ 60 ຕື້ກີບ

ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າແມ່ນວຽກໜຶ່ງທີ່ລັດຖະບານເອົາໃຈໃສ່ໂດຍອີງໃສ່ທ່າແຮງທີ່ມີຢູ່ພາຍໃນປະເທດ, ຊຶ່ງຫຼ້າສຸດຂໍ້ມູນຈາກກະຊວງກະສິກຳ ແລະປ່າໄມ້ ເຜີຍວ່າຍອດຕົວເລກການສົ່ງອອກຮອດເດືອນເມສາມີທັງໝົດ 20 ພັນກວ່າໂຕນ ຄິດເປັນມູນຄ່າເກືອບ 60 ຕື້ກີບ, ໂດຍສິນຄ້າຫຼັກທີ່ສົ່ງອອກຍັງ ແມ່ນກາເຟ, ໝາກກ້ວຍ ແລະມັນຕົ້ນ.

ມອບເຮືອນພັກຊົ່ວຄາວ 450 ຫຼັງ ໃຫ້ຜູ້ປະສົບໄພເມືອງສະໝາມໄຊ

  ໃນວັນທີ 12 ເມສາ 2019 ໄດ້ຈັດພິທີມອບ-ຮັບເຮືອນພັກຊົ່ວຄາວຈຳນວນ 450 ຈາກບໍລິສັດ ທີເຄ ໂຊຊິງ ຈຳກັດ ໃຫ້ແກ່ປະຊາຊົນຜູ້ປະສົບໄພຈາກຄູກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ, ເຂົ້າຮ່ວມມີ ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື, ມີທ່ານ ຄຳຜາຍ ຈັນສີສະໝຸດ ປະທານທີ່ປຶກ ສາບໍລິສັດ ທີເຄ ໂຊຊິງ ຈຳກັດ, ມີບັນດາທ່ານໃນຄະນະນຳຂອງແຂວງ ແລະເມືອງພ້ອມດ້ວຍປະຊາຊົນເຂົ້າຮ່ວມ.