ຊີເອັນພີ ມອບລົດກະບະລີໂວ້ໃຫ້ອົງການປົກຄອງເມືອງຫຼາ

ເພື່ອເປັນການປະກອບສວນເຄື່ອນໄຫວວຽກງານທີ່ຈຳເປັນໃນການປະຕິບັດວຽກງານສຳຄັນຂອງເມືອງທາງບໍລິສັດ ຊີເອັນພີ ສຳຫຼວດ ແລະຂຸດຄົ້ນບໍ່ແຮ່ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ເຫັນຄວາມສຳຄັນມອບລົດກະບະລີໂວ້ 1 ຄັນ ມູນຄ່າ 39.000 ໂດລາສະຫະລັດ

ວຽງຈັນ ສະຫຼອງ 40 ປີ ວັນສ້າງຕັ້ງແຂວງ

ພິທີໂຮມຊຸມນຸມໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2021 ທີ່ສະໂມສອນໃຫຍ່ຂອງແຂວງໂດຍການເປັນກຽດຶ້ນປາໄສຂອງທ່ານ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ, ແຂວງວຽງຈັນ.

11 ເດືອນກັບ 10 ມື້ ລັດເກັບລາຍຮັບໄດ້ 24.099 ຕື້ກີບ

ເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2021 ແລະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ແລະທິດທາງແຜນການປີ 2022; ໃນວັນທີ 13 ທັນວາ 2021 ນີ້, ກະຊວງການເງິນ,

ລາວກຽມແຜນຮອງຮັບເປີດປະເທດຕ້ອນຮັບນັກທ່ອງທ່ຽວ

ກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວໄດ້ຈັດກອງປະຊຸມທາງໄກເພື່ອປຶກສາຫາລືພາກລັດ ແລະພາກທຸລະກິດຂັ້ນສູນກາງ ແລະບັນດາແຂວງເປົ້າໝາຍ ເພື່ອປຶກສາຫາລືແຜນເປີດປະເທດຕ້ອນຮັບນັກທ່ອງທ່ຽວ.

ຄຶກຄື້ນທ່ຽວຫຼວງພະບາງຜ່ານລົດໄຟ

ຄວາມງຽບເຫງົາຂອງບັນຍາກາດການທ່ອງທ່ຽວຢູ່ແຂວງຫຼວງພະບາງເລີ່ມງຽບເຫງົານັບແຕ່ທ້າຍປີ 2019 ເປັນຕົ້ນມາພໍມາຮອດທ້າຍປີ 2021 ນີ້ຫຼັງທີ່ໄດ້ເປີດນໍາໃຊ້ເສັ້ນທາງລົດໄຟຟ້າຢ່າງເປັນທາງການເມື່ອວັນທີ 3 ທັນວາ ບັນຍາກາດການໃຊ້ບໍລິການຂີ່ລົດໄຟລາວທ່ຽວລາວກໍເລີ່ມຄຶກຄື້ນຂຶ້ນມາອີກຄັ້ງໃໝ່ໃນຮອບ 3 ປີ.

2 ບໍລິສັດ ມອບເຄື່ອງຊ່ວຍເຫຼືອປາກເຊ

ຍັງສືບຕໍ່ໃຫ້ການຊ່ວຍເຫຼືອແກ່ວຽກງານຕ້ານ ແລະສະກັກກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ນະຄອນປາກເຊ ແຂວງຈຳປາສັກ ເມື່ອຫຼ້າສຸດມີ 2 ບໍລິສັດເຂົ້າມາຊ່ວຍເຫຼືອດ້ານອຸປະກອນການແພດລວມມູນຄ່າ 40 ກວ່າລ້ານກີບ.

ກະຊວງ ຜທ ປະກາດການຈັດຕັ້ງຫຼາຍຕຳແໜ່ງ

ກະຊວງແຜນການ ແລະການລົງທຶນ (ຜທໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງລັດຖະມົນຕີ ແລະຂັ້ນຄະນະກົມຂຶ້ນໃນວັນທີ 10 ທັນວານີ້ທີ່ຫ້ອງປະຊຸມຂອງກະຊວງດັ່ງກ່າວພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງ ຜທມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກະຊວງການເງິນໃຫ້ JDB ບໍລິການຮັບຊໍາລະມອບພັນທະເຂົ້າງົບລັດ

ໃນວັນທີ 9 ທັນວາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ຫຼື JDB ໄດ້ມີພິທີເຊັນສັນຍາວ່າດ້ວຍການໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມະມານແຫ່ງລັດລະຫວ່າງຄັງເງິນແຫ່ງຊາດ ແລະທະນາຄານຮ່ວມພັດທະນາ (JDB) 

ກຽມເປີດເທດສະການສະຕາດອັບລາວ ປະຈຳປີ 2021 ຫຼືວ່າ Lao Startup Fest 2021

ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າກ່າວເຊີນຊວນປະຊາຊົນລາວບໍ່ວ່າຈະເປັນຜູ້ປະກອບກິດຈະການທຸກຮູບແບບ,ນັກຮຽນ- ນັກສຶກສາ, ພະນັກງານ ແລະທຸກທ່ານເຂົ້າຮ່ວມງານເທດສະການສະຕາດອັບລາວ ປະຈຳປີ 2021 ຫຼືວ່າ Lao Startup Fest 2021

ຕະຫຼາດນັດລະຫວ່າງຜູ້ສະໜອງ-ຜູ້ຕ້ອງການແຫຼ່ງທຶນ

ສະມາຄົມການເງິນຈຸລະພາກ (ສມກຈຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ດໍາເນີນການສໍາມະນາທາງໄກຜ່ານ Zoom