ຫລວງນໍ້າທາ ທຳລາຍສັດປ່າຫວງຫ້າມທີ່ຍືດໄດ້

  ວັນທີ 26 ພະຈິກຜ່ານມາກອງກວດກາປ່າໄມ້ພະແນກກະສິກຳ ແລະປ່າໄມ້ແຂວງຫຼວງນໍ້າທາໄດ້ຈູດທໍາລາຍສັດປ່າ,ສີ້ນສ່ວນສັດປ່າຈັກສະຕິນ ແລະອາວຸດລ່າເນື້ອທີ່ຍຶດໄດ້ມາຈາກປະຊາຊົນຜູ້ກະທຳຜິດຕໍ່ລະບຽບກົດໝາຍຢູ່ທີ່ສະໜາມຂີ້ເຫຍື້ອເມືອງຫຼວງນໍ້າທາ

ເຢຍລະມັນ ຊ່ວຍລ້າໂຄງການກໍ່ສ້າງຂົງເຊສະໜູ ເມືອງເຊໂປນ

  ພິທີເຊັນສັນຍາໂຄງການກໍ່ສ້າງຂົວເຊສະໝູເມືອງເຊໂປນແຂວງສະຫວັນນະເຂດ ລວມຍາວ 120 ແມັດ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ 100% ຈາກປະເທດເຢຍ ລະມັນໂດຍຜ່ານທະນາຄານເພື່ອການພັດທະນາ KFW ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2020 ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງ,

3 ອົງການຈັດຕັ້ງມະຫາຊົນຈາກສູນກາງຂື້ນທ່ຽວຈອມພູເບ້ຍໄຊສົມບູນ

  3 ອົງການຈັດຕັ້ງມະຫາຊົນຈາກສູນກາງໃນນັ້ນມີສູນກາງສະຫະພັນແມ່ຍິງລາວຊາວໜຸ່ມ ແລະກຳມະບານຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນແຂວງໄຊສົມບູດ້ຂຶ້ນພິຊິດຈອມພູເບ້ຍໃນວັນທີ 27 ພະຈິກຜ່ານມາໂດຍການນຳພາຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ,

ສ້າງເຂື່ອນນໍ້າກົງ 3 ສົ່ງໄຟຂາຍຫວຽດນາມສຳເລັດ 87,3%

 ການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ າຮອດປະຈຸບັນໜ້າວຽກທັງໝົດສໍາເລັດແລ້ວ 87,3% ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ2017, ຄາດວ່າຈະໃຫ້ສໍາເລັດແລະເລີ່ມຜະລິດໄຟຈໍາໜ່າຍຢ່າງເປັນທາງການພາຍໃນກາງປີໜ້າຊຶ່ງພະລັງງານທີ່ຜະລິດໄດ້ທັງໝົດຈະສົ່ງອອກໄປຂາຍທີ່ຫວຽດນາມ.

ຄຳມ່ວນ ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X

  ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 29-30 ພະຈິກນີ້ທີ່ສະໂມສອນແຂວງໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ,ຮັກສາການເຈົ້າແຂວງໆຄຳມ່ວນ,

ສກຈຮ ຈໍາປາສັກຝຶກອົບຮົມຂຽນແຜນທຸລະກິດແກ່ລູກຄ້າ

  ເພື່ອເຮັດໃຫ້ລູກຄ້າທີ່ກູ້ຢຶມເງິນໄປປະກອບທຸລະກິດໃຫ້ໄດ້ຮັບຜົນດີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ ຈໍາກັດ (ສກຈຮ

ເປີດໃຊ້ດອກໄຟເຍືອງທາງ 7 ເສັ້ນ ແລະລະບົບນໍ້າພຸປະຕູໄຊ

 ພິທີເປີດການນໍາໃຊ້ລະບົບແສງໄຟເຍືອງໃນ 7 ເສັ້ນທາງ ແລະລະບົບນໍ້າພຸປະຕູໄຊໃນໂຄງການແສງສະຫວ່າງໃນເຂດເທດສະບານໃຈກາງຕົວເມືອງນະຄອນຫຼວງວຽງຈັນດ້ວຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນວັນທີ 27 ພະຈິກ 2020 ທີ່ສວນ ປະຕູໄຊນະຄອນຫຼວງວຽງຈັນ (ນວ)

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ທີ່ກຳລັງປິ່ນປົວມີອາການເບົາບາງ

  ກະຊວງສາທາລະນະສຸກລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 26 ພະຈິກ 2020 ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່, 

ຄາຣາວານທ່ອງທ່ຽວຈອມພູເບ້ຍຄຶກຄັກຫຼາຍພາກສ່ວນຂື້ນພິຊິດ

    ວັນທີ 25 ພະຈິກ 2020 ຄະນະນຳຈາກແຂວງຊຽງຂວາງ ແລະນະຄອນຫຼວງວຽງຈັນໄດ້ຂຶ້ນທ່ອງທ່ຽວພິຊິດຈອມພູເບ້ຍ ເມືອງອານຸວົງ ແຂວງໄຊສົມບູນ ໂດຍແຂວງຊຽງຂວາງນຳພາຂະບວນຂອງ ທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງຊຽງຂວາງສ່ວນນະຄອນຫຼວງວຽງຈັນ

ສະຫາຍ ພຸດ ສິມມາລາວົງ ເລຂາພັກກະຊວງສຶກສາທິການ ແລະກີລາ

  ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະກີລາໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 24 ພະຈິກ ແລະປິດລົງດ້ວຍຜົນສຳເລັດໃນວັນທີ 25 ພະຈິກ ໂດຍການເປັນປະທານຂອງສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ,