ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມບໍ່ແກ້ວ ແລະຫຼວງນໍ້າທາ

 ໃນລະຫວ່າງວັນທີ 11-12 ພະຈິກ 2020, ທ່ານ ທອງສະຫວັນ ພົມວິຫານຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ລົງເຄື່ອນ ໄຫວເຮັດວຽກທີ່ແຂວງບໍ່ແກ້ວ, ຊຶ່ງໃຫ້ກຽດຕ້ອນຮັບໂດຍທ່ານ ຈອມສີ ລັດຕະນະປັນ, ຮອງເລຂາຄະນະພັກແຂວງ, ຮອງເຈົ້າແຂວງ-ແຂວງບໍ່ແກ້ວ

ເປີດແລ້ວໂຮງງານນໍ້າດື່ມ-ນໍ້າກ້ອນພັດທະນາທີ່ຫຼວງພະບາງ

  ໂຮງງານນໍ້າດື່ມສະອາດທີ່ເນັ້ນຄຸນນະພາບພັດທະນາໄດ້ເປີດຮັບໃຊ້ສັງຄົມແລ້ວຊຶ່ງໄດ້ຈັດພິທີເປີດຢ່າງເປັນທາງການໃນວັນທີ 14 ພະຈິກຜ່ານມາທີ່ໂຮງງານບ້ານຂົວທີ່ໜຶ່ງນະຄອນຫຼວງພະບາງໂດຍເຂົ້າຮ່ວມຂອງ ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນຫຼວງພະບາງ,

ເຊລະບຳຮັບໂຮງຮຽນປະຖົມສົມບູນຫຼັງໃໝ່

  ອາຄານຮຽນປະຖົມສົມບູນຫຼັງໃໝ່ບ້ານເຊລະບໍາເມືອງຊະນະສົມບູນ ແຂວງຈໍາປາສັກ ທີ່ໄດ້ຮັບທຶນກໍ່ສ້າງຈາກບໍລິສັດໄຟຟ້າມະຫາຊົນ 1 ຕື້ກວ່າກີບ ທີ່ໄດ້ມີການກໍ່ສ້າງໃນໄລຍະ 5 ເດືອນ ມາຮອດປະຈຸບັນແມ່ນໄດ້ສໍາເລັດແລ້ວ 100% ແລະມີຄວາມພ້ອມໃນການເປີດນໍາໃຊ້.

 

ໄຊສົມບູນ ສ້າງຄູຝຶກປູກພືດອິນຊີ

 ພິທີເປີດຊຸດຝຶກອົບຮົມສ້າງຄູຝຶກກ່ຽວກັບກະສິກໍາອິນຊີໃຫ້ພະນັກງານຂັ້ນແຂວງເມືອງ ແລະຊາວສວນຜູ້ທີ່ເຮັດວຽກກະສິກໍາໂດຍສະເພາະແມ່ນໃນຂະແໜງການປູກ ຝັງ ແລະປະຊາຊົນໃນຈໍານວນ 5 ບ້ານ ເປົ້າໝາຍຂອງເມືອງອະນຸວົງ ແຂວງໄຊສົມບູນໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະປ່າໄມ້ແຂວງ

ສະພາບໍລິຫານ ທຫລ ຮັບຮອງ 4 ວຽກສຳຄັນ

   ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ (ທຫລຄັ້ງທີ I ປະຈໍາປີ 2020 ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 16 ພະຈິກ 2020 ທີ່ຫ້ອງປະຊຸມ ທຫລນະຄອນຫຼວງວຽງຈັນ ໂດຍດຳເນີນເປັນປະທານຂອງທ່ານ ສອນໄຊສິດ ພະໄຊ ຜູ້ວ່າການ ທຫລປະທານສະພາບໍລິຫານ ທຫລ;

 

ຮອງນາຍົກໂອ້ລົມ ການນຳແຂວງສະຫວັນນະເຂດ

  ໃນໂອກາດທີ່ເດີນທາງໄປຢ້ຽມຢາມ ແລະມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຊົນນະບູລີແຂວງສະຫວັນນະເຂດໃນລະຫວ່າງວັນ ທີ 14-15 ພະຈິກ 2020 ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກ

ແຂວງວຽງຈັນ ກວດກາ 400 ກວ່າໂຄງການ-ສຳປະທານດິນລັດ

  ວຽງຈັນແມ່ນອີກແຂວງໜຶ່ງຂອງລາວມີທີ່ຕັ້ງໃກ້ນະຄອນຫຼວງວຽງຈັນຊຶ່ງເປັນເມືອງເອກຂອງປະເທດລາວເໝາະສົມແກ່ການລົງທຶນໃສ່ຂະແໜງການຕ່າງໆເຮັດໃຫ້ໃນຜ່ານມາບັນດາຜູ້ປະກອບການໝາຍຕາ ແລະໄປລົງທຶນທີ່ແຂວງດັ່ງກ່າວ

ການພັດທະນາເທສະບານ ເມືອງພູຄູນ ມີຄວາມຄືບໜ້າບາງໂຄງການສຳເລັດແລ້ວ

  ປະຈຸບັນອົງການປົກຄອງເມືອງພູຄູນ ແຂວງຫຼວງພະບາງໄດ້ສຸມໃສ່ປະຕິບັດໂຄງການພັດທະນາເທສະບານເມືອງຫຼາຍໂຄງການໃນນັ້ນມີບາງໂຄງການໄດ້ສຳເລັດແລ້ວໂດຍພື້ນຖານພາຍຫຼັງເລີ່ມລົງມືມາແຕ່ປີ 2018 ໂດຍສະເພາະແມ່ນໂຄງການບຸກເບີກສະຖານທີ່ສະໂມສອນຂອງເມືອງສຳເລັດແລ້ວ 100%,

ກຳປູເຈຍ ມອບເຄື່ອງຕ້ານໂຄວິດ-19 ແກ່ລາວ

 ລັດຖະບານ ແລະປະຊາຊົນກໍາປູເຈຍໄດ້ມອບອຸປະກອນການແພດໃຫ້ແກ່ລັດຖະບານ ແລະປະຊາຊົນລາວເພື່ອນຳໃຊ້ເຂົ້າໃນການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍມີພິທີມອບ-ຮັບຂຶ້ນໃນວັນທີ 16 ພະຈິກ 2020 ທີ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສຳເລັດເກືອບ 90% ທ້າຍປີໜ້າເປີດໃຊ້

  ວັນທີ14 ພະຈິກຜ່ານມາສະມາຊິກສະພາແຫ່ງຊາດ (ສສຊ) ທີ່ມາເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ຢ້ຽມຢາມບໍລິສັດວິສະວະກຳທາງລົດ ໄຟເລກ2 ສປ ຈີນ ທີ່ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ