ຈຳປາສັກ ເປີດສູນບໍລິການວິສາຫາກິດນ້ອຍ ແລະກາງ

 ເປີດນິມິດໝາຍອັນໃໝ່ແຫ່ງການເຕົ້າໂຮມພາກທຸລະກິດໃຫ້ເຂົ້າສູ່ລະບົບ ແລະການຄຸ້ມຄອງສົ່ງເສີມທີ່ເປັນຜົນບວກສໍາລັບການເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງຂຶ້ນເພື່ອຂັບເຄື່ອນພາກທຸລະກິດໃຫ້ມີການເຕີບໃຫຍ່ເຂັ້ມແຂງຍິ່ງຂຶ້ນ.

ລັດຮັບຮອງຮ່າງດຳລັດການປີດບໍ່ແຮ່ຫຼັງສິ້ນສຸດຂຸດຄົ້ນ

 ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ແລະປິດລົງໃນເຊົ້າວັນທີ 22 ສິງຫາ ທີ່ສໍານັກງານນາຍົກລັດຖະມົນຕີພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໂພນໂຮງ ຈັບ 2 ຕ້ອງຫາ ພ້ອມຢາບ້າຄ່ມື 752 ເມັດ

 ພາຍຫຼັງເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີການຊື້-ຂາຍຢາເສບຕິດປະເພດຢາບ້າຢູ່ຂອບເຂດບ້ານນາເຫຼົ່າ,ເມືອງໂພນໂຮງ ຈຶ່ງໄດ້ລົງຕິດຕາມເປົ້າ ໝາຍເຫັນວ່າມີມູນຄວາມຈິງໃນທີ່ສຸດກໍ່ສາມາດຈັບຕົວເປົ້າໝາຍໄດ້ 2 ຄົນຄືທ້າວ ແລວຄໍາ ອາຍຸ 43 ປີຊາວນາ

ສາລີ 80% ທົ່ວປະເທດຖືກບົ້ງກິນສ່ວນລັດສົ່ງເສີມປູກພືດ 10 ຊະນິດທົດແທນ

  ສະພາບການລະບາດຂອງບົ້ງຝູງສາລີໃນຂອບເຂດທົ່ວປະເທດທີ່ກົມປູກຝັງກະຊວງກະສິກຳ ແລະປ່າໄມ້ໄດ້ເກັບກຳມາຮອດວັນທີ 16 ສິງຫາ 2019 ໃນຈໍານວນ 12 ແຂວງ, 67 ເມືອງ, 778 ບ້ານ ການລະບາດກວມເອົາ 80% ຂອງພື້ນທີ່ປູກທັງໝົດ,

ເຂື່ອນນໍ້າຂອງໄຊຍະ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນ ແລະປະເທດຊາດ

 ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າໄຊຍະບູລີເປັນໂຮງໄຟຟ້າພະລັງນໍ້າແບບຝາຍນໍ້າລົ້ນມີກໍາລັງການຜະລິດຕິດຕັ້ງ 1.285 ເມກາວັດມີຄວາມຍາວຂ້າມລໍານໍ້າຂອງຕອນລຸ່ມ 820 ແມັດ,

ຫຼາຍບ້ານເມືອງແບ່ງ ຮັບຜົນກະທົບຈາກເຫດນໍ້າໄຫຼຊຸ

ເລີ່ມແຕ່ເວລາ 5:00-8:00 ໂມງຂອງວັນທີ 17 ສິງຫາ ຢູ່ເມືອງແບງ ແຂວງອຸດົມໄຊ ໄດ້ເກີດຝົນຕົກໜັກແລ້ວເກີດມີນໍ້າໄຫຼຊຸຖ້ວມເນື້ອທີ່ການຜະລິດເຮືອນຊານບ້ານຊ່ອງລວມເຖິງພື້ນຖານໂຄງລ່າງຈຳນວນໜຶ່ງພາຍໃນເມືອງແບງແຂວງອຸດົມໄຊໄດ້ຮັບຜົນເສຍຫາຍໜັກ.  

ລາວ ແລະຫວຽດນາມ ແລກປ່ຽນບົດຮຽນວຽກງານກວດກາ

  ໃນລະຫວ່າງວັນທີ 15-18 ສິງຫາ 2019 ຄະນະຜູ້ແທນຂັ້ນສູງຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວນໍາໂດຍສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ,

ວັດຊຽງຄວນຄຶກຄັກ ປີນີ້ນັກທ່ອງທ່ຽວເກືອບ 2 ແສນຄົນແລ້ວ

  ສວນວັດທະນະທຳຊຽງຄວນເປັນອີກສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງນະຄອນຫຼວງວຽງຈັນທີ່ກຳລັງກາຍເປັນທີ່ສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຂະນະທີ່ປະຈຸບັນກ້າວເຂົ້າສູ່ລະດູຝົນແຕ່ບັນຍາກາດຂອງການທ່ອງທ່ຽວຍັງຄົງຄຶກຄື້ນຄືກັບລະດູແລ້ງປິນີ້ຕົວເລກບັນລຸແລ້ວເກືອບ ແສນຄົນ ໂດຍນັກທ່ອງທ່ຽວສ່ວນໃຫຍ່ແມ່ນມາຈາກປະເທດຈີນຫວຽດນາມເກົາຫຼີ ແລະພາຍໃນປະເທດ.

ທິບພະຍະປະກັນໄພ ຈະພັດທະນາທຸລະກິດເຕີບໃຫຍ່ໄປເລື້ອຍໆ

ທິບພະຍະປະກັນໄພ ຈຳກັດ ເປັນບໍລິສັດໜຶ່ງທີ່ດໍາເນີນທຸລະກິດດ້ວຍການຢຶດຖືຄຸນນະພາບຄວາມຖືກຕ້ອງເປັນຫຼັກແລະການບໍລິການທີ່ມີຄວາມທ່ຽງທຳວ່ອງໄວທັນໃຈໃຫ້ກັບລູກຄ້າຊຶ່ງໃນປະຈຸບັນບໍລິສັດໄດ້ຕິດອັນດັບ 3 ໃນ 22 ບໍລິສັດປະກັນໄພໃນລາວ.

ທ່ານນາຍົກເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ ເນັ້ນເອົາໃຈໃສ່ປ້ອງກັນການລະບາດຂອງພະຍາດໄຂ້ຍຸງ

   ໃນຕອນເຊົ້າວັນທີ 14 ສິງຫາ 2019 ທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີພອ້ມດວ້ຍ ທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງກ່ຽວຂ້ອງດ້ໄປເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ການຜະລິດຢູ່ແຂວງສະຫວັນນະເຂດ ໂດຍມີທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ພາກ ສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.