ສົ່ງເສີມຂ່າວສານສຸຂະພາບຈະເລີນພັນ ແກ່ໄວໜຸ່ມ

 ວັນທີ 7 ມິຖຸນາ 2019 ສູນໄວ ໜຸ່ມນະຄອນຫຼວງວຽງຈັນ ຮ່ວມກັບສະ ຫະພັນແມ່ຍິງໄດ້ຈັດກອງປະຊຸມປຶກສາຫາລືການສົ່ງເສີມຂໍ້ມູນຂ່າວສານດ້ານສຸຂະພາບຈະເລີນພັນໃຫ້ແກ່ໄວໝຸ່ມໃນໂຮງງານເປົ້າໝາຍທົ່ວນະຄອນຫຼວງວຽງຈັນປະຈໍາປີ 2019 

ພູເບ້ຍ ເລີ່ມສຳຫຼວດກຽມຂຸດຄົ້ນບໍ່ແຮ່ໃໝ່ ໂຮງງານພູຄຳ

  ບໍລິສັດ ພູເບ້ຍ ມາຍນິງ ກຽມສຳຫຼວດພື້ນທີ່ຕອນເໜືອຂອງໂຮງງານຜະລິດ-ປຸງແຕ່ງ ທອງ-ຄຳ ພູຄຳ ເພື່ອຂະຫຍາຍການຂຸດຄົ້ນແຮ່ທາດຕື່ມພາຍຫຼັງຈະສິ້ນສຸດອາຍຸການສຳປະທານໃນປີ 2021, ຊຶ່ງປະຈຸບັນໜ່ວຍງານທີ່ກ່ຽວຂ້ອງພວມນຳເອົາແຮ່ທາດຂຶ້ນມາວິໄຈ ແລະຄາດວ່າອີກບໍ່ດົນຄົງຮູ້ຜົນ.

ຍີ່ປຸ່ນມອບອາຫານທ່ຽງເດັກນ້ອຍລາວມູນຄ່າ 27 ຕື້ກວ່າກີບ

   ລັດຖະບານຍີ່ປຸ່ນໃຫ້ການຮ່ວມມືຊ່ວຍເຫຼືອໂດຍຜ່ານອົງການອາຫານໂລກໃນການຈັດຕັ້ງປະຕິບັດສະໜັບສະໜູນອາຫານທ່ຽງໃນໂຮງຮຽນໃຫ້ແກ່ເດັກນ້ອຍລາວເພື່ອປະກອບສ່ວນສ້າງຊຸມຊົນມີຄວາມເຂັ້ມແຂງ ແລະເດັກມີສຸຂະພາບດີໃນນັ້ນປະກອບມີເຂົ້າສານ ແລະ ປາກະປ໋ອງລວມມູນຄ່າ 3,2 ລ້ານໂດລາ ເທົ່າກັບ 27,2 ຕື້ກວ່າກີບ

ຄົ້ນພົບວັດຖຸບູຮານຢູ່ເມືອງວິລະບູລີເຖີງ 75 ພັນກວ່າຊິ້ນ

 ວັນທີ 4 ມິຖຸນາ 2019 ນີ້, ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນການຄຸ້ມຄອງມໍລະດົກໃນເຂດສໍາປະທານໂຄງການບໍ່ຄໍາ-ທອງເຊໂປນຂອງເມືອງວິລະບູລີ ຈັດຂຶ້ນຢູ່ຮ້ານອາຫານລາວເດີມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ,

ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງບຸກຄະລາກອນຂອງລັດໃໝ່ 2 ທ່ານ

  ວັນທີ 7 ມິຖຸນາ 2019 ກອງປະຊຸມສະໄໝາສາມັນເທື່ອທີ 7 ຂອງສະພາແຫ່ງ ຊາດຊຸດທີ VIII ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງ ແລະແຕ່ງຕັ້ງບຸກຄະລາກອນຕາມການສະເໜີຂອງທ່ານປະທານປະເທດແຫ່ງ ສປປ ລາວ 

ນາຍົກຊີ້ແຈງ ຫຼັງກວດພົບ 1.285 ຄົນ ສໍ້ລາດບັງຫຼວງມູນຄ່າເສຍຫາຍ 1,5 ພັນຕື້ກີບ

  ການສໍ້ລາດບັງຫຼວງເປັນບັນຫາທີ່ຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ແລະເປັນການສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງແກ່ລັດຖະບານຊຶ່ງໃນໄລຍະຜ່ານມາລັດຖະບານໄດ້ຕິດຕາມກວດ ກາ 1.213 ເປົ້າໝາຍ ແລະເຫັນຄວາມ ເສຍຫາຍເຖິງ 1.568 ຕື້ກີບ, ສາມາດ ເກັບກູ້ຄືນມາໄດ້ 170 ຕື້ກວ່າກີບ 

ທູດໄທ ແລະເອັສຊີຈີ ຈັດໂຄງການຮັກສາສຸຂະພາບແຂ້ວພະສົງ 999 ອົງ

  ສະຖານເອກອັກຄະຣາຊະທູດໄທປະຈໍາລາວ ຮ່ວມກັບ ເອັສຊີຈີ ເຊິ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນພ້ອມດ້ວຍຜູ້ປະກອບການໄທໃນລາວຮ່ວມກັນ

ເປີດບໍລິການໂຮງສາຍຮູບເງົາຊິດຕີເພຣັກຊ໌

 ວັນທີ 5 ມິຖຸນາຜ່ານນາທີ່ນະຄອນຫຼວງວຽງຈັນ ໂຮງສາຍໜັງຊິດຕິເພຣັກຊ໌ ເປີດບໍລິການແລ້ວເພື່ອໃຫ້ມ່ວນຊົນລາວໄດ້ສຳຜັດກັບປະສົບການຄວາມບັນເທີງເໜືອລະດັບກັບເຄື່ອງສາຍເຕັກໂນໂລຊີລ່າສຸດລະດັບໂລກຮູບພາບແຈ້ງລະດັບ Ultra HD ເຂົ້າຮ່ວມ

ນວ ຈັດຕະຫຼາດນັດວາງສະແດງຕົ້ນໄມ້

   ງານຕະຫຼາດນັດວາງສະແດງຕົ້ນໄມ້ ແລະເບ້ຍໄມ້ຈັດຂຶ້ນເປັນປະຈໍາທຸກປີ, ປີນີ້ກໍ່ເຊັ່ນດຽວກັນງານດັ່ງກ່າວຈັດຂຶ້ນທີ່ເດີ່ນພະທາດຫຼວງຊຶ່ງມີຮ້ານວາງສະແດງທັງໝົດ 30 ຮ້ານ, ມີເບ້ຍໄມ້ມາວາງສະແດງ 50 ພັນເບ້ຍ.

ເລີ່ມສ້າງ ແລະແປງຊົນລະປະທານຫ້ວຍຮົ່ວ

  ວັນທີ 5 ມິຖຸນາ 2019 ນີ້ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະປ່າໄມ້ເມືອງໂພນທອງ ແຂວງຫຼວງພະບາງໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານຫ້ວຍຮົ່ວ 3 ບ້ານນາຫຼວງລະຫວ່າງຫ້ອງການກະສິກໍາ ແລະປ່າໄມ້ເມືອງໃນນາມເຈົ້າຂອງໂຄງການກັບບໍລິສັດແວດປະເສີດກໍ່ສ້າງຊົນລະປະທານ