ກຸ່ມບໍລິສັດພົງສະຫວັນທຸ່ມ 580 ລ້ານໂດລາ ພັດທະນາເມືອງອັດສະລິຍະໃນ ນວ

ຕົວເມືອງອັດສະລິຍະ, ກຳລັງຈະປກົດຂຶ້ນທີ່ ສປປ ລາວ ໂດຍກຸ່ມບໍລິສັດພົງສະຫວັນຈຳກັດ ດ້ວຍມູນຄ່າການລົງທຶນເຖິງ 580 ລ້ານໂລດາສະຫະລັດ ຫຼືປະມານ 6,73 ພັນຕື້ກີບເພື່ອພັດທະນາໃຫ້ເປັນສູນລວມທາງດ້ານການພັດທະນາເສດຖະກິດ, 

ກະແສນິຍົມສື່ສັງຄົມອອນລາຍໄດ້ປ່ຽນໂຄງສ້າງທຸລະກິດໃນປີ 2022

ທ່ານ ແດນ ເນຍຣີ, ຮອງປະທານບໍລິສັດ Meta ປະຈຳພາກພື້ນ ອາຊີ - ປາຊີຟິກ ໄດ້ແບ່ງປັນກ່ຽວກັບຂໍ້ມູນເຊີງເລິກຕະຫຼອດເຖິງບົດສົນທະນາກັບບັນດາທຸລະກິດຕ່າງໆແລະນັກສ້າງເນື້ອຫາໃນພາກພື້ນເພື່ອເບິ່ງວ່າກະແສເຫຼົ່ານີ້ໄດ້ປັບປ່ຽນໂຄງສ້າງຂອງຄວາມນິຍົມທາງສື່ສັງຄົມອອນລາຍ

ເມົາຢາເສບຕິດປ່ວງບ້າອາລະວາດ ດວງເຖິງຄາດຖືກລູກປືນຟົ້ງໃສ່ ຕາຍຄາທີ່

ໃນລະຫວ່າງທີ່ ປກສ ບ້ານ ເຂົ້າແກ້ໄຂເຫດຮ້າຍ, ຈາກຊາຍເມົາຢາເສບຕິດຈົນປ່ວງບ້າອາລະບາດທຳຮ້າຍຜູ້ຄົນ, ຈົນຕ້ອງຢັບຢັ້ງດ້ວຍການຍິງປືນຂຶ້ນຟ້າເພື່ອນາບຂູ່ໃຫ້ຢຸດຕິ, ແຕ່ກໍຍັງບໍ່ເຊົາ, ຈິ່ງຕ້ອງຍິງປືນອີກໜຶ່ງນັດໃສ່ພື້ນທາງເບຕົງ, ແຕ່ລູກປືນໄດ້ຟົ້ງໃສ່ທ້າວ ຫືດ ທີ່ກຳລັງປ່ວງເພາະລິດຢາບ້າພາໃຫ້ເສຍຊີວິດຄາທີ່.

ທ່າ​ແຮງ “ການເຊື່ອມ​ໂຍງ​ເຊື່ອມ​ຈອດ” ຂອງ​ ສປປ ລາວ​ ນັບ​ມື້​ພົ້ນ​ເດັ່ນ​ດ້ວຍລົດໄຟ ລາວ-ຈີນ

ເມື່ອ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ທຳ​ອິດ ຂະ​ບວນ​ດ່ວນ​ລ້ານ​ຊ້າງ ​ທີ່​ແລ່​ນ​ດ້ວຍ​ຄວາມ​ໄວ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ໄດ້​ຂັບເຄື່ອນ​ອອກ​ຈາກ​ນະ​ຄອນ​ຄຸນ​ມ ​ປະ​ເທດ​ຈີນ, ມຸ່ງ​ໜ້າ​ສູ່​ນະ​ຄອນຫຼວງວຽງ​ຈັນ​ ປະ​ເທດ​ລາວ, ​ລົດ​ໄຟ​ຖ້ຽວ​ນີ້ ​ໄດ້​ຂົນ​ສົ່ງ​ດອກ​ໄມ້

ອະນາໄມໂລກ ເຕືອນ ໂຄວິດ-19 ຍັງບໍ່ແມ່ນພະຍາດປະຈຳຖິ່ນ

ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ “ຂະນະນີ້, ໄວຣັສໂຄວິດ-19 ກາຍພັນສາຍພັນ “ໂອມິຄຣອນ” ກໍາລັງລະບາດ, 

ໂຄວິດ-19 ກະທົບວຽກງານຕ້ານເອດ ຜະເຊີນຄວາມຫຍຸ້ງຍາກ

ການລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຕໍ່ວຽກງານຕ້ານເອດ ເນື່ອງຈາກຂໍ້ຈຳກັດດ້ານການສັນຈອນໄປມາ, ຈິ່ງເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວຜະເຊີນກັບຄວາມຫຍຸ້ງຍາກ.

ເຊີນຊວນຮ່ວມປັນນ້ຳໃຈ ໃນງານກຸສົນຊ່ວຍພີ່ນ້ອງລ້ອງແຈ້ງ

ເພື່ອຊ່ວຍເຫຼືອ ແບ່ງປັນ ແລະ ເປັນກຳລັງໃຈໃຫ້ພີ່ນ້ອງຮ່ວມຊາດ, ໂດຍສະເພາະຊາວເມືອງລ້ອງແຈ້ງ, ທີ່ຜູ້ຕ້ອງການຄວາມຊ່ວຍເຫຼືອຫຼາຍດ້ານ ນັບແຕ່ເຄື່ອງໃຊ້ຊີວິດປະຈຳ ແລະ ອື່ນໆ ຊຶ່ງສະຫະພັນອອຟໂຣດ ນະຄອນຫຼວງວຽງວຽງຈັນ, ຈະໄດ້ຈັດງານການກຸສົນຂຶ້ນ ເພື່ອນຳເອົາເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນໄປມອບໃຫ້.

ນາຍຈ້າງຈະອອກຄ່າໃຊ້ຈ່າຍໃຫ້ແຮງງານລາວທີ່ເດີນທາງໄປເຮັດວຽກຢູ່ໄທ

ລາວ-ໄທ ເປັນເອກະພາບກ່ຽວກັບຄ່າໃຊ້ຈ່າຍ ສຳລັບຜູ້ທີ່ຈະເດີນທາງໄປເຮັດວຽກຢູ່ປະເທດໄທ ໄລຍະໂຄວິດ-19 ລະບາດ ໂດຍລັດຖະບານສອງຝ່າຍ ໄດ້ເຫັນດີເປັນເອກະພາບກ່ຽວກັບຄ່າໃຊ້ຈ່າຍຕ່າງໆ ຂອງຜູ້ອອກ ແຮງງານລາວ ທີ່ຈະເດີນທາງໄປເຮັດວຽກຢູ່ປະເທດໄທ, ຊຶ່ງໄດ້ມີການລະບຸໃຫ້ນາຍຈ້າງຮັບຜິດຊອບຄ່າກວດໂຄວິດ ຄ່າກັກຕົວ ແລະ ຄ່າຈັດສົ່ງ.

ສຳເລັດກອງປະຊຸມຄົບຄະນະບໍລິຫານງານ ທຫລ ສະໄໝທີ IV 2021

ຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ ທຫລ ສະໄໝທີ IV ປະຈຳ​ປີ 2021, ວາລະສໍາຄັນນີ້ ຈັດຂຶ້ນໃນລະຫວ່າງວັນທີ 11-12 ມັງກອນ 2022  ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ສອນ​ໄຊ ສິດ​ພະ​ໄຊ ກຳມະການ​ສູ​ນກາງ​ພັກ, ​ເລຂາ​ຄະນະ​ພັກ-ຜູ້​ວ່າການ ທຫລ, ມີ​ບັນດາ​ສະຫາຍຄະນະ​ປະຈຳ​ພັກ-ຄະນະ​ພັກ ທຫລ, ຜູ້​ຊ່ວຍ​ຄະນະ​ຜູ້​ວ່າການ, ​ເລຂາ​ໜ່ວຍ​ພັກ-​ເລຂາຄະນະພັກ​ຮາກ​ຖານ ​ແລະ ຫົວໜ້າ​ສາຂາ ທຫລ ປະຈຳ​ພາກ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ພັນລະຍາປະທານປະເທດ ຢ້ຽມຢາມສູນໃຫ້ຄໍາປຶກສາ ແລະ ຝຶກອົບຮົມວິຊາຊີບ ທີ່ຈຳປາສັກ

ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາຄອບຄົວການນຳຂັ້ນສູນກາງ, ໄດ້ເຄື່ອນໄຫວຢ້ຽມຢາມສູນໃຫ້ຄໍາປຶກສາ ແລະ ຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງຂອງສະຫະພັນແມ່ຍິງແຂວງ ທີ່ເມືອງໂພນທອງ ແຂວງຈຳປາສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ ພ້ອມດ້ວຍພັນລະຍາ ແລະ ຄະນະ ຮ່ວມຕິດຕາມດ້ວຍ.