ໄຊຍະຕ້ອງການທຶນ 72 ຕື້ກວ່າກີບ ຟື້ນຟູໄພນໍ້າຖ້ວມ

  ວັນທີ 17 ກໍລະກົດ 2021 ທີ່ຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເພື່ອລາຍງານສະພາບຜົນ ກະທົບ, ຄວາມເສຍຫາຍ ແລະແຜນຄວາມຕ້ອງການຮີບດ່ວນໃນການວາງແຜນຟື້ນຟູຫຼັງໄພນໍ້າຖ້ວມ, ເຂົ້າຮ່ວມມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ,

ໃກ້ສຳເລັດແລ້ວເຂື່ອນນໍ້າກົງ 3 ແລະນໍ້າກົງ 1

  ວັນທີ 17 ກໍລະກົດ 2021, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກຢູ່ເຂື່ອນນໍ້າກົງ 3 ແລະນໍ້າກົງ 1 ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ສົມສະໜິດ ສຸວັນນະລາດ ຮອງປະທານບໍລິສັດຈະເລີນເຊກອງພະລັງງານ ຈໍາກັດ ພ້ອມຄະນະ.

ຫາລືກຽມສ້າງປ່າສັກສິດບັນດາເຜົ່າ

    ໃນວັນທີ 19 ກໍລະກົດ 2021 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ຄະນະຮັບຜິດຊອບໄດ້ຈັດກອງປະຊຸມການກະກຽມ ແລະສ້າງປ່າຊ້າສັກສິດບັນດາເຜົ່າໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ

ຄໍາມ່ວນ ປະຊຸມອົງການປົກຄອງແຂວງ

  ກອງປະຊຸມອົງການປົກຄອງແຂວງຄໍາມ່ວນໄດ້ໄຂຂຶ້ນໃນວັນທີ 19 ກໍລະກົດ 2021 ຢູ່ທີ່ເຮືອນຮັບແຂກເລກ 01 ຂອງແຂວງໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ມີສະພາປະຊາຊົນແຂວງ, ບັນດາທ່ານຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ເບຍລາວມອບ 300 ລ້ານກີບ ຊ່ວຍແຂວງພາກໃຕ້ຕ້ານໂຄວິດ

   ບໍລິສັດ ເບຍລາວ ຈໍາກັດ ມອບເງິນທຶນຊ່ວຍເຫຼືອມູນຄ່າ 300 ລ້ານກີບ ໃຫ້ແກ່ບັນດາແຂວງພາກໃຕ້ຜ່ານກະຊວງສາທາລະນະສຸກເພື່ອນໍາໄປຈັດຫາຕຽງນອນ ແລະ ອຸປະກອນການແພດຈໍານວນໜຶ່ງໃຫ້ສູນຈໍາກັດບໍລິເວນນໍາໃຊ້ເຂົ້າໃນວຽກງານສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19.

ລາວ ສືບຕໍ່ປະເມີນຜົນຮອບດ້ານຕ້ານຟອກເງິນຢ່າງຕັ້ງໜ້າ

  ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ມີພາລະບົດບາດເປັນເສນາທິການ ແລະຊ່ວຍວຽກໃຫ້ແກ່ຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໃນການຈັດຕັ້ງປະຕິບັດການຄຸ້ມຄອງ

ແຮງງານຕິດໂຄວິດເຂົ້າລາວນັບຮ້ອຍຕໍ່ມື້ລັດສືບຕໍ່ 7 ມາດຕະການປ້ອງກັນ

  ອີງຕາມການປະເມີນສະພາບການລະບາດ ແລະການຈັດຕັ້ງປະຕິບັດມາດຕະການຕ່າງໆຂອງລັດເຫັນວ່າປະເທດພວກເຮົາສາມາດຄວບຄຸມການລະບາດໄດ້ໃນລະດັບດີ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນຊຸມຊົນຫຼຸດລົງເປັນສູນໃນບາງໄລຍະໂດຍສະເພາະໃນນະຄອນຫຼວງວຽງຈັນ 

ນວ ມອບຕຽງ 100 ຊຸດ ຊ່ວຍຈຳປາສັກປົວໂຄວິດ

  ອົງການປົກຄອງນະຄອນຫຼວງວຽງຈັນ ມອບຊຸດຕຽງນອນປິ່ນປົວຄົນເຈັບພະຍາດໂຄວິດ-19 ຈໍານວນ 100 ຊຸດ, ລວມມູນຄ່າທັງໝົດ 142.000.000 ກີບ, ໃຫ້ແຂວງຈຳປາສັກ, ເພື່ອປະກອບເຂົ້າໃສ່ໂຮງໝໍພາກສະໜາມໃນການປິ່ນປົວຄົນເຈັບພະຍາດໂຄວິດ-19.

ຄະນະສະມາຄົມເຟີນີເຈີລາວຊຸດໃໝ່ເຂົ້າຢ້ຽມຂໍ່ານັບລັດຖະມົນຕີກະຊວງການຄ້າ

   ໃນວັນທີ 19 ກໍລະກົດ 2021 ທີ່ກະຊວງ ອຄ ທ່ານ ກອງມາລາ ພົມມະໄລ ປະທານສະມາຄົມເຟີນີເຈີລາວ (ສຟລ) ໄດ້ນຳພາຄະນະເຂົ້າຢ້ຽມຂໍານັບທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ (ອຄ) 

ມອບ-ຮັບທາງການວັກແຊງອາເມລິກາຊ່ວຍລາວ

  ວັນທີ 19 ກໍລະກົດຜ່ານມານີ້ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບຢ່າງເປັນທາງການວັກແຊງຈອນຊັນ ເເອນ ຈອນຊັນ ທີ່ອາເມລິກາຊ່ວຍລາວຜ່ານ COVAX Facility ຈຳນວນ 1 ລ້ານກວ່າໂດສ ພາຍຫຼັງວັກແຊງດັ່ງກ່າວເດີນທາງມາເຖິງ ສປປ ລາວ ໃນວັນທີ 16 ກໍລະກົດຜ່ານມາ.