ປີນີ້ລັດໃຊ້ງົບ 5 ຮ້ອຍຕື້ກີບ ຟື້ນຟູຫຼັງໄພພິບັດ

 2018 ຜ່ານມາ, ລາວເຮົາໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດທຳມະຊາດ, ເຮັດໃຫ້ຫຼາຍຂະແໜງການຖືກເສຍຫາຍ ແລະເພື່ອເປັນການແກ້ໄຂສຸກເສີນຊຶ່ງລັດຖະບານກໍໄດ້ມີການນຳໃຊ້ງົບປະມານສຸກເສີນແກ້ໄຂແລ້ວຈຳນວນໜຶ່ງ ແລະໃນປີ 2019 ນີ້ 

ຫາລືຕິດຕາມຄວາມປອດໄພຂອງເຂື່ອນ ແລະແຜນຮອງຮັບສຸກເສີນ

 ວັນທີ14 ມິຖຸນາຜ່ານມາທີ່ນະຄອນຫຼວງວຽງຈັນ ບໍລິສັດໄຟຟ້ານ້ຳເທີນ 2 ຮ່ວມກັບກົມຄຸ້ມຄອງພະລັງງານກະຊວງພະລັງງານ ແລະບໍ່ແຮ່ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການບໍລິຫານຈັດການອ່າງນ້ຳ ແລະການຜະລິດພະລັງງານໃນຊຸມປີຜ່ານມາຂອງເຂື່ອນໄຟຟ້ານ້ຳຕົກ ສປປ ລາວ ຄັ້ງທີ 1 ໂດຍການເປັນປະທານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່, 

ສສຊ ສະເໜີລັດສ້າງນິຕິກຳຄຸ້ມຄອງວັງວຽງ ຫວັງທ່ອງທ່ຽວກັບມາຄຶກຄັກ

    ເດືອນທີ່ຜ່ານມາ, ມີໜັງສືພິມ ແລະສື່ສັງຄົມອອນລາຍໄດ້ນຳສະເໜີຂ່າວໄປວ່າຕົວເລກນັກທ່ອງທ່ຽວທີ່ເຂົ້າມາທ່ຽວຢູ່ເມືອງວັງວຽງຫຼຸດລົງ,ຕໍ່ກັບບັນຫາດັ່ງກ່າວນີ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ເຜີຍໃຫ້ຮູ້ເຖິງສາເຫດທີ່ພາໃຫ້ນັກທ່ອງທ່ຽວຫຼຸດລົງເປັນເພາະຄວາມເປັນທຳມະຊາດ ແລະສະພາບແວດລ້ອມພາຍໃນເມືອງທີ່ເຄີຍອຸດົມສົມບູນພັດຖືກທຳລາຍໄປຫຼາຍແລ້ວ.

ປະທານປະເທດ ຢ້ຽມຍາມ ແລະລົງຊຸກຍູ້ໂຮງງານຜະລິດໝໍ້ແປງໄຟຟ້າຍີ່ຫໍ້ເອັສເຄ

  ເນື່ອງໃນໂອກາດທີ່ທ່ານ ບຸນຍັງ ວໍລະຈິດ ປະທານປະເທດພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ເມື່ອທ້າຍອາທິດຜ່ານມາໂດຍຖືກຕ້ອນຮັບຮັບຢ່າງອົບອຸ່ນຈາກທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ທ່ານປະທານປະເທດກໍໄດ້ເປັນກຽດລົງຢ້ຽມຢາມ ແລະ ຊຸກຍູ້ຫົວ ໜ່ວຍການຜະລິດພາຍໃນແຂວງໜື່ງໃນນັ້ນກໍແມ່ນໂຮງງານຜະລິດໝໍ້ແປງໄຟຟ້າຍີ່ຫໍ້ເອັສເຄ (SK)

ບົ້ງສາລີລະບາດໜັກຢູ່ 4 ເມືອງໄຊຍະ ລວມເນື້ອທີ່ເສຍຫາຍແລ້ວ 2,01 ພັນເຮັກຕາ

  ຂະນະນີ້ຝູງບົ້ງສາລີລະບາດໜັກທີ່ແຂວງໄຊຍະບູລີ ລວມເນື້ອທີ່ເສຍຫາຍແລ້ວ 2,01 ພັນເຮັກຕາ ໃນເກືອບ 40 ບ້ານຂອງ 4 ເມືອງຊາວກະສິກອນ 2,5 ພັນຄອບຄົວໄດ້ຮັບຜົນກະທົບຢ່າງໃດກໍຕາມເວລານີ້ພາກລັດຈາກກະຊວງກະສິກຳໄດ້ເລັ່ງເຂົ້າຊ່ວຍເຫຼືອໂດຍໄດ້ນຳຢາກຳຈັດບົ້ງລົງມອບໃຫ້ແຂວງເພື່ອກຳຈັດ ການລະບາດບໍ່ໃຫ້ແຜ່ຂະຫຍາຍອອກຕື່ມອີກໄດ້.

ພາສີເຊກອງຂຸ້ນຂ້ຽວເກັບລາຍຮັບໃຫ້ບັນລຸແຜນ 5 ເດືອນພວມໄດ້ 21,61%

  ຜ່ານໄປ 5 ເດືອນ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງກອງກວດກາພາສີປະຈໍາແຂວງເຊກອງປະຕິບັດໄດ້ພຽງ 1,7 ຕື້ກີບ, ຂະນະທີ່ຕົວເລກໝົດປີສູງເຖິງ 8 ຕື້ກີບ, ດ້ານຫົວໜ້າກອງລະບຸຍັງອີກ 7 ເດືອນທ້າຍ ປີຕ້ອງເຮັດວຽກໜັກຂຶ້ນເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້.

ເອກະຊົນສຳປະທານດິນປູກໝາກມັງກອນຢູ່ປາກກະດິງ

 ພິທີລົງນາມເຊັນບົດບັນທຶກສຳປະທານທີ່ດິນໂຄງການພັດທະນາກະສິກຳປູກໝາກມັງກອນຢູ່ເຂດບ້ານນາຫີນ ເມືອງປາກກະດິງ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນານີ້ທີ່ແຂວງບໍລິຄຳໄຊ ລະຫວ່າງ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການທຶນແຂວງເຊັນໃນນາມຕາງໜ້າຝ່າຍລັດ ແລະ ທ່ານ ເໜົາຮົງ ຕ່າວ ປະທານບໍລິສັດງົວເກົ້າໂຕພັດທະນາກະສິກຳບໍລິຄຳໄຊ ຈຳກັດ 

ອຸດົມໄຊປູກເຂົ້ານາປີເນື້ອທີ່ເພີ່ມຂື້ນ 300 ກວ່າເຮັກຕາ

 ປະຈຸບັນຊາວນາທົ່ວແຂວງອຸດົມໄຊ ຈໍານວນ 390 ບ້ານ, 61,9 ພັນຄອບຄົວພວມຂຸ້ນຂ້ຽວບຸກເບີກ, ປັບປຸງ, ກະກຽມດິນ ແລະຕົກກ້າເພື່ອພ້ອມກັນຈັດຕັ້ງປະຕິບັດໃນການປູກເຂົ້ານາປີໃຫ້ທັນກັບລະດູການເຊິ່ງປີນີ້ຫັນວ່າເນື້ອທີ່ນາປີມີອັດຕາຂະຫຍາຍຕົວ ແລະເພີ່ມຂຶ້ນ.

ຈັບ 2 ສ່ຽວສົ່ງຢາບ້າແສນກວ່າເມັດ

   ໃນວັນທີ 8 ມິຖຸນາ 2019 ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈຳນວນໜຶ່ງກຳລັງເຄື່ອນໄຫວຊື້-ຂາຍຢາເສບຕິດ (ຢາບ້າ) ຢູ່ຂອບເຂດບ້ານສະໜູນໄຊ ເມືອງພະລານໄຊແຂວງສະຫວັນນະເຂດ,

ສສຊ ຫ່ວງຊີວິດປະຂາຊົນ ຮຽກຮ້ອງລັດເດັດຂາດຄຸ້ມຄອງສວນກ້ວຍຫອມ

  ສສຊ ຫຼືສະມາຊິກສະພາແຫ່ງຊາດຫຼາຍເຂດເລືອກຕັ້ງສະແດງຄວາມເປັນຫ່ວງຕໍ່ສຸຂະພາບ ແລະຊີວິດຂອງປະຊາຊົນລວມທັງສິ່ງແວດລ້ອມຊີວະນາໆພັນພາຍ ຫຼັງທີ່ລັດຖະບານເປີດເຜີຍຂໍ້ມູນການປູກກ້ວຍໃນຂອບເຂດທົ່ວປະເທດມີພຽງສ່ວນໃດໜຶ່ງເທົ່ານັ້ນທີ່ໄດ້ຮັບອະນຸຍາດຖືກຕ້ອງທັງນີ້ໄດ້ສະເໜີຮຽກຮ້ອງໃຫ້ຂະ ແໜງການ