ລາວສະເໜີທະນາຄານໂລກ ສະໜັບສະໜູນໂຄງການເຂົ້າເຖິງແຫຼ່ງທຶນ ຂອງ SME

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ສະເໜີໃຫ້ທະນາຄານໂລກ ສືບຕໍ່ສະໜັບສະໜູນວຽກງານພັດທະນາເສດຖະກິດຂອງ ສປປ ລາວ ໃນໄລຍະການລະບາດ ແລະ ໄລຍະສິ້ນສຸດການລະບາດ. ໂດຍຮຽກຮ້ອງການໜັບສະໜູນໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ເພື່ອຮັບມືຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ຈຳນວນ 40 ລ້ານໂດລາສະຫະລັດ, ເພື່ອເຮັດແນວໃດໃຫ້ສາມາດໂອນເງິນເຂົ້າມາໄດ້ໄວ.

ຊຽງຂວາງ ກຽມສະຫຼອງໄຫຫີນເປັນມໍລະດົກໂລກ ພ້ອມເປີດຮັບນັກທ່ອງທ່ຽວ

ແຂວງຊຽງຂວາງ ກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ທັງກະກຽມໃຫ້ແກ່ການຈັດງານມະຫາກຳກີລາແຫ່ງຊາດ, ງານສະເຫຼີມສະຫຼອງໄຫຫີນເຂົ້າເປັນມໍລະດົກໂລກ, ງານສົມໂພດພຣະເຈົ້າອົງຫຼວງປະທານພອນ ແລະ ສົ່ງເສີມກິດຈະກຳລາວທ່ຽວລາວ ແນ່ໃສ່ຟື້ນຟູການທ່ອງທ່ຽວພາຍໃນແຂວງໃຫ້ກັບມາຄຶກຄື້ນອີກຄັ້ງ.

ໄພທໍາມະຊາດໃນປີຜ່ານມາ ຂ້າຊີວິດປະຊາຊົນໄປ 19 ລາຍ

ເມື່ອປີ 2021, ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດເຊັ່ນ: ນໍ້າຖ້ວມ, ລົມພະຍຸພັດຖະຫຼົ່ມ, ດິນເຈື່ອນ, ສັດຕູພືດທໍາລາຍ ແລະ ອື່ນໆ 

ນັກວິຊາການຍັງຄົງຕິດຕາມສະພາບມົນລະພິດ ຫຼັງໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32 ສະຫງົບລົງ

ມາຮອດປັດຈຸບັນ, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ (ຄບຕ) ພ້ອມດ້ວຍພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ, ລວມທັງອໍານາດການປົກຄອງເມືອງໄຊທານີ, ຍັງຄົງເຝົ້າລະວັງປະຕິກິລິຍາທາງເຄມີທີ່ເກີດຈາກໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32 ເພາະວ່າຄ່າຄວາມເຂັ້ມຂອງແກສອັນຕະລາຍຍັງຄົງມີໃຫ້ເຫັນໃນພູມອາກາດຂອງພື້ນທີ່ໂດຍຮອບ.

ປະຖົມ 46 ແຫ່ງໃນອຸທຸມພອນ ພ້ອມບໍລິການອາຫານທ່ຽງໃຫ້ນັກຮຽນ

ນີ້ແມ່ນໜຶ່ງໃນຮູບປະທຳຂອງການປະຕິບັດໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ (ໄລຍະທີ 2 ປີ 2016-2022) ໂດຍການຕອບສະໜອງອາຫານທ່ຽງໃນ 46 ໂຮງຮຽນຂອງເມືອງອຸທຸມພອນ ແຂວງສະຫວັນນະເຂດ.

ຂະບວນລົດ “ໃຈອາສາຖີບ” ທ່ຽວຊົມເມືອງປາກອູ

ນີ້ຄືໜຶ່ງໃນກິດຈະກຳລາວທ່ຽວລາວ ໂດຍການເຕົ້າໂຮມຂະບວນຖີບລົດ (ໃຈອາສາຖີບ) ຈາກນະຄອນຫຼວງພຣະບາງ ເດີນທາງໄປເມືອງປາກອູ ຊຶ່ງມີໄລຍະທາງປະມານ 30 ກວ່າກິໂລແມັດ, ເລີ່ມຈາກ 4 ແຍກຕະຫຼາດກາງຄືນ ແລະ ມີຈຸດໝາຍປາຍທາງທີ່ແຫຼ່ງທ່ອງທ່ຽວສີຂຽວ.

ການຂົນສົ່ງໂດຍສານ ແລະ ສິນຄ້າຜ່ານທາງລົດໄຟລາວ-ຈີນ ນັບມື້ເພີ່ມຂຶ້ນ

ມາຮອດວັນທີ 30 ມັງກອນ 2022ນັບເປັນເວລາເກືອບ 2 ເດືອນ ທີ່ລົດໄຟລາວ-ຈີນ ໄດ້ຮັບໃຊ້ການຂົນສົ່ງຜູ້ໂດຍສານຊຶ່ງມີຜູ້ມາໃຊ້ບໍລິການຫຼາຍກວ່າ ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຂ້າມຊາດຫຼາຍກວ່າ ແສນໂຕນ.

 

ສະຫາຍ ພອຍຄຳ ຮຸ່ງບຸນຍວງ ຂຶ້ນເປັນເລຂາພັກແຂວງ ເຈົ້າແຂວງໄຊສົມບູນ

ສຳເລັດພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົຕ ຄຳລຽງ ອຸທະໄກສອນເລຂາພັກແຂວງເຈົ້າແຂວງໄຊສົມບູນ ຜູ້ເກົ່າ ແລະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ຂຶ້ນເປັນເລຂາພັກແຂວງເຈົ້າແຂວງໄຊສົມບູນ ຜູ້ໃໝ່,

ກຸ່ມປອມແປງເອກະສານຖືກຕຳຫຼວດມ້າງ ຊັດທອດເຖິງຫຼາຍລາຍ

ເຜີຍຂະບວນການປອມແປງເອກະສານທີ່ປະຕິບັດງານເປັນກຸ່ມແກ້ງ, ນີ້ແມ່ນໜຶ່ງຮູບແບບສ້າງເງື່ອນໄຂໃຫ້ແກ່ບາງກຸ່ມຄົນໃຊ້ເປັນຊ່ອງທາງຫຼົບຫຼີກມາດຕະການທາງກົດໝາຍອັນກໍ່ໃຫ້ເກີດຄວາມເສຍຫາຍແກ່ປະເທດຊາດ ແລະ ຄວາມບໍ່ສະຫງົບໃນສັງຄົມ.

ເສັ້ນ​ທາງລົດ​ໄຟ​ ລາວ-ຈີນ ເພີ່ມເງື່ອນໄຂໃຫ້ສິນຄ້າລາວ​ເຂົ້າເຖິງຕະຫຼາດຈີນ​

ໃນ​ຖາ​ນະ​ທີ່ກາເຟກໍເປັນໜຶ່ງໃນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ສົ່ງ​ອອກ​​ສຳ​ຄັນ​ຂອງ ສປປ ​ລາວ ຊຶ່ງສ້າງ​ລາຍ​ຮັບ​ໃຫ້​ແກ່​ປະ​ເທດ​​ເກືອບ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຕໍ່​ປີຂະນະທີ່ການ​ພັດ​ທະ​ນາ​ຕະຫຼາດ​ບໍ​ລິ​ໂພກ​ກາ​ເຟ​ຢູ່ ສປ ຈີນ ກໍໄດ້ດຶງດູດຜູ້ຜະລິດກາເຟລາວເພື່ອນຳເອົາຜະລິດຕະພັນຂອງຕົນເຂົ້າໄປຂາຍໃນຕະຫຼາດຈີນ.