ອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງການດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ທຫລ ລະຫວ່າງວັນທີ 5–6 ມີນາ 2019 ທີ່ສະໂມສອນສະຖາບັນການທະນາຄານນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ, ເລ ຂາຄະນະພັກ, ຜູ້ວ່າການ ທຫລ; ພ້ອມນີ້ຍັງມີບັນດາສະຫາຍຄະນະພັກ ທຫລ, ຄະນະໜ່ວຍພັກ, ຄະນະພັກຮາກຖານ ແລະພະນັກງານຫຼັກແຫຼ່ງນຳພາອ້ອມຂ້າງອົງຄະນະພັກ ທຫລ ເຂົ້າຮ່ວມ.
ໃນກາງເດືອນ ກຸມພາ ຜ່ານມາກອງບັນຊາການ ປກສ ເມືອງໂພນທອງ ແຂວງຫຼວງພະບາງ ສົມທົບກັບຂະແໜງການຂອງເມືອງ ແລະອົງການປົກຄອງບ້ານໄດ້ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ກຸ່ມທອງສີ ເມືອງໂພນທອງ ຈໍານວນ 70 ກວ່າເຮັກຕາ ໂດຍມີຄະນະນໍາກອງບັນຊາການ ປກສ ເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ອົງການປົກຄອງ 4 ບ້ານເຂົ້າຮ່ວມ.
ເພື່ອເຮັດໃຫ້ວຽກງານຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດມີການຫັນປ່ຽນທີ່ຕັ້ງໜ້າ ແລະບັນລຸບັນດາຄາດໝາຍທີ່ໄດ້ກໍານົດໄວ້ໃນທິດທາງ-ແຜນການປີ 2019 ຊຶ່ງໃນໂອກາດທີ່ເຂົ້າຮ່ວມ ແລະໃຫ້ທິດຊີ້ນຳໃນກອງປະຊຸມຕີລາຄາວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດປະຈຳປີ 2018 ແລະທິດທາງແຜນການປີ 2019 ລະຫວ່າງວັນທີ 4-5 ມີນາ 2019
ວັນທີ 1 ມີນາ 2019 ບໍລິສັດ ທິບພະຍະປະກັນໄພ ຈໍາກັດ ໄດ້ຈັດກອງປະຊຸມສໍາມະນາຕົວແທນທົ່ວປະເທດທີ່ຫໍປະຊຸມແຫ່ງຊາດໂດຍການເປັນປະທານຂອງ ທ່ານ ຫໍຣະດີ ວໍລະຣາດ ຜູ້ອໍານວຍການໃຫຍ່ບໍລິສັດທິບພະຍະປະກັນໄພ ຈໍາກັດ ສປປ ລາວ, ທ່ານ ສະຍາມ ຣາມມະສູດ ປະທານຄະນະກໍາມະການຂັບເຄື່ອນທຸລະກິດ ບໍລິສັດທິບພະຍະປະກັນໄພ ຈໍາກັດ ສປປ ລາວ ບັນດາຕົວແທນຈາກນະຄອນຫຼວງວຽງຈັນ ແລະຕົວແທນຈໍາໜ່າຍທົ່ວປະເທດເຂົ້າຮ່ວມ.
ໃນວັນທີ 28 ກຸມພານີ້, ນະຄອນຫຼວງວຽງຈັນ, ບໍລິສັດ ລາວຊຳຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ໄດ້ນໍາສະເໜີສະມາສ໌ໂຟນລຸ້ນໃໝຫຼ້າສຸດຄື: SAM SUNG Galaxy S10 ແລະS10+ ຊຶ່ງເປັນສະມາສ໌ໂຟນທີ່ບໍ່ພຽງແຕ່ໂດດເດັ່ນແຕ່ຄືຄວາມແຕກຕ່າງທີ່ບໍ່ຄືໃຜໂດຍສະເພາະແມ່ນລະບົບສະແກນລາຍນິ້ວມືເທິງໜ້າຈໍແບບ Ultrasonic Fin gerprint, ທີ່ສໍາຄັນສາມາດແບ່ງປັນແບັດເຕິຣີແບບໄຮ້ສາຍໃຫ້ກັບສະມາສ໌ໂຟນລຸ້ນອື່ນໄດ້.
ວັນທີ 2 ມີນາ 2019 ທີ່ນະຄອນຫຼວງວຽງຈັນ, ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ຈັດພິທີມອບ-ຮັບໃບຮັບຮອງມາດຕະການຖານຈັດການສິ່ງແວດລ້ອມສາ ກົນ ISO 14001: 2015 ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່
ທ່ານ ພັນໂທ ສຳລີ ໂພທິສານ ຫົວໜ້າດ່ານສາກົນລະໄລໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນທ້າຍເດືອນທີ່ຜ່ານມານີ້ວ່າ: ດ່ານສາກົນລະໄລແມ່ນໂຄງປະກອບລະຫວ່າງຊາຍແດນປະເທດເປັນຕົວແທນທ້ອງຖິ່ນໃນການປະຕິບັດໜ້າທີ່ພັນທະສາກົນ, ພ້ອມທັງເຮັດໜ້າທີ່ປ້ອງກັນຄວາມສະຫງົບສຸກ, ຄວາມປອດໄພລະຫວ່າງຊາດ, ດ້ານລະໄລສາກົນປະກອບມີ 10 ຂະແໜງການ
ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າເພື່ອສະໜັບສະໜູນພັດທະນາດ້ານການສຶກສາ 2 ໂຄງການໃນລາວເຊັ່ນ: ໂຄງການຝຶກອົບຮົມວິຊາຊີບ ແລະ ໂຄງ ການກໍ່ສ້າງຫ້ອງສະໝຸດໂຮງຮຽນ,ການສົ່ງເສີມການສຶກສາຜ່ານການອ່ານ.
ຈາກໂຮງຊວດຈໍາທໍາມະດາພັດທະນາມາເປັນບໍລິສັດສະໜອງສິນເຊື່ອທີ່ສາມາດສ້າງຄວາມໜ້າເຊື່ອຖືໄດ້ ແລະມີໜ່ວຍບໍລິການລູກຄ້າຢູ່ໃນເກືອບທຸກແຂວງ ສໍາລັບໜ່ວຍບໍລິການສາຂາແຂວງຈໍາປາສັກ ຜູ້ຈັດການເຜີຍລູກຄ້າທ່ານໃດທີ່ສາມາດປະຕິບັດລະບຽບຂອງບໍລິສັດໄດ້ດີມີສ່ວນຫຼຸດດດອກເບ້ຍໃຫ້ທັນທີ.
ວັນທີ 1 ມີນາ 2019 ນີ້ທີ່ນະຄອນຫຼວງພະບາງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ຈັດກອງປະຊຸມປຶກສາຫາລືເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ 8 ແຂວງພາກເໜືອໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ