ຂະແໜງການທະນາຄານເປັນອີກຂະແໜງການຫຼັກທີ່ປະກອບສ່ວນເຂົ້າໃນການຈະເລີນເຕີບໂຕຂອງເສດຖະກິດ-ສັງຄົມ ແລະ ລວມຍອດຜະລິດຕະພັນພາຍໃນຂອງ ສປປ ລາວ ດ້ວຍແຫຼ່ງຂອງທຶນທີ່ຫຼາກຫຼາຍລວມທັງເງິນທຶນທະນາຄານ ເອຊີລີດາ ລາວ ຈຳກັດ,
ອາທິດທີ່ຜ່ານມາຫ້ອງການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ແລະຄະນະຜູ້ບໍລິຫານຕະຫຼອດຮອດພະນັກງານທຸກຄົນພາຍໃນບໍລິສັດໄດ້ແບ່ງປັນນໍ້າໃຈດ້ວຍການຮ່ວມບໍລິຈາກເຄື່ອງອຸປະໂພກ ແລະ ບໍລິໂພກຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວໂດຍຝາກຜ່ານບໍລິສັດ ຮຸ່ງອາລຸນບໍລິການຂົນສົ່ງທີ່ມີການຫຼຸດລາຄາບໍລິການຊ້ວງນີ້ 50% ສຳລັບຝາກເຄື່ອງຂອງຝາກຊ່ວຍນໍ້າຖ້ວມ .
ທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ), ຍັງມີບັນດາພາກສ່ວນຕ່າງໆສືບຕໍ່ມາມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ 6 ແຂວງ ພາກກາງ ແລະພາກໃຕ້ໂດຍສະເພາະແມ່ນບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ 3 ແລະບໍລິສັດລັດວິສາຫະກິດລາວເດີນອາກາດທີ່ໄດ້ເຂົ້າມາມອບໃນວັນທີ 18 ກັນຍາ 201 9, ຊຶ່ງຕາງໜ້າລັດຖະບານຮັບແມ່ນ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງ ຮສສ, ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທະນາຄານຮຸ້ນສ່ວນອຸດສາຫະກໍາການຄ້າຫວຽດນາມ (ທະນາຄານຫວຽດຕິນ) ໄດ້ເປີດອາຄານສໍານັກງານໃຫຍ່ທະນາຄານຫວຽດຕິນລາວ ຈໍາກັດ ໃນວັນທີ 17 ກັນຍາ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ,
ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ກັບພີ່ນ້ອງທີ່ໄດ້ຮັບຄວາມເດືອດຮ້ອນຈາກນໍ້າຖ້ວມອັນເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນທີ່ມາຈາກພາຍຸພັດຜ່ານເຂົ້າລາວໃນລະຫວ່າງທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍາ 2019 ອັນສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່, ຊັບສິນຂອງພໍ່ແມ່ປະຊາຊົນ ຢູ່ 2 ແຂວງພາກກາງ
ຕົ້ນເດືອນກັນຍານີ້ເກີດບັນຫານໍ້າຖ້ວມຢູ່ແຂວງພາກກາງ ແລະໃຕ້ຢ່າງໜັກໜ່ວງສະເພາະແຂວງຈຳປາສັກ ລັດວິສາຫະກິດໄຟຟ້າລາວສາຂາແຂວງດັ່ງກ່າວ ເສຍ ຫາຍ 2 ຕື້ກວ່າກີບ ແລະປະຈຸບັນໄດ້ມີການເລັ່ງມືສ້ອມແປງເພື່ອໃຫ້ປະຊາຊົນສາມາດຊົມໃຊ້ໄຟຟ້າໄດ້ເປັນປົກກະຕິ.
ລັດຖະບານກຽມປັບປຸງກົງຈັກການຈັດຕັ້ງ ແລະບຸກຄະລາກອນຂອງບັນດາດ່ານຊາຍແດນ ແລະສະໜາມບິນສາກົນໃນຂອບເຂດທົ່ວປະເທດຄືນໃໝ່ໂດຍທ້າຍເດືອນສິງຫາຜ່ານມາ, ທີ່ເຂດເສດຖະກິດພິເສດບໍ່ເຕ່ນ ແຂວງຫຼວງນໍ້າທາ, ຄະນະສະເພາະກິດໂດຍມີກະຊວງພາຍໃນເປັນເຈົ້າການປະສານສົມທົບກັບບັນດາຂະແໜງການ
ບໍລິສັດກຸ່ມຄຳໄພຊະນະມີຄວາມປາດຖະໜາຈະເປັນສ່ວນໜຶ່ງຮ່ວມພັດທະນາແຂວງໄຊສົມບູນໃຫ້ມີຄວາມຈະເລີນທຽບທັນກັບແຂວງອື່ນໆໃນລາວດ້ວຍການຈະນຳເອົາ 2 ໂຄງການດ້ານ ທ່ອງທ່ຽວທຳມະຊາດພູເບ້ຍແບບອະນຸລັກ ແລະຜະລິດກະສິກຳສະອາດຄົບວົງຈອນໂດຍຮ່ວມມືກັບປະຊາຊົນຊຶ່ງມາຮອດປະຈຸບັນ 2 ໂຄງການ
ວັນທີ 16 ກັນຍາຜ່ານມາທີ່ກະຊວງການເງິນ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມລະຫວ່າງຄະນະບໍລິຫານສະມາຄົມປະກັນໄພແຫ່ງ ສປປ ລາວ ກັບບັນດາ ບໍລິສັດປະກັນໄພໃນລາວຄັ້ງທີ 2 ໂດຍການເປັນປະທານຂອງທ່ານ ຫໍລະດີ ວໍລະຣາດ ປະທານສະມາຄົມປະກັນໄພແຫ່ງ ສປປ ລາວ,
ຜົນຂອງພາຍຸທີ່ພັດຜ່ານເຂົ້າລາວໃນໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາຜ່ານມານີ້, ຂະແໜງກະສິກຳ ແລະປ່າໄມ້ກໍແມ່ນຂະແໜງໜຶ່ງທີ່ໄດ້ຮັບຜົນກະທົບໜັກໜ່ວງໂດຍສະເພາະເນື້ອທີ່ການປູກເຂົ້າ, ພືດ ແລະ ສັດລ້ຽງທຸກປະເພດລ້ວນໄດ້ຮັບຄວາມເສຍຫາຍ, ຊຶ່ງເນື້ອທີ່ເສຍຫາຍເບື້ອງຕົ້ນມີປະມານ 1,6 ແສນເຮັກຕາ, ຂະນະທີ່ການແກ້ໄຂເບື້ອງຕົ້ນກະຊວງກະສິກຳໄດ້ເລັ່ງໃສ່ການຟື້ນຟູໂດຍກຳນົດການແກ້ໄຂເປັນ 4 ເຂດ.