ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນພຶດສະພາ 2019 ໄດ້ ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະ ບານເຂົ້າຮ່ວມ.
ວັນທີ 17 ພຶດສະພາຜ່ານມາ ທີ່ເດີ່ນສະໂມສອນເມືອງບົວລະພາ ແຂວງຄຳມ່ວນ ກອງບັນຊາການ ປກສ ເມືອງ ໄດ້ຈັດພິທີທຳລາຍຂອງກາງເພື່ອແກ້ໄຂປະກົດ ການຫຍໍ້ທໍ້ ປີ 2019 ຂຶ້ນ
ຈາກກການສະເໜີຂ່າວອອກໄປຂອງໜັງສືພິມເສດຖະກິດ-ສັງຄົມໃນສະບັບທີ່ຜ່ານມາກ່ຽວກັບສາເຫດຂອງການປ່ອຍສິ່ງເສດເຫຼືອພາໃຫ້ນໍ້າເປື້ອນໄຫຼລົງສູ່ແຫຼ່ງນໍ້າທຳມະຊາດ ແລະສົ່ງກິ່ນເໝັນໃຫ້ກັບປະຊາຊົນຕໍ່ກັບເຫດການຄັ້ງນີ້, ແຂວງບໍລິຄຳໄຊ ກໍໄດ້ມີການຈັດກອງປະຊຸມປຶກສາຫາລືໃນວັນທີ 20 ພຶດສະພາ 2019 ຜ່ານມາ,
ຜ່ານການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະກວດກາລັດແຂວງເຊກອງບວກກັບຄວາມເປັນເຈົ້າການຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມຮາກ ຖານໄດ້ເອົາໃຈໃສ່ສຸມສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຈົນສາມາດຍາດໄດ້ຜົນງານທີ່ເດັ່ນຫຼາຍດ້ານໜື່ງໃນນັ້ນກໍແມ່ນການແກ້ໄຂບັນຫາໄມ້ລຽບຕາມຊາຍແດນແຂວງເຊກອງ ສປປ ລາວ ແລະ ແຂວງກວາງນາມ ສສ ຫວຽດນາມ.
ກອງປະຊຸມພົບປະລະຫວ່າງກົມຄຸ້ມຄອງທະນາຄານທຸລະກິດທະນາຄານແຫ່ງ ສປປ ລາວ (ທຫລ) ແລະທະນາຄານທຸລະກິດປະຈຳປີ 2018 ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ
ເພື່ອເປັນການພັດທະນາການຄຸ້ມຄອງທະນາຄານທຸລະກິດໃນຍຸກການປະຕິບັດອຸດສາຫະກໍາ 4,0 ແລະສອດຄ່ອງກັບແຜນສ້າງຄວາມເຂັ້ມແຂງແກ່ຂົງເຂດການພັດທະນາທະນາຄານທຸລະກິດໃນ ສປປ ລາວ ໃຫ້ທັນຕໍ່ຄວາມຕ້ອງການຂອງລູກຄ້າ ແລະ ຮັບຮອງກັບສິ່ງທ້າທາຍໃນລະບົບຊໍາລະສະສາງຂ້າມແດນໃຫ້ມີຄວາມປອດໄພໂດຍອີງຕາມຜົນເກັບກໍາຂໍ້ມູນໃນປີ 2018
ລັດຖະບານກໍຄືກະຊວງກະສິກຳ ແລະປ່າໄມ້ລະບຸວ່າ ທຸກໂຄງການສວນກ້ວຍໃນລາວຕ້ອງດຳເນີນການໃຫ້ໄດ້ຕາມມາດຕະຖານກະສິກຳສະອາດເທົ່ານັ້ນຈື່ງຈະອະນຸ ຍາດດຳເນີນການໄດ້ຂະນະທີ່ຢູ່ນະຄອນຫຼວງວຽງຈັນ ແມ່ນໃຫ້ຢຸດສຳລັບການຂະຫຍາຍເນື້ອທີ່ປູກກ້ວຍໃໝ່.
ເພື່ອເປັນການປະຕິບັດຕາມນະໂຍບາຍ 6 ສ ເປັນຕົ້ນແມ່ນ ສ ສີຂຽວ ເຮັດໃຫ້ນະຄອນຫຼວງວຽງຈັນມີອາກາດປອດໃສສົດຊື່ນ ແລະ ປະກອບສ່ວນເພີ່ມເນື້ອທີ່ປົກຫຸ້ມຂອງພື້ນທີ່ສີຂຽວໃນຂອບເຂດທົ່ວປະເທດໃຫ້ໄດ້ 70% ພາຍໃນປີ 2020 ໃນວັນທີ 1 ມິຖຸນາ ທີ່ຈະມາເຖິງນີ້ໂຮງງານເຄແອນບີເຟີນິເຈີຈະມີການປູກຕົ້ນໄມ້ເສດຖະກິດ ແລະໄມ້ປະດັບຈຳນວນ 500 ຕົ້ນທີ່ສວນຂອງໂຮງງານ.
ທ້າຍອາທິດຜ່ານມາ ລາວຟອດ ຊີຕີໄດ້ຈັດງານນຳສະເໜີລົດຟອດທຣານສິດໃໝ່ທີ່ສວຍງາມຫຼູຫຼາໂດດເດັ່ນມີເຄື່ອງຈັກຂະໜາດ 2,2 ລິດ 6 ສະປີດຊຶ່ງລົດດັ່ງກ່າວເໝາະແກ້ຫຼາຍກຸ່ມລູກຄ້າໂດຍສະເພາະໂຮງແຮມ ແລະບໍລິສັດທ່ອງທ່ຽວ.
ສະພາການຄ້າ ແລະອຸດສາຫະກໍາ ແຂວງຈໍາປາສັກ ໄດ້ຈັກຝຶກອົບຮົມໃຫ້ແກ່ບັນດາຫົວໜ່ວຍທຸລະກິດທັງພາກລັດ ແລະພາກເອກກະຊົນໃນການບໍລິຫານບຸກຄະລະກອນຢ່າງມືອາຊີບເພື່ອນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນການບໍລິຫານຕົວຈິງ.