ລັດແຈ້ງທຸກສື່ອອນລາຍຕ້ອງຮັບອະນຸຍາດກ່ອນຈື່ງເຄື່ອນໄຫວໄດ້

  ໃນວັນທີ 12 ກໍລະກົດ 2019 ຫ້ອງການກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວໄດ້ອອກແຈ້ງການ ສະບັບເລກທີ 256/ຫກ ເລື່ອງການຈັດຕັ້ງໜ້າຂ່າວອອນລາຍ (Social Media) ເພື່ອສະໜອງຂໍມູນຂ່າວສານຮັບໃຊ້ສັງຄົມ.

ຕຸຕູ່ ໄພທິດາ ໂຕແທນລາວເຂົ້າປະກວດນາງສາວມິດຕະພາບທີ່ເສີນຕູ

   ນາງ ໄພທິດາ ໂພທິສານ ຫຼື ຕຸຕູ່ ນາງສາວມິດຕະພາບລາວ 2019 (Miss Friendship Laos 2019) ຊຶ່ງໄດ້ ຖືກຄັດເລືອກໃຫ້ເປັນໂຕແທນຂອງປະເທດລາວເຂົ້າປະກວດ Miss Friend ship International 2019 ທີ່ເສີນຕູ ປະເທດຈີນ, ໃນວັນທີ 27 ກໍລະກົດ ທີ່ຈະມາເຖິງນີ້ເພື່ອສະເຫຼີມສະຫຼອງມິດຕະພາບໂດຍເນັ້ນໃສ່ການແລກປ່ຽນວັດທະນະທຳຈາກຫຼາຍກວ່າ 50 ປະເທດທົ່ວໂລກ.

4 ບໍລິສັດຮ່ວມນັກລົງທຶນລາວສ້າງໂຄງການທີ່ພັກອາໄສ

    ບໍລິສັດ ໄອຣິນ ພຣັອບເພີຕີ້ ທຸ້ມເງິນ 1.000 ລ້ານບາດສ້າງໂຄງການທີ່ພັກອາໄສໂດຍຈັບມືກັບ ແບຣນ ວິນແດມ ໂຮເທລກຣຸບບໍລິສັດ ອີອາເອ (ປະເທດໄທຈໍາກັດ ແລະ ບໍລິສັດ ບິກບລູ ລາວ ຈໍາກັດ ຮ່ວມເປີດໂຕໂຄງການ “ວິນແດມ ກາເດັ້ນໄອຣິນບາງສະເລ່ ພັດທະຍາ” (ຄອນໂດຫຼູເພື່ອຕອບໂຈດນັກລົງທຶນໄລຍະຍາວໂດຍເຈາະກຸ່ມເປົ້າໝາຍນັກລົງທຶນໃນ ສປປ ລາວ.

ປ່ອຍປາສະຫຼອງວັນປ່ອຍປາ, ອະນຸລັກສັດນໍ້າ ແລະສັດປ່າແຫ່ງຊາດ

   ວັນທີ 13 ກໍລະກົດ 2019 ທີ່ອ່າງນໍ້ຊວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາອະນຸລັກສັດນໍ້ ແລະສັດປ່າແຫ່ງຊາດຂຶ້ນຊຶ່ງເປັນກຽດເຂົ້າຮ່ວມ ໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີມີ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ພ້ອມດ້ວຍບັນດາລັດຖະມົນຕີຮອງລັດຖະມົນຕີທ່ານເຈົ້າເມືອງບັນດາທ່ານຫົວໜ້າກົມທີ່ກ່ຽວຂ້ອງ ແລະຜູ້ຕາງໜ້າອົງການສາກົນທີ່ກ່ຽວຂ້ອງດຂົ້າຮ່ວມ.

 

ຊັບທະວີ ນຳສິນຄ້າສວຍງາມຮ່ວມວາງສະແດງເຄື່ອງເຮືອນລາວ

  ເປີດສາກຂຶ້ນຢ່າງເປັນທາງການແລ້ວສຳລັບງານວາງສະແດງເຄື່ອງເຮືອນລາວຄັ້ງທີ 4 ປະຈຳປີ 2019 ໂດຍມີ 148 ຫ້ອງວາງສະແດງຈາກ 67 ຫົວໜ່ວຍຂົນຫຼາກຫຼາຍສິນຄ້າສວຍງາມເຂົ້າຮ່ວມໜຶ່ງໃນນັ້ນກໍແມ່ນໂຮງງານປຸງແຕ່ງໄມ້ຊັບທະວີຈາກແຂວງບໍລິຄຳໄຊ.

ຈີນສະໜອງທຶນສົ່ງເສີມທຸລະກິດນ້ອຍ-ກາງໃນລາວ

ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ໄດ້ມອບໃຫ້ທະນາຄານແຫ່ງ ສປປ ລາວ (ທຫລແລະທະນາຄານພັດທະນາແຫ່ງຊາດຈີນ (CDB) ຮ່ວມ ກັນເຊັນສັນຍາເງິນກູ້ 300 ລ້ານໂດລາ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs)ໃນ ສປປ ລາວ 

ລາວສົ່ງເສີມພັດທະນາການຄ້າແບບຍືນຍົງ

  ວັນທີ 9 ກໍລະກົດ 2019 ທີ່ນະ ຄອນຫຼວງວຽງຈັນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວຮ່ວມກັບສູນການຄ້າສາກົນເປີດໂຄງການສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນລາວ ເພື່ອສ້າງຄວາມສາມາດສ້າງ ຄວາມເຂັ້ມແຂງໃນການພັດທະນາຫຼັກ ສູດຜູ້ປະກອບການສະໜອງການຊ່ວຍເຫຼືອດ້ານວິຊາການໃຫ້ແກ່ຜູ້ປະກອບານ

ສະຫວັນຕິດເຊື້ອແລ້ວ 1,8 ພັນຄົນ ເສຍຊີວິດເກືອບ 10 ຍ້ອນໄຂ້ຍຸງ

   ພະຍາດໄຂ້ຍຸງລາຍໃນຂອບເຂດທົ່ວປະເທດຍັງຄົງສືບຕໍ່ລະບາດຢ່າງຕໍ່ເນື່ອງສະເພາະແຂວງສະຫວັນນະເຂດ ເສຍຊີວິດແລ້ວເກືອບ 10 ຄົນ ຈາກຜູ້ຕິດເຊື້ອ 1,8 ພັນຄົນ ດ້ານອຳນາດການປົກຄອງແຂວງວາງຫຼາຍມາດຕະການໃນການຕິດຕາມ ແລະຄວບຄຸມການລະບາດ.

 

ພາສີອຸດົມໄຊສືບຕໍ່ແກ້ໄຂລົດບໍ່ຖືກຕ້ອງທີ່ຍັງຄ້າງ 505 ຄັນ

  ການຈັດຕັ້ງປະຕິບັດວຽກງານວິຊາສະເພາະເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງກອງກວດກາພາສີປະຈໍາແຂວງອຸດົມໄຊໃນຕົ້ນປີ 2019 ມີທ່າອ່ຽງເພີ່ມຂຶ້ນຖ້າທຽບໃສ່ໄລຍະດຽວກັນຂອງປີກ່ອນ ແລະມາຮອດທ້າຍ ເດືອນພຶດສະພາ ປີ 2019

ຈຳປາສັກ ເສຍຊີວິດແລ້ວ 5 ຄົນ ຈາກໄຂ້ຍຸງລາຍ

 ັງສຶບຕໍ່ລະບາດໜັກຕໍ່ເນື່ອງສໍາລັບພະຍາດໄຂ້ຍຸງລາຍທີ່ແຂວງຈໍາປາສັກ ຂະນະທີ່ມີຜູ້ໄຂ້ສູງເຖິງ 2 ພັນກວ່າກໍລະນີແລະມີຜູ້ເສຍຊີວິດແລ້ວ 5 ຄົນ ແລະປະຈຸບັນການລະບາດຍັງຢູ່ໃນລະດັບທີ່ຮ້າຍແຮງຂຶ້ນເລື້ອຍໆ ໂດຍສະເພາະໃນ 3-4 ຕົວເມືອງຈົນເຮັດໃຫ້ຜູ້ປ່ວຍລົ້ນໂຮງໝໍ.