(ນສພ ເສດຖະກິດ-ສັງຄົມ)
ຕາມການລາຍງານຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງສະຫວັນນະເຂດ ຕໍ່ກອງປະ ຊຸມສະພາສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດ ຂຶ້ນໃນວັນທີ 8-11 ມັງກອນ 2019 ໄດ້ໃຫ້ຮູ້ວ່າ: ສຳລັບບັນຫາການຄຸ້ມຄອງວຽກງານການນຳໃຊ້ສານເຄມີຂອງບໍລິສັດໂຄງການ
ຂ່າວ: ນິກ
ບາຊາ-ບີແຄັດແອນແຄຣີ່ ສູນລວມສິນຄ້າອຸປະໂພກບໍລິໂພກຄົບເຄື່ອງທີ່ຄັດສັນເລືອກສິນຄ້າຄຸນນະພາບດີສູ່ສັງຄົມລາວເປີດໃຫ້ບໍລິການມາ 2 ເດືອນ ໄດ້ສຽງຕອບຮັບຢ່າງໜ້າພໍໃຈອັນເປັນຜົນໃຫ້ສິນຄ້າບາງອາທິດນຳມາເກືອບບໍ່ທັນໂດຍສະເພາະຊ່ວງເທສະການຕ່າງໆທີ່ສຳຄັນສາມາດຊ່ວຍໃຫ້ຜູ້ຄົນຂ້າມໄປຊື້ສິນຄ້າປະເທດໃກ້ຄຽງຫຼຸດລົງ.
ຂ່າວ: ກິ່ງລັດຕະນະ
ປີທ່ອງທ່ຽວ ລາວ-ຈີນ ປີນີ້, ລັດຖະບານໄດ້ວາງຄາດໝາຍສູ້ຊົນດຶງດຶດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາປະເທດ 5,2 ລ້ານຄົນ ເພື່ອຈະສ້າງລາຍຮັບໃຫ້ໄດ້ 876,38 ລ້ານ ໂດລາສະຫະລັດ ຫຼື ປະມານ 7,44 ພັນຕື້ກີບ, ໃນນັ້ນນັກທ່ອງທ່ຽວ ຈີນ ແລະ ຕ່າງປະເທດບໍ່ໃຫ້ຫຼຸດ 4,5 ລ້ານຄົນ.
ຂ່າວ: ພິມພອນ
ໃນວັນທີ 11 ມັງກອນ 2019, ໄດ້ມີພິທີວາງສີລາລຶກໂຄງການຮ່ວມມືກ່ຽວກັບການຜະລິດພືດຜັກ ແລະໝາກໄມ້ສະອາດທີ່ທັນສະໄໝຢູ່ ສປປ ລາວ, ດ້ວຍການຮ່ວມມືຂອງກົມປູກຝັງກະຊວງກະສິກຳ ແລະປ່າໄມ້ຮ່ວມກັບບໍລິສັດໄໝສຽງພັດທະນາກະສິກຳ ແຂວງ ໄຮ່ລົງຈ່ຽງ ຈຳກັດ, ໂດຍເຂົ້າຮ່ວມໃນ ພິທີມີ ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານນາງ ເອີເວ້ ປະທານບໍລິສັດ ໄໝສຽງ ພັດທະນາກະສິກຳແຂວງ ໄຮ່ລົງຈ່ຽງ ຈຳກັດ, ພ້ອມດ້ວຍແຂກຖືກ ເຊີນ ແລະພາກສ່ວນທີ່ກ່ຽວຂ້ອງທັງ ສອງຝ່າຍເຂົ້າຮ່ວມ.
ຂ່າວ: ພັນທະມິດ ວົງສຸທິ
ພິທີເປີດນໍາໃຊ້ເສັ້ນທາງຂອງບ້ານ ບຸ່ງນາດີ ທີ່ຂຶ້ນກັບກຸ່ມບ້ານທີ 2 ເຂດເທສະບານ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນທີ 8 ທັນວາ 2019, ໂດຍການເຂົ້າຮ່ວມພິທີຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດຂອງທ່ານ ຫ່ວນ ຮັງບົວສອນ ຮອງເຈົ້າເມືອງໄຊພູທອງ
ຂ່າວ: ສະເຫຼີມໄຊ
ໂຄງການກໍ່ສ້າງຫ້າງຊັບພະສິນຄ້າ ແຂວງເຊກອງ ພາຍຫຼັງທີ່ໄດ້ດຳເນີນການກໍ່ສ້າງມາແຕ່ປີ 2016 ປະຈຸບັນມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດສຳເລັດສະເລ່ຍໜ້າວຽກໂດຍລວມມີຄວາມຄືບໜ້າແລ້ວ 95% ມີມູນຄ່າການກ່ໍສ້າງ ທັງໝົດ 93,54 ຕື້ກີບ ຂະນະທີ່ໜ້າວຽກ ທີ່ຍັງສືບຕໍ່ແມ່ນລະບົບໄຟຟ້າ, ການຕົບແຕ່ງພາຍໃນ, ການອະນາໄມ ແລະໜ້າວຽກອື່ນໆອີກຈຳນວນໜຶ່ງຊຶ່ງດ້ານຜູ້ຮັບເໝົາຄາດຈະໃຫ້ສໍາເລັດກ່ອນແຜນການທີ່ກຳນົດໄວ້.
(ນສພ ເສດຖະກິດ-ສັງຄົມ)
ປະຈຸບັນບັນດາຜູ້ປະກອບການພາຍໃນ ແລະຕ່າງປະເທດເລີ່ມທະຍອຍນຳສິນຄ້າສວຍງາມເຂົ້າຮ່ວມງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວຄັ້ງທີ 5 ປະຈຳປີ 2019 ຢ່າງຕໍ່ເນື່ອງໂດຍງານຈະເປີດຂຶ້ນເປັນທາງການໃນວັນທີ 14 ມັງກອນ ມີຈຳນວນ 181 ຫ້ອງວາງສະ ແດງ-ຂາຍສິນຄ້າຄຸນນະພາບດີດ້ວຍລາຄາສົມເຫດສົມຜົນ ແລະ ກິດຈະກຳອື່ນໆທີ່ຈະສ້າງໃຫ້ມີບັນຍາກາດຄຶກຄື້ນຕະຫຼອດງານ.
ຂ່າວ: ວົງມະນີ
ໃນລະຫວ່າງວັນທີ 10-11 ມັງ ກອນ 2019 ທີ່ໂຮງແຮມວຽງຈັນພາຊາ ນະຄອນຫຼວງວຽງຈັນ ກະຊວງອຸດສາຫະກໍາ ແລະການຄ້າກົມອຸດສາຫະກໍາ ແລະການຄ້າຮ່ວມກັບໂຄງການ GIZ (Deutsche Gesellschaft Fuer Internatiqnale Zusammenarbeit) ໄດຈັດກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະຕິດຕາມໄມ້ສົ້ນເຂົ້າ ແລະສົ້ນອອກໃນຂະບວນການປຸງແຕ່ງ ແລະການຄ້າໂດຍເປັນເປັນປະທານຂອງ ທ່ານ ສົມຟອງ ສຸລິວັນ ຮອງຫົວໜ້າກົມ ອຸດສາຫະກໍາ ແລະຫັດຖະກໍາ, ກະຊວງອຸດສາຫະກໍາ ແລະການຄ້າ
(ນສພ ເສດຖະກິດ-ສັງຄົມ)
ເພື່ອເຮັດໃຫ້ແຜນຍຸດທະສາດທີ່ລັດຖະບານໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ລື່ນແຜນນັ້ນນາຍົກໄດ້ເນັ້ນໜັກໃຫ້ຂະແໜງການເງິນເລັ່ງປະຕິຮູບວຽກງານຢ່າງຮອບດ້ານ ແລະ ແຂງແຮງ, ຫັນເອົາການຄຸ້ມຄອງລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ສຳເລັດທັງໝົດບໍ່ກາຍປີ 2020 ເພື່ອສະກັດກັ້ນການຮົ່ວໄຫຼ, ແກ້ໄຂປາກົດການຫຍໍ້ທໍ້ໃນຂົງເຂດລາຍຮັບຢ່າງຂາດຕົວຂະນະທີ່ໃນປີ 2019 ລັດຕັ້ງເປົ້າໃຫ້ລາຍຮັບບັນລຸ 26.305 ຕື້ກີບ ແລະ ຈະຄວບຄຸມລາຍຈ່າຍບໍ່ໃຫ້ເກີນ 33.394 ຕື້ກີບ.
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 8 ມັງກອນ 2019 ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ພາຍ ໃຕ້ການເປັນປະທານຂອງທ່ານ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ, ໂດຍການເປັນ ກຽດເຂົ້າຮ່ວມມີທ່ານ ພົທ ແສງນວນ ໄຊຍະລາດຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ