3 ບໍລິສັດ ເປັນຄູ່ຮ່ວມທຸລະກິດ

  ວັນທີ 17 ມີນາ 2021 ທີ່ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດເພື່ອເຊື່ອມຕໍ່ລະບົບການຊໍາລະຜ່ານບໍລິການເອັມມັນນີກະເປົ໋າເງິນທາງມືຖືລະຫວ່າງບໍລິສັດ ລາວໂທລະຄົມມະນາຄົມ ແລະບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ

ທຫລ ສັກວັກແຊງກັນພະຍາດໂຄວິດ

  ທະນາຄານແຫ່ງ ສປປ ລາວ (ທຫລໄດ້ເປີດຂະບວນການສັກຢາວັກແຊງກັນພະຍາດໂຄວິດ-19 ຫ້ບຸກຄົນໃນກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງຮອບທີ ໃນລະຫວ່າງວັນທີ17 ຫາ 20 ມີນາ 2021 ທີ່ໂຮງໝໍເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ໄຊທານີ ນັກທຸລະກິດຍິງເນັ້ນຄວາມຮັບຜິດຊອບເປັນສິ່ງສຳຄັນ

 ປະຈຸບັນຍຸກນີ້ເປັນຍຸກໃໝ່ພາຍໃຕ້ການນຳພາຂອງພັກ-ລັດ, ເພີ່ນມີນະໂຍບາຍສູງໃຫ້ສິດສະເໝີພາບຍິງ-ຊາຍ ບົດບາດຍິງ-ຊາຍ ເທົ່າທຽມກັນໝົດມີໂອກາດເທົ່າທຽມກັນໝົດເຊັ່ນ: ການຮຽນຮູ້, ການເຮັດທຸລະກິດ, 

ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະພັກ ນວ

  ກົມການເມືອງສູນກາງພັກຕົກລົງແຕ່ງຕັ້ງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກເປັນເລຂາຄະນະບໍລິຫານງານພັກ ນວ 

ຫໍສະພາແຫ່ງຊາດຫຼັງໃໝ່ສຳເລັດແລ້ວ

  ມາຮອດປະຈຸບັນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ສຳເລັດແລ້ວເກືອບ 100%, ຂະນະທີ່ການກໍ່ສ້າງສະເພາະຫ້ອງປະຊຸມໃຫຍ່ເພື່ອນຳໃຊ້ເຂົ້າໃນການດຳເນີນກອງປະຊຸມສະພາແຫ່ງຊາດທີ່ນອນຢູ່ໃນໂຄງການດັ່ງກ່າວໄດ້ສຳເລັດແລ້ວ.

ຫາລືເພື່ອຮັບຮອງທ່າຟ້ອນລຳວົງລາວເປັນມໍລະດົກໂລກ

  ໃນວັນທີ 18 ມີນາ 2021, ທີ່ໂຮງຮຽນສິລະປະແຫ່ງຊາດ ນະຄອນຫຼວງວຽງຈັນ ກົມສິລະປະການສະແດງຖະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ

ແມ່ຂອງລົງທຶນ 111,6 ຕື້ກີບ ສ້າງໂຮງງານປຸງແຕ່ງໄມ້ປູກຄົບວົງຈອນ

  ພິທີວາງສີລາລືກກໍ່ສ້າງໂຮງງານປຸງແຕ່ງໄມ້ປູກຄົບວົງຈອນຂອງບໍລິສັດ ແມ່ຂອງປູກຕົ້ນໄມ້ ຈຳກັດ ຈັດຂຶ້ນໃນວັນທີ 16 ມີນາ 2021 ເປັນກຽດເຂົ້າຮ່ວມມີທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ກະຊວງກະສິກຳ ແລະປ່າໄມ້, ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະຫັດຖະກຳກະຊວງອຸດສາຫະກຳ ແລະ ການຄ້າ

JDB ເຊັນສັນຍາໂຄງການກູ້ເງິນເພື່ອການສຶກສາ

  ໃນວັນທີ 17 ມີນາ 2021 ທີ່ວິທະຍາໄລຄູດົງຄໍາຊ້າງໄດ້ມີພິທີເຊັນສັນຍາວ່າດ້ວຍການປະຕິບັດໂຄງການເງິນກູ້ເພື່ອການສຶກສາ ແລະ ອອກບັດ ATMHealthy life ຄຸ້ມຄອງອຸບັດເຫດລະຫ່ວາງທະນາຄານຮ່ວມພັດທະນາ ແລະວິທະຍາໄລຄູດົງຄໍາຊ້າງ

ຄຳມ່ວນຮັບເງິນ 100 ລ້ານກີບ ປ້ອງກັນໂຄວິດ

  ວັນທີ 16 ມີນາ 2021 ບໍລິສັດ ເບຍລາວ ຈຳກັດ ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແກ່ແຂວງຄຳມ່ວນເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ-19 ໂດຍ ເປັນກຽດມອບຂອງທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈຳກັດ

ພົບເຫັນລັກລອບເລື່ອຍໄມ້ໃນປ່າສະຫງວນແຫ່ງຊາດນໍ້າຫ້າ 7.715 ແມັດກ້ອນ

 ວັນທີ 16 ມີນາ 2021 ທີ່ປ້ອມກີ່ວລົມ, ພະແນກກະສິກໍາ ແລະປ່າໄມແຂວງຫຼວງນໍ້າທາ ທ່ານ ທວງນາມ ວົງສາ ຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຫຼວງນໍ້າທາ, ທ່ານ ຢານ ວິເກວແມນ ຜູ້ອໍານວຍການຫ້ອງການທະນາຄານ KFW ປະຈໍາປະເທດລາວ,