ບົວລະພາ ກຽມ 1,7 ລ້ານເບ້ຍໄມ້ປູກໃສ່ປ່າຜະລິດຊຸດໂຊມແຂວງວຽງຈັນ

  ປະຈຸບັນບໍລິສັດບົວລະພາກະສິກຳ ແລະປ່າໄມ້ຈຳກັດໄດ້ກະກຽມເບ້ຍໄດ້ທັງໝົດ 1,7ລ້ານເບ້ຍ ເພື່ອເອົາລົງປູກໃສ່ພື້ນທີ່ປ່າຜະລິດທີ່ຊຸດໂຊມໃນເນື້ອທີ່ 2 ພັນເຮັກຕາ ຢູ່ 3 ເມືອງຂອງແຂວງວຽງຈັນ ຊຶ່ງການປູກດັ່ງກ່າວແມ່ນເປັນການທົດລອງຂອງບໍລິສັດພາຍຫຼັງທີ່ລັດຖະບານໄດ້ໃຫ້ພື້ນທີ່ປ່າຜະລິດທີ່ຊຸດໂຊມເພາະຜ່ານມາບໍລິສັດເຄີຍປູກແຕ່ກັບປະຊາຊົນແບບປະຊາຊົນມີສ່ວນຮ່ວມເທົ່ານັ້ນ.

ເຜີຍແຜ່ຄວາມສຳຄັນວຽກຮັບຮອງລະບົບ

  ວັນທີ 12 ມິຖຸນາ 2019 ທີ່ນະຄອນຫຼວງວຽງຈັນ, ສູນຮັບຮອງແຫ່ງຊາດ, ກົມມາດຕະຖານ ແລະວັດແທກ, ກະຊວງວິທະຍາສາດ ແລະເຕັກໂນໂລຊີໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ກ່ຽວກັບຄວາມໝາຍຄວາມສຳຄັນຂອງວຽກງານການຮັບຮອງລະບົບເນື່ອງໃນວັນການຮັບຮອງລະບົບສາກົນປະຈຳປີ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ພຸດທະສັກ ວິຈິດຕຣາ

ເກືອບ 20 ໂຄງການລັດລົງທຶນຢູ່ໄຊຍະປະຕິບັດຫຼ້າຊ້າ

  ໃນໄລຍະ 5 ເດືອນຕົ້ນປີ 2019 ນີ້ ພະແນກໂຍທາທິການ ແລະຂົນສົ່ງແຂວງໄຊຍະບູລີ ໄດ້ຮັບຜິດຊອບຕົວເລກແຜນການລົງທຶນຂອງລັດຕາມທີ່ສະພາອານຸມັດລວມມີທຶນສືບຕໍ່, ບ້ວງປົກກະຕິ, ພັດທະນາຊົນນະບົດ ແລະລືບລ້າງຄວາມທຸກຍາກ,ບ້ວງທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຂອງປະຊາຊົນ, ບ້ວງທຶນພັດທະນາເມືອງ ໃໝ່ ແລະບ້ວງຊໍາລະໜີ້ສີນໄພພິບັດລວມທັງໝົດ 200 ໂຄງການ, ມູນຄ່າ 1,4 ພັນຕື້ກີບ.

ເຊກອງສົ່ງອອກສິນຄ້າກະສິກຳຮ້ອຍຕື້ກວ່າກີບ

  ການປູກພືດເປັນສິນຄ້າແຂວງເຊກອງ ຍັງສືບຕໍ່ຂະຫຍາຍຕົວດີພໍສົມຄວນໂດຍສະເພາະແມ່ນການປູກກາເຟ, ມັນຕົ້ນທາດແປ້ງ, ໝາກແໜ່ງ, ສາລີ, ຢາງພາລາ ແລະພືດຜັກໄດ້ກາຍເປັນທີ່ຕ້ອງການຢ່າງຍິ່ງຂອງຕະຫຼາດພາຍໃນ ແລະຕ່າງປະເທດໂດຍໃນປີ 2018 ຜ່ານມາມູນຄ່າສົ່ງອອກສິນຄ້າກະສິກໍາຂອງແຂວງບັນລຸ 100 ຕື້ກວ່າກີບ.

ເປີດປະຊຸມເຊື່ອມໂຍງດ້ານພາສີອາຊຽນ

    ໃນລະຫວ່າງວັນທີ 11-13 ມິຖຸນາ 2019 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຫົວໜ້າກົມພາສີອາຊຽນຄັ້ງທີ 28 ໂດຍມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມພາສີຂອງບັນດາປະເທດສະມາຊິກອາຊຽນ 10 ປະເທດ, ກອງເລຂາອາຊຽນ, ອົງການພາສີໂລກ ແລະບັນດາປະເທດຄູ່ຮ່ວມພັດທະນາເຂົ້າຮ່ວມ.

ງານວາງສະແດງເຄື່ອງເຮືອນລາວ ຈັດຂື້ນຕົ້ນເດືອນໜ້າ

  ເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນິເຈີໄມ້ລາວທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນິເຈີໄມ້ລາວຫຼາຍຂຶ້ນໃນວັນທີ11 ມິຖຸນາ ຜ່ານມາສະມາຄົມເຟີນິເຈີລາວໄດ້ມີພິທີຖະແຫຼງຂ່າວກ່ຽວກັບການຈັດງານວາງສະແດງເຄື່ອງເຮືອນລາວຄັ້ງທີ 4 ປະຈຳປີ 2019 ໂດຍມີທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີລາວ,

ພູເບ້ຍ ສຸມ 35 ໂຄງການພັດທະນາຊຸມຊົນຢູ່ໄຊສົມບູນ

   ພູເບ້ຍມາຍນິງ ເປັນບໍລິສັດທີ່ລົງທຶນຢູ່ແຂວງໄຊສົມບູນ, ໂດຍມີໂຮງງານຜະລິດ-ປຸງແຕ່ງແຮ່ທອງ-ຄຳພູຄຳ ແລະໂຮງງານຜະລິດ-ປຸງແຕ່ງແຮ່ຄຳ-ເງິນບ້ານຫ້ວຍຊາຍໃນເນື້ອທີ່ສຳປະທານທັງໝົດ 2,6 ພັນກິໂລຕາແມັດ, ຊຶ່ງໃນການພັດທະນາຂອງບໍລິສັດຍັງໄດ້ສຸມໃສ່ພັດທະນາຊຸມຊົນໄປພ້ອມໆກັນໂດຍມາຮອດປະຈຸບັນ ມີ 35 ໂຄງການ ແລະ ປະຕິບັດສຳເລັດແລ້ວ 30 ໂຄງການ, ພວມສືບຕໍ່ໃນປີນີ້ 5 ໂຄງການ.

ຝົນນີ້ໄຊຍະຈະຜະລິດເຂົ້າໃຫ້ໄດ້ເກືອບ 2 ແສນໂຕນ

   ແຜນການຜະລິດລະດູຝົນປີນີ້ໂດຍສະເພາະແມ່ນການຜະລິດເຂົ້າມີເນື້ອທີ່ທັງໝົດ 44,7 ພັນເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 1,97 ແສນໂຕນ, ໃນນີ້ນາປີແຜນສູ້ຊົນ 34,2 ພັນເຮັກຕາ, ຄາດຄະເນສະມັດຕະພາບສະເລ່ຍ 4,75 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 1,6 ແສນໂຕນ,ເນື້ອທີ່ໄຮ່ເຂົ້າບໍ່ໃຫ້ເກີນ 10,4 ພັນເຮັກຕາ, ສະມັດຕະພາບ 2,19 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 22.991 ໂຕນ,

4 ແສນກວ່າລາຍ ນຳໃບຕາດິນຄໍ້າປະກັນເງິນກູ້ຈາກຕະຫຼາດເງິນລາວ

   ປະຈຸບັນບັນຫາທີ່ດິນພວມກາຍເປັນຄະດີລາຍໃຫຍ່ຂອງປະເທດຊຶ່ງມັນເກີດມາຈາກຫຼາຍປັດໄຈໃນນັ້ນບັນຫາໃບຕາດິນຊໍ້າຊ້ອນພວມຮືຮາກັນໄປທົ່ວບ້ານທົ່ວເມືອງໂດຍສະເພາະມາຮອດດຽວນີ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກຈໍານວນຫຼາຍໄດ້ຮັບຜົນກະທົບໂດຍກົງຈາກບັນຫາດັ່ງກ່າວ ແລະ ໃນຂະນະນີ້ມີຜູ້ປະກອບການ, ນັກທຸລະກິດ

ດິນ 49,63% ຂອງເນື້ອທີ່ທົ່ວປະເທດຖືກເຊົ່າ ແລະສຳປະທານ 1,7 ພັນໂຄງການ

     ປະຈຸບັນ ສປປ ລາວ ມີໂຄງການເຊົ່າ-ສໍາປະທານທີ່ດິນທັງໝົດ 1.758 ໂຄງການ ມີເນື້ອທີ່ອະນຸມັດທັງໝົດ 11,75 ລ້ານເຮັກຕາກວມເອົາ 49,63%  ຂອງເນື້ອທີ່ທົ່ວປະເທດໃນນັ້ນມີພຽງ 721 ໂຄງການທີ່ມີສັນຍາເຊົ່າ ຫຼືສໍາປະທານ ແລະອີກ 1.037 ໂຄງການແມ່ນບໍ່ມີສັນຍາ,ນອກນີ້ຍັງມີ 438 ໂຄງການທີ່ຈັບຈອງດິນບໍ່ພັດທະນາ, ບໍ່ມີການເຄື່ອນໄຫວຊຶ່ງລັດເຫັນຄວນຍົກເລີກສັນຍາ.