ຫຼາຍພາກສ່ວນສືບຕໍ່ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

 ທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ), ຍັງມີບັນດາພາກສ່ວນຕ່າງໆສືບຕໍ່ມາມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ 6 ແຂວງ ພາກກາງ ແລະພາກໃຕ້ໂດຍສະເພາະແມ່ນບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ 3 ແລະບໍລິສັດລັດວິສາຫະກິດລາວເດີນອາກາດທີ່ໄດ້ເຂົ້າມາມອບໃນວັນທີ 18 ກັນຍາ 201 9, ຊຶ່ງຕາງໜ້າລັດຖະບານຮັບແມ່ນ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງ ຮສສໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທະນາຄານຫວຽດຕິນລາວເປີດອາຄານໃໝ່

 ທະນາຄານຮຸ້ນສ່ວນອຸດສາຫະກໍາການຄ້າຫວຽດນາມ (ທະນາຄານຫວຽດຕິນໄດ້ເປີດອາຄານສໍານັກງານໃຫຍ່ທະນາຄານຫວຽດຕິນລາວ ຈໍາກັດ ໃນວັນທີ 17 ກັນຍ ີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ

ກຳມະບານ ທຫລ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

  ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ກັບພີ່ນ້ອງທີ່ໄດ້ຮັບຄວາມເດືອດຮ້ອນຈາກນໍ້າຖ້ວມອັນເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນທີ່ມາຈາກພາຍຸພັດຜ່ານເຂົ້າລາວໃນລະຫວ່າງທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍາ 2019 ອັນສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ຊັບສິນຂອງພໍ່ແມ່ປະຊາຊົນ ຢູ່ 2 ແຂວງພາກກາງ 

ໄຟຟ້າຈຳປາສັກເສຍຫາຍ 2 ຕື້ກວ່າກີບ ຈາກນໍ້າຖ້ວມ

  ຕົ້ນເດືອນກັນຍານີ້ເກີດບັນຫານໍ້າຖ້ວມຢູ່ແຂວງພາກກາງ ແລະໃຕ້ຢ່າງໜັກໜ່ວງສະເພາະແຂວງຈຳປາສັກ ລັດວິສາຫະກິດໄຟຟ້າລາວສາຂາແຂວງດັ່ງກ່າວ ເສຍ ຫາຍ 2 ຕື້ກວ່າກີບ ແລະປະຈຸບັນໄດ້ມີການເລັ່ງມືສ້ອມແປງເພື່ອໃຫ້ປະຊາຊົນສາມາດຊົມໃຊ້ໄຟຟ້າໄດ້ເປັນປົກກະຕິ.

 

ກຽມປັບປຸງກົງຈັກການຈັດຕັ້ງ-ບຸກຄະລະກອນດ່ານຊາຍແດນ ແລະສະໜາມບິນສາກົນທົ່ວປະເທດຄືນໃໝ່

  ລັດຖະບານກຽມປັບປຸງກົງຈັກການຈັດຕັ້ງ ແລະບຸກຄະລາກອນຂອງບັນດາດ່ານຊາຍແດນ ແລະສະໜາມບິນສາກົນໃນຂອບເຂດທົ່ວປະເທດຄືນໃໝ່ໂດຍທ້າຍເດືອນສິງຫາຜ່ານມາທີ່ເຂດເສດຖະກິດພິເສດບໍ່ເຕ່ນ ແຂວງຫຼວງນໍ້າທາຄະນະສະເພາະກິດໂດຍມີກະຊວງພາຍໃນເປັນເຈົ້າການປະສານສົມທົບກັບບັນດາຂະແໜງການ 

ໃກ້ຄວາມເປັນຈິງ 2 ໂຄງການພັດທະນາຂອງບໍລິສັດກຸ່ມຄຳໄພຊະນະທີ່ແຂວງໄຊສົມບູນ

   ບໍລິສັດກຸ່ມຄຳໄພຊະນະມີຄວາມປາດຖະໜາຈະເປັນສ່ວນໜຶ່ງຮ່ວມພັດທະນາແຂວງໄຊສົມບູນໃຫ້ມີຄວາມຈະເລີນທຽບທັນກັບແຂວງອື່ນໆໃນລາວດ້ວຍການຈະນຳເອົາ 2 ໂຄງການດ້ານ ທ່ອງທ່ຽວທຳມະຊາດພູເບ້ຍແບບອະນຸລັກ ແລະຜະລິດກະສິກຳສະອາດຄົບວົງຈອນໂດຍຮ່ວມມືກັບປະຊາຊົນຊຶ່ງມາຮອດປະຈຸບັນ 2 ໂຄງການ

ຫາລືຄວາມເປັນເອກະພາບທາງດ້ານປະກັນໄພໃນລາວ

 ວັນທີ 16 ກັນຍາຜ່ານມາທີ່ກະຊວງການເງິນ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມລະຫວ່າງຄະນະບໍລິຫານສະມາຄົມປະກັນໄພແຫ່ງ ສປປ ລາວ ກັບບັນດາ ບໍລິສັດປະກັນໄພໃນລາວຄັ້ງທີ 2 ໂດຍການເປັນປະທານຂອງທ່ານ ຫໍລະດີ ວໍລະຣາດ ປະທານສະມາຄົມປະກັນໄພແຫ່ງ ສປປ ລາວ

ກະສິກຳເລັ່ງຟື້ນຟູການຜະລິດຢູ່ 6 ແຂວງ ພ້ອມກຳນົດການແກ້ໄຂເປັນ 4 ເຂດ

 ຜົນຂອງພາຍຸທີ່ພັດຜ່ານເຂົ້າລາວໃນໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາຜ່ານມານີ້ຂະແໜງກະສິກຳ ແລະປ່າໄມ້ກໍແມ່ນຂະແໜງໜຶ່ງທີ່ໄດ້ຮັບຜົນກະທົບໜັກໜ່ວງໂດຍສະເພາະເນື້ອທີ່ການປູກເຂົ້າພືດ ແລະ ສັດລ້ຽງທຸກປະເພດລ້ວນໄດ້ຮັບຄວາມເສຍຫາຍຊຶ່ງເນື້ອທີ່ເສຍຫາຍເບື້ອງຕົ້ນມີປະມານ 1,6 ແສນເຮັກຕາຂະນະທີ່ການແກ້ໄຂເບື້ອງຕົ້ນກະຊວງກະສິກຳໄດ້ເລັ່ງໃສ່ການຟື້ນຟູໂດຍກຳນົດການແກ້ໄຂເປັນ 4 ເຂດ.

ລັດຖະບານຊີ້ນຳ ຖວທ ຕິດຕາມແກ້ໄຂສື່ອອນລາຍທີ່ອອກຂ່າວບິດເບືອນຄວາມຈິງ

ໃນກອງປະຊຸມປຶກສາຫາລືກ່ຽວກັບສະພາບໄພພິບັດນໍ້າຖ້ວມຄັ້ງທີ 2, ລັດຖະບານໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະທ້ອງຖິ່ນຈັດຕັ້ງປະຕິບັດຫຼາຍບັນຫາໜຶ່ງໃນນັ້ນແມ່ນໃຫ້ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ

ສະມາຄົມເຟີນີເຈີ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

 ວັນທີ 17 ກັນຍາຜ່ານມາທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມສະມາຄົມເຟີນີເຈີລາວໄດ້ນຳເອົາເງິນຈຳນວນ 15 ລ້ານກີບ ທີ່ລະດົມໄດ້ຈາກສະມາຊິກເພື່ອໄປມອບໃຫ້ຜູ້ທີ່ປະສົບໄພນໍ້າຖ້ວມທາງພາກໃຕ້ຂອງລາວໂດຍ ຕາງໜ້າມອບຂອງທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ