ລັດຖະບານຍີ່ປຸ່ນໃຫ້ການຮ່ວມມືຊ່ວຍເຫຼືອໂດຍຜ່ານອົງການອາຫານໂລກໃນການຈັດຕັ້ງປະຕິບັດສະໜັບສະໜູນອາຫານທ່ຽງໃນໂຮງຮຽນໃຫ້ແກ່ເດັກນ້ອຍລາວເພື່ອປະກອບສ່ວນສ້າງຊຸມຊົນມີຄວາມເຂັ້ມແຂງ ແລະເດັກມີສຸຂະພາບດີໃນນັ້ນປະກອບມີເຂົ້າສານ ແລະ ປາກະປ໋ອງລວມມູນຄ່າ 3,2 ລ້ານໂດລາ ເທົ່າກັບ 27,2 ຕື້ກວ່າກີບ
ວັນທີ 4 ມິຖຸນາ 2019 ນີ້, ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນການຄຸ້ມຄອງມໍລະດົກໃນເຂດສໍາປະທານໂຄງການບໍ່ຄໍາ-ທອງເຊໂປນຂອງເມືອງວິລະບູລີ ຈັດຂຶ້ນຢູ່ຮ້ານອາຫານລາວເດີມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ,
ວັນທີ 7 ມິຖຸນາ 2019 ກອງປະຊຸມສະໄໝາສາມັນເທື່ອທີ 7 ຂອງສະພາແຫ່ງ ຊາດຊຸດທີ VIII ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງ ແລະແຕ່ງຕັ້ງບຸກຄະລາກອນຕາມການສະເໜີຂອງທ່ານປະທານປະເທດແຫ່ງ ສປປ ລາວ
ການສໍ້ລາດບັງຫຼວງເປັນບັນຫາທີ່ຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ແລະເປັນການສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງແກ່ລັດຖະບານຊຶ່ງໃນໄລຍະຜ່ານມາລັດຖະບານໄດ້ຕິດຕາມກວດ ກາ 1.213 ເປົ້າໝາຍ ແລະເຫັນຄວາມ ເສຍຫາຍເຖິງ 1.568 ຕື້ກີບ, ສາມາດ ເກັບກູ້ຄືນມາໄດ້ 170 ຕື້ກວ່າກີບ
ສະຖານເອກອັກຄະຣາຊະທູດໄທປະຈໍາລາວ ຮ່ວມກັບ ເອັສຊີຈີ ເຊິ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນພ້ອມດ້ວຍຜູ້ປະກອບການໄທໃນລາວຮ່ວມກັນ
ວັນທີ 5 ມິຖຸນາຜ່ານນາທີ່ນະຄອນຫຼວງວຽງຈັນ ໂຮງສາຍໜັງຊິດຕິເພຣັກຊ໌ ເປີດບໍລິການແລ້ວເພື່ອໃຫ້ມ່ວນຊົນລາວໄດ້ສຳຜັດກັບປະສົບການຄວາມບັນເທີງເໜືອລະດັບກັບເຄື່ອງສາຍເຕັກໂນໂລຊີລ່າສຸດລະດັບໂລກຮູບພາບແຈ້ງລະດັບ Ultra HD ເຂົ້າຮ່ວມ
ງານຕະຫຼາດນັດວາງສະແດງຕົ້ນໄມ້ ແລະເບ້ຍໄມ້ຈັດຂຶ້ນເປັນປະຈໍາທຸກປີ, ປີນີ້ກໍ່ເຊັ່ນດຽວກັນງານດັ່ງກ່າວຈັດຂຶ້ນທີ່ເດີ່ນພະທາດຫຼວງຊຶ່ງມີຮ້ານວາງສະແດງທັງໝົດ 30 ຮ້ານ, ມີເບ້ຍໄມ້ມາວາງສະແດງ 50 ພັນເບ້ຍ.
ວັນທີ 5 ມິຖຸນາ 2019 ນີ້ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະປ່າໄມ້ເມືອງໂພນທອງ ແຂວງຫຼວງພະບາງໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານຫ້ວຍຮົ່ວ 3 ບ້ານນາຫຼວງລະຫວ່າງຫ້ອງການກະສິກໍາ ແລະປ່າໄມ້ເມືອງໃນນາມເຈົ້າຂອງໂຄງການກັບບໍລິສັດແວດປະເສີດກໍ່ສ້າງຊົນລະປະທານ
ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ 4 ເດືອນ ຕົ້ນປີນີ້ສາມາດປະຕິບັດໄດ້ທັງໝົດ 6.320 ຕື້ກີບ ເທົ່າກັບ 24% ຂອງແຜນ ການປີ ແລະລາຍຈ່າຍແມ່ນ 6.668 ຕື້ກີບ ເທົ່າກັບ 19,9% ຊຶ່ງຄາດວ່າເມື່ອຮອດເຄິ່ງປີທົ່ວປະເທດຈະສາມາດຈັດເກັບລາຍຮັບໄດ້ປະມານ 12.965 ຕື້ກີບ ຫຼືເທົ່າກັບ 49,2% ຂອງແຜນການປີໃນນັ້ນລາຍຮັບພາຍໃນໃຫ້ໄດ້ 12 ພັນຕື້ກວ່າກີບ.
ຈາກຜົນປະກອບກິດຈະການ ຂອງບໍລິສັດພູເບ້ຍມາຍນິງໃນປີ 2018 ຜ່ານມາ ໂດຍສະເພາະແມ່ນການຜະລິດ ແຮ່ທີ່ໄດ້ມີການສືບຕໍ່ຂຸດຄົ້ນແຮ່ທາດທອງ-ຄຳ, ບໍລິສັດກໍໄດ້ປະກອບສ່ວນມອບພັນທະໃຫ້ແກ່ລັດຖະບານເປັນຈຳນວນເງິນ 86 ລ້ານໂດລາ ຫຼືປະມານ 7 ຮ້ອຍຕື້ກວ່າກີບ