ເພື່ອເປັນການສ້າງກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ-ຈີນ 2019, ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ(ສຄອຊ) ແລະ ຫ້ອງການຜູ້ຕາງໜ້າວິສາຫະກິດແຂວງຢຸນນານ ປະຈໍາລາວ, ໄດ້ຈັດກອງປະຊຸມສົ່ງເສີມການຮ່ວມມື ທຸລະກິດທ່ອງທ່ຽວ ລາວ-ຈີນ (ຢຸນ ນານ) ຂຶ້ນໃນວັນທີ 22 ຕຸລາ 2019,
ປີ 2019 ເມືອງລະມາມ ແຂວງເຊກອງໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 4,49 ຕື້ກີບ ມາຮອດປະຈຸບັນສາມາດຈັດເກັບໄດ້ແລ້ວ 3,2 ຕື້ກີບ ເທົ່າກັບ 74,4% ຂອງແຜນການປີ, ສ່ວນເວລາທີ່ເຫຼືອອີກ 3 ເດືອນທ້າຍປີເມືອງຈະຕ້ອງສຸມທຸກກໍາລັງແຮງເພື່ອເກັບລາຍຮັບໃຫ້ບັນລຸເປົ້າ
ໃນວັນທີ 17 ຕຸລາ 2019 ທີ່ໂຮງແຮມດາວສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ຈັດກອງປະຊຸມພົບປະລະຫວ່າງກອງຄຸ້ມຄອງພາສີ VI (ສປປ ລາວ) ແລະກົມພາສີແຂວງກວາງຈິ (ສສ ຫວຽດນາມ)
ບໍ່ດົນຜ່ານມານີ້ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ ຮ່ວມກັບອົງການ Good Neighbors ເປັນອົງການພັດທະນາດ້ານມະນຸດສະທຳສາກົນສ້າງຕັ້ງຂຶ້ນໃນປະເທດ ສ.ເກົາຫຼີ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU) ເພື່ອຊ່ວຍເຫຼືອວຽກງານສາ ທາລະນະສຸກ
ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ໄດ້ສະໜັບສະໜູນດ້ານໂລຈິສຕິກໃຫ້ແກ່ລັດຖະບານລາວໃນການຂົນສົ່ງເຂົ້າສຸກເສີນຈຳນວນ 500 ກວ່າໂຕນ ທີ່ລັດຖະບານສາທາ ລະນະລັດເກົາຫຼີໄດ້ໃຫ້ການຊ່ວຍເຫຼືອຜ່ານທາງ APTERR
ບໍລິສັດ ໂມກ ຈໍາກັດ ໄດ້ຈັດພິທີເປີດຫ້ອງຂາຍລົດບີວາຍດີ (BYD) ພ້ອມນໍາສະເໜີລົດໄຟຟ້າ BYD ລຸ້ນ TANG EV ເຂົ້າມາຈໍາໜ່າຍໃນປະເທດລາວເພື່ອຮອງຮັບການຊົມໃຊ້ພະລັງງານໄຟຟ້າໃຫ້ເພີ່ມຂຶ້ນ, ພິທີດັ່ງກ່າວມີຂຶ້ນໃນວັນທີ 19 ຕຸລາ 2019 ທີ່ຫ້ອງຂາຍລົດ BYD
ກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດໂຄງການປີ 2018-2019 ແລະປຶກສາຫາລືແຜນປະຈໍາປີ 2019-2021 ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງທາງສັງຄົມໃນວຽກງານຈັດຕັ້ງປະຕິບັດກົດໝາຍການຄຸ້ມຄອງ ແລະ ການຄ້າໄມ້ໃນເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ
ລັດຖະບານກຽມໃຊ້ງົບພັນຕື້ກວ່າກີບເພື່ອນຳໃຊ້ເຂົ້າໃນໂຄງການປັບປຸງ ແລະສ້ອມແປງເສັ້ນທາງ 13 ເໜືອແຕ່ສີເກີດນະຄອນຫຼວງວຽງຈັນ ຫາໂພນໂຮງແຂວງວຽງຈັນ ລວມໄລຍະທາງ 58 ກີໂລແມັດ ດ້ວຍການຈະຍົກລະດັບໂຄງສ້າງເປັນເບຕົງເສີມເຫຼັກ ແລະຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຕື່ມ
ບໍລິສັດໂຕໂຢຕ້າ ລາວ ຈໍາກັດ ໄດ້ຈັດງານສະແດງດົນຕີການກຸສົນ “ໂຕໂຢຕ້າຄລາສສິກ ຄັ້ງທີ 30” ຂຶ້ນໃນຄໍ່າ ຄືນຂອງວັນທີ 18 ຕຸລາ2019 ທີ່ຫໍວັດທະນະທຳແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ,
ພາຍຫຼັງທີ່ມີການລະບາດເຊື້ອພະຍາດອະຫິວາໝູຢູ່ເມືອງສິງ ໃນທ້າຍເດືອນກໍລະກົດ ປີ 2019 ນີ້, ໄດ້ມີໝູຕິດເຊື້ອພະຍາດ ແລະຖືກຂ້າທໍາລາຍທັງໝົດ 4,56 ພັນໂຕ ໃນຈໍານວນ 26 ບ້ານ, ມີ 550 ຄອບຄົວໄດ້ຮັບຜົນກະທົບ, ຫຼ້າສຸດໃນວັນ ທີ 10 ຕຸລາ 2019