ເລີ່ມບຸນພະທາດໂຜ່ນ

ພິທີເປີດງານບຸນນະມັດສະການພະທາດໂຜ່ນປະຈໍາປີ 2019 ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 15 ກຸມພາ 2019 ຢູ່ທີ່ເດີ່ນໜ້າສາລາກາງວັດພະທາດໂຜ່ນໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງ ສະຫວັນນະເຂດ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະສະມາຊິກສະພາແຫ່ງ ຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ

ທຳລາຍສວນຝິ່ນ ພ້ອມກ່າວເຕືອນຜູ້ລັກລອບປູກ 126 ຄອບຄົວ

 ຕາມການໃຫ້ຂໍ້ມູນຂອງສະຫາຍ ພັຕ ສິນນະກອນ ຄູນວົງພົມ ຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳສັ່ງເລກທີ 01 ຂອງທ່ານ ເຈົ້າແຂວງໆຫຼວງນໍ້າທາວ່າດ້ວຍການກວດກາຄວບຄຸມ ແລະສະກັດກັ້ນການລັກລອບປູກຝິ່ນ, ສູບຝິ່ນຄືນໃໝ່ ແລະ ການລັກລອບຄ້າ-ຂາຍຢາເສບຕິດປະເພດຕ່າງໆເລ່ີມແຕ່ວັນທີ 28 ມັງກອນ-10 ກຸມພາ 2019

ປີນີ້ ນະຄອນຫຼວງມີຜູ້ຕິດເຊື້ອໄຂ້ຍຸງແລ້ວເກືອບ 2 ຮ້ອຍຄົນ

 ນະຄອນຫຼວງວຽງຈັນນັບແຕ່ວັນ ທີ 1 ມັງກອນ 2019 ຈົນຮອດປັດຈຸບັນອາທີດທີ 6 ພົບຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍ 198 ຄົນ ມີຜູ້ເສຍຊີວິດ 4 ຄົນ, ມີອັດຕາຄວາມຮຸນແຮງ 2% ຕໍ່ປະຊາກອນ 1000 ຄົນ ຂະນະທີ່ອົງການອະນາໄມໂລກໄດ້ໃຫ້ນິຍາມວ່າອັດຕາຄວາມຮຸນແຮງຂອງການຕິດເຊື້ອໄຂ້ຍຸງລາຍແມ່ນບໍ່ໃຫ້ສູງກວ່າ 0,2%.

ການປັກດຳເຂົ້ານາແຊງທົ່ວປະເທດຍັງຊ້າກວ່າແຜນການທີ່ວາງໄວ້

   ຕາມແຜນການຜະລິດເຂົ້ານາແຊງປີນີ້ທີ່ວາງໄວ້ເບື້ອງຕົ້ນແມ່ນໃຫ້ຂອບເຂດທົ່ວປະເທດເລີ່ມທຳການຜະລິດແຕ່ເດືອນພະຈິກ 2018 ເປັນຕົ້ນມາເພື່ອຂຸ້ນຂ້ຽວໃສ່ການຜະລິດທົດແທນຜົນເສຍຫາຍໃນການຜະລິດລະດູຝົນທີ່ຜ່ານມາ, ແຕ່ທັງນີ້ກໍອີງໃສ່ຄວາມອາດສາມາດຂອງທ້ອງຖິ່ນ ແລະຜ່ານການປະຕິບັດຕົວຈິງມາຮອດປະຈຸບັນທົ່ວປະເທດ

4 ເມືອງທຸກຍາກ ຮ່ວມປູກຫຍ້າປີໜ້າລ້ຽງງົວກັບຄຳໄພຊະນະ

ຫຼັງຈາກສຳເລັດພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໂຄງການພັດທະນາແຫຼ່ງທ່ອງທ່ຽວລະດັບຊາດ (ໂຄງການສະຫວັນທະເລໝອກພູເບ້ຍເມືອງອະນຸວົງ) ທີ່ແຂວງໄຊສົມບູນ ເມື່ອວັນທີ 13 ກຸມພາຜ່ານມາກໍໄດ້ມີພິທີມອບແກ່ນຫຍ້າໃຫ້ກັບປະຊາຊົນທຸກຍາກ 4 ເມືອງ

ເລີ່ມບຸນນະມັດສະການພະທາດສີໂຄດ

  ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2019 ທີ່ເດີ່ນພະທາດສີໂຄດຕະບອງເມືອງທ່າແຂກ, ແຂວງຄຳມ່ວນ ໂດຍການໃຫ້ກຽດຕັດແຖບຜ້າ ແລະ ລັ່ນ ຄ້ອງເປີດງານຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີບັນດາຄະນະພັກ, ຄະນະນຳຂອງແຂວງ, ສະມາຊິກສະພາເຂດເລືອກຕັ້ງທີ 12, ພະແນກ ການ, ບັນດາພາກສ່ວນທຸລະກິດທັງພາກລັດ ແລະເອກະຊົນ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງທ່າແຂກເຂົ້າຮ່ວມ.

ຫຼວງນ້ຳທາ ເຂັ້ມງວດລົງຢືດພ້ອມທຳລາຍສິ້ນສ່ວນສັດປ່າ 108 ກິໂລ

 ວັນທີ 13 ກຸມພາ 2019 ທີ່ແຂວງຫຼວງນໍ້າທາ ໄດ້ຈັດພິທີຈູດທຳລາຍສີ້ນສ່ວນສັດປ່າທີ່ຢຶດນຳພໍ່ຄ້າ ແລະແມ່ຄ້າພາຍໃນແຂວງຫຼວງນ້ຳທາເຂົ້າຮ່ວມພິທີ ຈູດທຳລາຍສີ້ນສ່ວນສັດປ່າມີທ່ານ ທວງ ນາມວົງສາ  ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ທ່ານ ພັນທອງ ຈັນທະລັງສີ ຮອງຫົວໜ້າກົມກວດກາ ປ່າໄມ້, ມີຫົວໜ້າຮອງຫົວໜ້າກອງ, ຫົວໜ້າຂະແໜງ-ຮອງຂະແໜງ, ຄຸ້ມຄອງຕະຫຼາດ ແລະນາຍບ້ານ 8 ບ້ານເທສະບານເຂົ້າຮ່ວມ.

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມ ບຣູຊາລາມ ຢ່າງເປັນທາງການ

 ໂດຍຕອບສະໜອງຕາມຄຳເຊີນຂອງສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະຄະນະເດີນ ທາງຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການໃນລະຫວ່າງວັນທີ 16-17 ກຸມພາ 2019

ສຳເລັດ 25 ໂຄງການ ສ້ອມແປງສຸກເສີນຊົນລະປະທານຫຼັງນ້ຳຖ້ວມ

 ການເລັ່ງແກ້ໄຂສຸກເສີນສຳລັບການສ້ອມແປງລະບົບຊົນລະປະທານຫຼັງນ້ຳຖ້ວມໃນປີ 2018 ຜ່ານມາ, ເປັນບັນຫາໜຶ່ງທີ່ສຳຄັນ ແລະ ມີຄວາມຈຳເປັນຫຼາຍ, ໂດຍຜ່ານມາລັດຖະບານໄດ້ຈັດສັນງົບເຂົ້າແກ້ໄຂແລ້ວ ແລະໜ່ວຍງານທີ່ຮັບຜິດຊອບກໍໄດ້ເອົາໃຈໃສ່, ພ້ອມທັງ ມີ 25 ໂຄງການສຳເລັດ ແລະຈຳນວນໜຶ່ງພວມສືບຕໍ່ຢູ່.

ທພລ-ສຄອຊ ພ້ອມສ້າງເງື່ອນໄຂສູ່ແຫຼ່ງທຶນເອັສເອັມອີ

  ທະນາຄານພັດທະນາລາວ (ທພລ) ແລະສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ຈັດຕັ້ງການພົບປະຫາລື ແລະໄດ້ຕົກລົງກັນຢ່າງເປັນທາງການກ່ຽວກັບການເປີດໂຕະໃຫ້ແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະກາງ (SMEs) ໄດ້ເຂົ້າມາສອບຖາມການເຂົ້າເຖິງແຫຼ່ງທຶນຂອງ ທພລ ໄດ້ຢ່າງສະດວກ, ງ່າຍດາຍ ແລະ ວ່ອງໄວຊຶ່ງເປັນການຮັບໃຊ້ນະໂຍບາຍຂອງລັດຖະບານ ແລະໄດ້ເປັນນິມິດ