ດາກຈຶງ ເລີ່ມເສຍຄ່າທາງ ແລະທີ່ດິນຜ່ານທະນາຄານ

  ສ່ວຍສາອາກອນປະຈໍາແຂວງທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາເຊກອງ (ທຄຕລ), ເຈົ້າໜ້າທີ່ຕໍາຫຼວດຈາລະຈອນແຂວງ ແລະ ຫ້ອງການໆເງິນເມືອງດາກຈຶງໄດ້ ຮ່ວມກັນເປີດຂະບວນການຊຸກຍູ້ເສຍຄ່າ ທໍານຽມທາງ ແລະພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2019 ຂຶ້ນໃນວັນທີ 3 ກັນຍາ 2019

ສວນພຶກສາ ປະກອບສ່ວນແກ້ໄຂຄວາມທຸກຍາກປະຊາຊົນ

  ສວນພຶກສາເປັນອີກສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສົ່ງເສີມທາງດ້ານສີລະປະວັດທະນະທຳ ແລະການດຳລົງຊີວິດຂອງຊົນເຜົ່າໃນລາວຊຶ່ງຜູ້ພັດທະນາໄດ້ລົງທຶນພັດທະນາໄປຄຽງຄູ່ກັບການປະກອບສ່ວນແກ້ໄຂຄວາມທຸກຍາກປະຊາຊົນທີ່ຢູ່ອ້ອມຂ້າງດ້ວຍການສ້າງວຽກ ແລະສ້າງລາຍຮັບໃຫ້ເຂົາເຈົ້າຕາມທິດຊີ້ນຳພັກ-ລັດ

ກວຕ ມອບເງິນ ແລະເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

  ເຊົ້າວັນທີ 2 ຕຸລາ ຜ່ານມາ,ກະຊວງວິທະຍາສາດ ແລະເຕັກໂນໂລຊີໄດ້ນຳເອົາດອກໄຟ ແລະເງິນສົດຈຳນວນໜຶ່ງໄປມອບໃຫ້ກັບກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສເພື່ອນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ,

ສາລະວັນ ຕ້ອງການງົບສຸກເສີນແປງຂົວ-ທາງຕື່ມອີກ 315 ຕື້ກີບ

ສາລະວັນແມ່ນແຂວງໜຶ່ງທີ່ໄດ້ຮັບຜົນກະທົບໜັກໜ່ວງຈາກໄພນໍ້າຖ້ວມທີ່ເກີດຂຶ້ນໃນປີນີ້ສະເພາະຂະແໜງໂຍທາທິການ ແລະຂົນສົ່ງທີ່ລວມເອົາເສັ້ນທາງ ແລະຂົວຫຼາຍແຫ່ງສັງລວມຄວາມເສຍຫາຍທັງໝົດ 470 ຕື້ກີບແຕ່ໄດ້ມີການໃຊ້ງົບການແກ້ໄຂສຸກເສີນເບື້ອງຕົ້ນເພື່ອລະບາຍການສັນຈອນໄປແລ້ວ 155 ຕື້ກີບ 

ຫຼາຍພາກສ່ວນຮ່ວມຫາລືກຳນົດຄ່າແຮງງານຂັ້ນຕໍ່າສຸດໃນລາວ

 ວັນທີ 1 ຕຸລາ 2019, ກົມຄຸ້ມຄອງແຮງງານກະຊວງແຮງງານກະຊວງແຮງງານ ແລະສະຫວັດດີການສັງຄົມ(ຮສສ), ໄດ້ຈັດກອງປະຊຸມວິຊາການເພື່ອປຶກສາຫາລືກ່ຽວກັບການກຳນົດຄ່າແຮງງານຂັ້ນຕໍ່າສຸດເຂົ້າຮ່ວມ ແລະກ່າວເປີດກອງປະຊຸມຂອງທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ,ກະຊວງ ຮສສ

ດ່ານພາສີສາກົນນາເພົ້າ ຕັ້ງເປົ້າລາຍຮັບໝົດປີ 130 ຕື້ກີບ 9 ເດືອນເກັບໄດ້ບໍ່ເຖີງ 60%

  ປີ 2019 ດ່ານພາສີສາກົນນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຮັບຕົວເລກມອບໝາຍຈໍານວນ 130 ຕື້ກີບຜ່ານການຈັດຕັ້ງປະຕິບັັດຕົວຈິງໃນ 9 ເດືອນ ບໍ່ສາມາດບັນລຸຕາມແຜນຊຶ່ງສາມາດປະຕິບັດໄດ້ພຽງແຕ່ 77,5 ຕື້ ກວ່າກີບ ເທົ່າກັບ 59,65% ຂອງແຜນການປີ,

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານຟື້ນຟູຫລັງນໍ້າຖ້ວມຢູ່ແຂວງຄຳມ່ວນ

  ວັນທີ 2 ຕຸລາ 2019 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຄຳມ່ວນ ໂດຍໄດ້ຮັບການຕ້ອນຮັບ ແລະຟັງການລາຍງານກ່ຽວກັບແຜນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໂດຍສະເພາະໄດ້ຮັບຟັງການລາຍງານກ່ຽວກັບຜົນເສຍຫາຍຈາກໄພນໍ້າຖ້ວມ 

1514 ສາຍດ່ວນແຈ້ງພະນັກງານທີ່ດິນເຮັດຜິດລະບຽບ

  ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໄດ້ອອກແຈ້ງການໃຫ້ພະນັກງານທີ່ດິນເອົາໃຈໃສ່ການສະໜອງຂໍ້ມູນກ່ຽວກັບຕອນດິນໃຫ້ແກ່ປະຊາຊົນລວມທັງນິຕິບຸກຄົນ ແລະການຈັດຕັ້ງເປົ້າໝາຍເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນທີ່ເຮັດໜ້າທີ່ການຄຸ້ມຄອງວຽກງານທີ່ດິນໃຫ້ມີຄຸນທາດການເມືອງ

ຍ້ອງຍໍກົມກອງ-ບຸກຄົນທີ່ເຮັດໃຫ້ລາວພົ້ນບັນຊີສີເທົາ

ລັດຖະບານແຫ່ງ ສປປ ລາວ ໄດ້ຈັດຕັ້ງພິທີຍ້ອງຍໍບັນດາກົມກອງ ແລະບຸກຄົນຜູ້ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການສ້າງເງື່ອນໄຂໃຫ້ ສປປ ລາວ ອອກຈາກບັນຊີສີເທົາກໍ່ຄືການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເພື່ອອອກຈາກບັນຊີສີເທົາຂອງອົງການຕ້ານການຟອກເງິນ

ຍອດເສຍຫາຍເບື້ອງຕົ້ນນໍ້າຖວ້ມ 5 ແຂວງ 1,73 ພັນຕື້ກີບສວ່ນເຮືອນເປ່ເພໜົດຫຼັງລັດຈະສາ້ງໃຫ້ໃໝ່

 ຈາກຜົນກະທົບຂອງໄພພິບັດທີ່ເກີດຂຶ້ນໃນປີນີ້ແຕ່ເດືອນມິຖຸນາ ຫາ ເດືອນກັນຍາເຮັດໃຫ້ 12 ແຂວງທົ່ວປະເທດໄດ້ຮັບຄວາມເສຍຫາຍກວມເອົາ 58 ເມືອງ, 1,79 ພັນບ້ານ, 1,78 ແສນຄອບຄົວໃນນັ້ນມີ 152 ຫຼັງຄາເຮືອນເສຍຫາຍ 100%