ເປີດໃຊ້ອາຄານໃໝ່ ສພຂ ຜົ້ງສາລີ ມີມູນຄ່າກໍ່ສ້າງ 40,5 ຕື້ກີບ

ຂ່າວ: ສົມຄິດ

 ໂຄງການກໍ່ສ້າງຕຶກອາຄານຫຼັງ ໃໝ່ຂອງສະພາປະຊາຊົນ ແຂວງຜົ້ງສາລີ ຊຶ່ງໄດ້ເລີ່ມລົງມືກໍ່ ສ້າງມາແຕ່ປີ 2014 ເປັນຕົ້ນມາ, ຮອດປີ 2018 ຈິ່ງໄດ້ສຳເລັດ 100% ລວມມູນຄ່າທັງໝົດ 40,5 ຕື້ກີບ ແລະ ໃນວັນທີ 4 ມັງກອນ 2019 ກໍໄດ້ຈັດພິທີມອບ-ຮັບຕຶກອາຄານດັ່ງ ກ່າວພ້ອມທັງເປີດນໍາໃຊ້ຢ່າງເປັນທາງການ

ເກົາຫຼີ ມອບເຂົ້າ 1 ພັນໂຕນໃຫ້ແກ່ລາວ

ຂ່າວ: ພິມພອນ 

   ວັນທີ 4 ມັງກອນ 2019, ທີ່ ສາງກະຊວງແຮງງານ ແລະສະຫວັດດີການສັງຄົມ (ຫຼັກ 17), ນະຄອນຫຼວງວຽງຈັນໄດ້ມີພິທີມອບ-ຮັບເຂົ້າ ສານຈຳ ນວນ 1 ພັນໂຕນ ຈາກຄັງແຮອາຊຽນ +3  ໂດຍການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫຼີ ໃຫ້ແກ່ລັດຖະບານລາວເພື່ອໄປແຈກຢາຍແກ່ຜູ້ປະສົບໄພພິບັດຢູ່ໃນຂອບເຂດທົ່ວປະເທດ

43 ພາກສ່ວນຮ່ວມວາງສະແດງສິນຄ້າໂອກາດສະຫຼອງວັນສ້າງຕັ້ງກອງທັບ

ຂ່າວ: ແພງຕາ

   ກະຊວງປ້ອງກັນປະເທດຈັດງານວາງສະແດງສິນຄ້າ ແລະຜະລິດຕະພັນຂອງກອງທັບໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ງານດັ່ງກ່າວໄດ້ຈັດຂຶ້ນວັນທີ 4-9 ມັງກອນ 2019 ທີ່ເດີນສະໜາມຫຼວງນະຄອນຫຼວງວຽງຈັນ

ປະທານສະພາແຫ່ງຊາດຊຸກຍູ້ການຜະລິດປະຊາຊົນບ້ານຜາແວ່ນ

 ຂ່າວ: ບຸນມີ ແສງທຸມມີ

    ໃນລະຫ່ວາງວັນທີ 3-4 ມັງກອນ ຜ່ານມາທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດພ້ອມດ້ວຍການນຳແຂວງຊຽງຂວາງໄດ້ລົງຢ້ຽມຢາມຊຸກຍູ້ການຜະລິດຂອງປະຊາຊົນຢູ່ ບ້ານຜາແວ່ນ ເມືອງໜອງແຮດ ແຂວງຊຽງຂວາງ ຊຶ່ງຢູ່ຫ່າງຈາກຕົວເມືອງໜອງແຮດປະ ມານ 7 ກິໂລແມັດ ແລະຫ່າງຈາກດ່ານສາກົນນ້ຳກັ່ນປະມານ 13 ກິ ໂລແມັດ ປະຊາຊົນພາຍໃນບ້ານຖືອາຊີບລ້ຽງສັດໃຫຍ່ ແລະ ປູກຜັກອິນຊີເປັນສິນຄ້າເພື່ອປ້ອນຕະຫຼາດເມືອງໜອງແຮດ ແລະ ຕະຫຼາດຊາຍແດນສາກົນນ້ຳກັ່ນ.

ຮອດ 2020 ລາວຈະສ້າງສີມືແຮງງານໃໝ່ໃຫ້ໄດ້ 6 ແສນກວ່າຄົນ

ຂ່າວ: ກິ່ງລັດຕະນາ (ໜັງສືພິມເສດຖະກິດ-ສັງຄົມ)

    ລັດຖະບານໄດ້ກໍານົດການສົ່ງເສີມການພັດທະນາສີມືແຮງງານໃຫ້ກັບແຮງງານທີ່ເພີ່ມຂຶ້ນໃໝ່ໃຫ້ໄດ້ 658.080 ຄົນ ພາຍໃນປີ 2020 ໃນນັ້ນ ຂົງເຂດກະສິກໍາໃຫ້ໄດ້  510.521 ຄົນ, ອຸດສາຫະກໍາ 52.004 ຄົນ ແລະຂົງເຂດບໍລິການ 95.555 ຄົນ ທັງໝົດນັ້ນກໍເພື່ອເປັນການຮອງຮັບຄວາມຕ້ອງການຂອງຕະຫຼາດແຮງງານໃນອະນາຄົດຂະນະ ທີ່ໃນປີ 2018 ຜ່ານມາໃນທົ່ວປະເທດສາມາດສ້າງແຮງງານທີ່ມີສີມືໃໝ່ໄດ້ 1,05 ແສນຄົນ.

ການຄ້າລາວ ແລະຫວຽດນາມ ເພີ່ມຂຶ້ນ 13 ເປິເຊັນ

 (ໜັງສືພິມເສດຖະກິດ-ສັງຄົມ)

  ປະຈຸບັນການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວມີທັງໝົດ 409 ໂຄງການ, ມູນຄ່າ 4,1 ຕື້ໂດລາປະມານ 34,85 ພັນຕື້ກີບຈັດຢູ່ໃນອັນດັບ 3 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນທີ່ມີວິສາຫະກິດມາລົງທຶນຢູ່ລາວສ່ວນມູນຄ່າການຄ້າລະຫວ່າງສອງປະເທດ

ກຸ່ມຕ່ຳຫູກລາຍເມີ່ຍປະຍຸກ ຮັບກາໝາຍສິນຄ້າ ໜື່ງເມືອງໜື່ງຜະລິດຕະພັນ

 (ໜັງສືພີມເສດຖະກິດ-ສັງຄົມ)

   ເມື່ອອາທິດທີ່ຜ່ານມາທີ່ບ້ານ ປາກຊຸນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດປ້າຍກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດກຸ່ມຕໍາຫູກລາຍເມີ່ຍປະຍຸກໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄອນສະຫວັນ ສຸຂະເສີມ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ສຸລິຈັນ ມາກສົມພານ ຮອງເຈົ້າເມືອງປາກກະດິງ, ມີບັນດາອໍານາດກາປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ອຳມະຕະ ສົນໃຈສ້າງເມືອງທັນສະໄໝຢູ່ອຸດົມໄຊ

ຂ່າວ: ໄມພອນ

   ບໍລິສັດ ອຳມະຕະ ຄໍປໍເຣເຊິນ ຈຳກັດ (ມະຫາຊົນ) ສົນໃຈສ້າງເມືອງທັນສະໄໝ ຫຼື ເອີ້ນວ່າ AMATA Smart & Eco City ຢູ່ແຂວງອຸດົມໄຊ ຊຶ່ງຫຼ້າສຸດໃນວັນທີ 1 ມັງກອນ 2019 ນີ້ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງອົງການປົກຄອງ ແຂວງອຸດົມໄຊ ກັບບໍລິສັດ ອຳມະຕະ ຄໍປໍເຣເຊິນ ຈຳກັດ (ມະຫາຊົນ) ຂຶ້ນ, ທີ່ຫ້ອງວ່າການປົກຄອງແຂວງ.

2019 ໄຊຍະຕັ້ງເປົ້າສົ່ງອອກສິນຄ້າໃຫ້ບັນລຸ 272 ຕື້ກວ່າກີບ

ຂ່າວ: ບຸນທີ

 ໃນໄລຍະ 1 ປີຜ່ານມາການພັດ ທະນາອຸດສາຫະກຳ ແລະການຄ້າແຂວງ ໄຊຍະບູລີ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ ແລະໝັ້ັ້ນຄົງ, ຕາງໜ່າການຄ້າໄດ້ ຮັບການຂະຫຍາຍຕົວຢ່າງເປັນລະບົບ ຈາກຕົວເມືອງໄປສູ່ເຂດຊົນນະບົດຫ່າງ ໄກສອກຫຼີກ, ການຄ້າຂາຍຊາຍແດນໄດ້ ມີບັນຍາກາດຄຶກຄື້ນຍ້ອນໄດ້ຮັບການເອົາໃຈໃສ່ໃນການ ປັບປຸງບັນດາກົນໄກ ແລະລະບຽບຫຼັກ ການຕ່າງໆເຮັດໃຫ້ມູນຄ່າການຄ້າ ຊາຍແດນມີປະລິມານເພີ່ມຂຶ້ນໃນແຕ່ລະ ປີ

ຫຼາຍພາກສ່ວນສົມທົບທຶນເຂົ້າກອງທຶນ ໜື່ງດວງໃຈ

(ໜັງສືພີມເສດຖະກິດ-ສັງຄົມ)

     ເມື່ອອາທິດທີ່ຜ່ານມາທີ່ໂຮງແຮມ ປາກຊັນໃໝ່ ແຂວງບໍລິຄໍາໄຊ ກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມໄດ້ເປີດຮັບບໍລິຈາກເພື່ອສົມທົບທຶນເຂົ້າກອງທຶນເນື່ອງໃນງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ ຄສ 2019.