ສອງຫ້ອງວ່າການ ລາວ-ຫວຽດນາມແລກປ່ຽນບົດຮຽນ

 ໃນວັນທີ 8 ເມສາ 2019 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນກ່ຽວກັບວຽກງານການເປັນເສ ນາທິການສັງລວມລະຫວ່າງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະຫ້ອງວ່າການລັດຖະບານແຫ່ງ ສສ ຫວຽດນາມ, 

ແຕ່ງຕັ້ງຮອງລັດຖະມົນຕີ ສສກ ຜູ້ໃໝ່ອີກ 2 ທ່ານ

 ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອະນຸມັດແຕ່ງຕັ້ງຮອງລັດຖະມົນຕີກະຊວງສຶກສາທິການ ແລະກີ ລາຜູ້ໃໝ່ອີກຈຳນວນ 2 ສະຫາຍ ປະກອບມີສະຫາຍນາງ ຂັນທະລີ ສີຣິພົງພັນ ແລະ ສະຫາຍ ພຸດ ສິມມາລາວົງ.

ທຄຕລ ນຳສະເໜີຜະລິດຕະພັນໃໝ່

   ວັນທີ 5 ເມສາ 2019 ນະຄອນຫຼວງວຽງຈັນໄດ້ຈັດຕັ້ງພິທີນຳສະເໜີຜະລິດຕະພັນ BCEL Mastercard ຢ່າງເປັນທາງການໂດຍການໃຫ້ກຽດກ່າວເປີດຂອງ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ທະນາຄານການຄ້າ ຕ່າງປະເທດລາວມະຫາຊົນ (ທຄຕລ); ທ່ານ ນາງ Winnine Wong ຫົວໜ້າພາກພື້ນອິນດູຈີນຂອງສູນ Mastercard ສາກົນ ແລະມີການເຂົ້າຮ່ວມຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານສະພາບໍລິຫານ ທຄຕລ ແລະ ທ່ານ ສຸລິສັກ ທຳນຸວົງ ວ່າການຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງທະນາຄານແຫ່ງ ສປປ ລາວ

ເປີດແຫຼ່ງທ່ອງທ່ຽວວັດທະນະທຳລາວບ້ານນາຊາຍທອງ

    ສະຖານທີ່ທ່ອງທ່ຽວວັດທະນະທໍາລາວ ບ້ານນາຊາຍທອງ ເປັນສະຖານທີ່ທ່ອງທ່ຽວທີ່ຮວບຮວມເອົາຄວາມເປັນວັດທະນະທໍາອັນດີງາມ ແລະ ມີເອກະລັກທາງດ້ານຮີດຄອງປະເພນີຂອງລາວໃນສະໄໝກ່ອນໂດຍສະເພາະແມ່ນການແຕ່ງກາຍ, ວິຖີການດໍາລົງຊີວິດແບບຄົນບູຮານ ແລະອື່ນໆ ທັງນີ້ກໍເພື່ອຮັກສາໄວ້ວັດທະນະທໍາລາວໃຫ້ຄົນຮຸ່ງຫຼັງໄດ້ຮັບຮູ້ ແລະເປັນການດຶງດູດນັກທ່ອງທ່ຽວທີ່ໄດ້ມາທ່ຽວຊົມມີຄວາມປະທັບໃຈຫຼົງໄຫຼກັບວັດທະນະທໍາທີ່ເປັນເອກະລັກຂອງຊາວລາວ.

3 ເດືອນຕົ້ນປີ ດ່ານສາກົນວັງເຕົ່າສາມາດເກັບລາຍຮັບໄດ້ເກີນແຜນ

ການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານລັດຂອງດ່ານສາກົນວັງເຕົ່າໃນ 3 ເດືອນຕົ້ນປີຖືວ່າເປັນວ່າການຈັດຕັ້ງປະຕິບັດຢ່າງເຂັ້ມແຂງ ແລະມີປະສິດທິພາບສູງຕໍ່ວຽກງານດັ່ງກ່າວຊຶ່ງສາມາດປະຕິບັດໄດ້ເກີນແຜນການທີ່ວາງໄວພ້ອມຈະສູ້ຊົນເຮັດໃຫ້ການຈັດເກັບລາຍຮັບໝົດປີບັນລຸໄດ້ 658 ກວ່າຕື້ກີບ.

ເອກະຊົນລົງທຶນເກືອບ 10 ຕື້ກີບ ສ້າງຂົວຂ້າມນ້ຳເຊໂດນແຫ່ງໃໝ່ເພື່ອເກັບຄ່າບໍລິການ 30 ປີ

 ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດພິທີເປີດນຳໃຊ້ຂົວນ້ຳຜ່ານຂ້າມນ້ຳເຊໂດນ ໂດຍແມ່ນບໍລິສັດຕິ່ງ ວິໄລ ກໍ່ສ້າງ ແລະສ້ອມແປງຂົວ-ທາງ ຈຳກັດຜູ້ດຽວ, ລົງທຶນ 100% ໃນມູນຄ່າເກືອບ 10 ຕື້ກີບ. ຊຶ່ງໄດ້ຈັດຂຶ້ນໃນວັນທີ 5 ເມສາ 2019 ຢູ່ບ້ານທ່າເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ຫົວໜ້າກອງບັນຊາການທະຫານແຂວງສາລະວັນ, ມີທ່ານ ບຸນປອນ ອາສາພິພັກ ເຈົ້າເມືອງຄົງເຊໂດນ,

ຫຼວງນ້ຳທາ ຢຶດໄມ້ດູ່ກຽມສົ່ງອອກໄປຈີນ 3,2 ພັນທ່ອນ ບໍລິມາດ 153,48 ແມັດກ້ອນ

  ຜ່ານມາແຂວງຫຼວງນ້ຳທາໄດ້ມີຄວາມເຂັ້ມງວດເອົາໃຈໃສ່ປະຕິບັດວຽກງານກວດກາການບໍລິຫານລັດໄດ້ສົມທົບຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນສູນກາງແກ້ໄຂການລັກລອບເຄື່ອນຍ້າຍໄມ້ດູ່ເພື່ອສົ່ງອອກໄປ ສປ ຈີນ ໂດຍຜ່ານດ່ານພາສີສາກົນບໍ່ເຕັ່ນມີໄມ້ຈຳນວນ 3.214 ທ່ອນ, ບໍລິມາດ 153,48 ແມັດກ້ອນ ແລະ ໄດ້ສົ່ງສຳນວນຄະດີໃຫ້ໄອຍະການສັ່ງຟ້ອງສານ ແລະ ສານໄດ້ຕັດສິນລົງໂທດບຸກຄົນຕາມກໍລະນີພ້ອມທັງຢຶດໄມ້ຈຳນວນດັ່ງກ່າວເປັນຂອງລັດ, ລວມມູນຄ່າປະມູນຂາຍໄມ້ໄດ້ທັງໝົດເປັນເງິນຈຳນວນ 2,13 ຕື້ກີບ.

ເບຍລາວເປີດໃຊ້ຂົວຂ້າມທາງ

   ວັນທີ3 ເມສາ ຜ່ານມາທີ່ບໍລິສັດເບຍລາວ ຈຳກັດໄດ້ຈັດພິທີເປີດນຳໃຊ້ຂົວຂ້າມທາງເພື່ອອຳນວຍຄວາມສະດວກປອດໄພໃຫ້ພະນັກງານ-ກຳມະກອນລະຫວ່າງສຳນັກງານໃຫຍ່ຫາໂຮງງານຂອງບໍລິສັດໂດຍເຂົ້າຮ່ວມມີ ທ່ານ ປານ ນ້ອຍມະນີ ປະທານສູນກາງສະຫະພັນກຳມະບານລາວ, ທ່ານ ສູນທອນ ພົມມະຈັກ ປະທາ ນບໍລິ ສັດເບຍລາວ ຈຳກັດ, ພ້ອມດ້ວຍພະນັກງານ ແລະສື່ມ່ວນຊົນເຂົ້າຮ່ວມ.

ລາວ-ໄທ ຮ່ວມຫາລືສ້າງບ້ານວິທະຍາສາດ

  ກົມເຕັກໂນໂລຊີ ແລະນະວັດຕະກຳ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ສປປ ລາວ ຮ່ວມກັບກະຊວງວິທະຍາສາດ ແລະເຕັກໂນໂລຊີຣາຊະອານາຈັກ ໄທ, ຈັດກອງປະຊຸມສຳມະນາ ແລະປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການຮ່ວມມື “ການ ສ້າງບ້ານວິທະຍາສາດ” ຢູ່ລາວ.

ສະຫຼອງວັນສາກົນໂຄສະນາເພື່ອຕ້ານລະເບີດທີ່ບໍ່ທັນແຕກ

 ເພື່ອເປັນຂີດໝາຍສຳຄັນສຳລັບວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກໃນປີນີ້, ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນທີ່ບ້ານດ້າງ, ເມືອງມະຫາໄຊ, ແຂວງຄຳມ່ວນ ໃນວັນທີ 4 ເມສາ 2019