ລາວ-ຈີນ ແລກປ່ຽນບົດຮຽນລຶບລ້າງທຸກຍາກ ຜ່ານຮູບເງົາລະຄອນເວທີ

ໂດຍຄະນະໂຄສະອົບຮົມສູນກາງພັກ ປປ ລາວ, ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພ້ອມດ້ວຍ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ສົມທົບກັບ ຄະນະພັກແຂວງຫູນານ ຮ່ວມກັນຈັດສາຍຮູບເງົາລະຄອນເວທີການແກ້ໄຂຄວາມທຸກຍາກ “ເພງສັນລະເສີນແຜ່ນດິນ”

ໃຜຈູດກະໂພກ ຕ້ອງໂທດປັບໃໝສູງສຸດ 5 ລ້ານກີບ

ນະຄອນຫຼວງວຽງຈັນ, ສັ່ງຫ້າມເດັດຂາດ ບໍ່ໃຫ້ຜະລິດ, ນຳເຂົ້າ, ຊື້-ຂາຍ, ມີໄວ້ຄອບຄອງ ແລະ ຈູດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອມຟ້າ ໂດຍບໍ່ໄດ້ຮັບປະນຸຍາດຈາກກອງບັນຊາການ ປກສ-ປກຊ ນະຄອນຫຼວງວຽງຈັນ; 

ແອບອ້າງເປັນທະຫານ ສ້າງພາບຕົວະເອົາເງິນກວ່າ 300 ລ້ານ

ອີກໜຶ່ງລາຍຄະດີທີ່ສ້າງຄວາມເສຍຫາຍໃຫ້ແກ່ຄົນທີ່ຫຼົງເຊື່ອ ແລະຫວັງໄດ້ບັນຈຸເປັນເຈົ້າໜ້າທີ່ທາງລັດ, ຊຶ່ງຜູ້ຫຼອກລວງກໍຈັດໜັກໃສ່ເຄື່ອງແບບຕິດຊັ້ນນາຍພັນ ພ້ອມຫັນມາຕັ້ງນາມສະກຸນເພື່ອໃຫ້ບາງກຸ່ມຄົນເຊື່ອຖືຈົນຍອມວາງເງິນໃສ່ມື; ສຸດທ້າຍກໍນໍາໄປສູ່ຄວາມເສຍຫາຍທັງຊັບສິນ ແລະຄວາມຮູ້ສຶກ, 

114 ຄອບຄົວທີ່ຖືກຍົກຍ້າຍຈາກໄຟຟ້າຫົງສາ ກຽມຂຶ້ນເຮືອນໃໝ່

ສຳເລັດຮຽບຮ້ອຍແລ້ວ, ໂຄງການກໍ່ສ້າງເຮືອນ 136 ຫຼັງ ພ້ອມມີລະບົບໄຟຟ້າ, ນໍ້າໃຊ້, ຖະໜົນ ແລະລະບົບລະບາຍນໍ້າໃນບ້ານ, ມີໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ຫ້ອງການບ້ານ, ຕະຫຼາດ ແລະ ສຸກສາລາ ຊຶ່ງຖືວ່າເປັນການຕອບສະໜອງພື້ນຖານໂຄງລ່າງຄົບຊຸດ ສໍາລັບ 114ຄອບຄົວ ທີ່ຍົກຍ້າຍຈາກ ບ້ານກີ່ວງີ້ວ.

ແຮງງານລາວ 28 ຄົນ ອອກເດີນທາງໄປເຮັດວຽກທີ່ ສ.ເກົາຫຼີ

ແຮງງານທັງ 28 ຄົນ ແມ່ນໄດ້ຜ່ານລະບຽບອະນຸຍາດການຈ້າງງານຕາມລະບົບ MOU .ພ້ອມນີ້, ສູນບໍລິການຈັດຫາງງານກໍໄດ້ອົມຮົມເຂົາເຈົ້າໃຫ້ຮູ້ຈັກກ່ຽວກັບຂັ້ນຕອນຕ່າງໆ, ຕັ້ງແຕ່ການຂຶ້ນຍົນສະໜາມບິນວັດໄຕ ສປປ ລາວ ແລະຂັ້ນຕອນຕ່າງໆເມື່ອເດີນທາງເຖິງ ສ.ເກົາຫຼີ,

ກະຊວງການເງິນ ແລະສະຫວັນນະເຂດ ຮ່ວມຫາລືເລື່ອງຜັນຂະຫຍາຍວາລະແຫ່ງຊາດ

ກະຊວງການເງິນ ແລະ ແຂວງສະຫວັນນະເຂດ, ໄດ້ພ້ອມກັນຄົ້ນຄວ້າ, ລົງເລິກວຽກງານເສດຖະກິດ-ການເງິນ ໂດຍເນັ້ນໃສ່ຄວາມຮັບຜິດຊອບຂອງທຸກຂະແໜງການ ເພື່ອພ້ອມໃຈກັນເຂົ້າຮ່ວມຕາມພາລະບົດບາດ ແລະ ມີສ່ວນຮ່ວມໃນການແກ້ໄຂບັນຫາ;

ຄົ້ນພົບຄວາມມະຫັດສະຈັນໃນຖໍ້າເຂດເມືອງເຟືອງ

ຖືເປັນຄວາມພາກພູມໃຈຂອງທີມງາມ ກຣີນດິສໂຄເວີຣີລາວ (Greendiscoverylaos) ໂດຍນັກສຳຫຼວດເພື່ອພັດທະນາສະຖານທີ່ທ່ອງທ່ຽວ ແລະ ສ້າງສັນກິດຈະກຳທ່ອງທ່ຽວແບບອະນຸຮັກສິ່ງແວດລ້ອມ ຫຼື Eco Tour

ແມ່ນຫຍັງຖ່ວງດຶງສິ່ງອໍານວຍຄວາມສະດວກດ້ານການຄ້າ?

ຖິງແມ່ນຫຼາຍນິຕິກຳໄດ້ຮັບການສ້າງຕັ້ງຂຶ້ນ ແລະໄດ້ຮັບການປັບປຸງແລ້ວ; ແຕ່ແຜນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າໃນປີຜ່ານມາ ກໍເຫັນວ່າມີຫຼາຍອັນຍັງບໍ່ທັນສອດຄ່ອງ ແລະບໍ່ເຂັ້ມງວດຕາມຂໍ້ກຳນົດທີ່ລະບຸໄວ້ໃນກົດໝາຍ.

ເຊີນທ່ຽວຊົມເທສະການອາຫານລາວ

ເປີດສາກຂຶ້ນຢ່າງເປັນທາງການລະຫວ່າງວັນທີ 25-29 ມັງກອນ, ສຳລັບງານເທສະການອາຫານລາວ ປະ​ຈຳ​ປີ 2022 ທີ່ສວນ​ເຈົ້າ​ອະ​ນຸ​ວົງ ​ນະ​ຄອນຫຼວງວຽງ​ຈັນ, ​​ເປັນ​ກຽດ​ເຂົ້າຮ່ວມໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ,

ລັດຖະບານຈີນ ມອບວັຄຊີນຊຸດທີ 8 ຈຳນວນ 2 ລ້ານໂດສ ຊ່ວຍລາວຕ້ານໂຄວິດ

ວັຄຊີນປ້ອງກັນໂຄວິດ-19 ຈໍານວນ 2 ລ້ານໂດສ ຈາກ ສປ ຈີນ ໄດ້ມາຮອດ ສປປ ລາວ ແລ້ວ, ໃນຕອນເຊົ້າຂອງວັນທີ 25 ມັງກອນ 2022 ຊຶ່ງນັບເປັນຄັ້ງທີ 8 ທີ່ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອວັຄຊີນປ້ອງກັນໂຄວິດ-19 ແກ່ ສປປ ລາວ ແລະ ເປັນຄັ້ງທໍາອິດຂອງປີ 2022.