ປະທານປະເທດ ຢ້ຽມຍາມ ແລະລົງຊຸກຍູ້ໂຮງງານຜະລິດໝໍ້ແປງໄຟຟ້າຍີ່ຫໍ້ເອັສເຄ

  ເນື່ອງໃນໂອກາດທີ່ທ່ານ ບຸນຍັງ ວໍລະຈິດ ປະທານປະເທດພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ເມື່ອທ້າຍອາທິດຜ່ານມາໂດຍຖືກຕ້ອນຮັບຮັບຢ່າງອົບອຸ່ນຈາກທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ທ່ານປະທານປະເທດກໍໄດ້ເປັນກຽດລົງຢ້ຽມຢາມ ແລະ ຊຸກຍູ້ຫົວ ໜ່ວຍການຜະລິດພາຍໃນແຂວງໜື່ງໃນນັ້ນກໍແມ່ນໂຮງງານຜະລິດໝໍ້ແປງໄຟຟ້າຍີ່ຫໍ້ເອັສເຄ (SK)

ບົ້ງສາລີລະບາດໜັກຢູ່ 4 ເມືອງໄຊຍະ ລວມເນື້ອທີ່ເສຍຫາຍແລ້ວ 2,01 ພັນເຮັກຕາ

  ຂະນະນີ້ຝູງບົ້ງສາລີລະບາດໜັກທີ່ແຂວງໄຊຍະບູລີ ລວມເນື້ອທີ່ເສຍຫາຍແລ້ວ 2,01 ພັນເຮັກຕາ ໃນເກືອບ 40 ບ້ານຂອງ 4 ເມືອງຊາວກະສິກອນ 2,5 ພັນຄອບຄົວໄດ້ຮັບຜົນກະທົບຢ່າງໃດກໍຕາມເວລານີ້ພາກລັດຈາກກະຊວງກະສິກຳໄດ້ເລັ່ງເຂົ້າຊ່ວຍເຫຼືອໂດຍໄດ້ນຳຢາກຳຈັດບົ້ງລົງມອບໃຫ້ແຂວງເພື່ອກຳຈັດ ການລະບາດບໍ່ໃຫ້ແຜ່ຂະຫຍາຍອອກຕື່ມອີກໄດ້.

ພາສີເຊກອງຂຸ້ນຂ້ຽວເກັບລາຍຮັບໃຫ້ບັນລຸແຜນ 5 ເດືອນພວມໄດ້ 21,61%

  ຜ່ານໄປ 5 ເດືອນ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງກອງກວດກາພາສີປະຈໍາແຂວງເຊກອງປະຕິບັດໄດ້ພຽງ 1,7 ຕື້ກີບ, ຂະນະທີ່ຕົວເລກໝົດປີສູງເຖິງ 8 ຕື້ກີບ, ດ້ານຫົວໜ້າກອງລະບຸຍັງອີກ 7 ເດືອນທ້າຍ ປີຕ້ອງເຮັດວຽກໜັກຂຶ້ນເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້.

ເອກະຊົນສຳປະທານດິນປູກໝາກມັງກອນຢູ່ປາກກະດິງ

 ພິທີລົງນາມເຊັນບົດບັນທຶກສຳປະທານທີ່ດິນໂຄງການພັດທະນາກະສິກຳປູກໝາກມັງກອນຢູ່ເຂດບ້ານນາຫີນ ເມືອງປາກກະດິງ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນານີ້ທີ່ແຂວງບໍລິຄຳໄຊ ລະຫວ່າງ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການທຶນແຂວງເຊັນໃນນາມຕາງໜ້າຝ່າຍລັດ ແລະ ທ່ານ ເໜົາຮົງ ຕ່າວ ປະທານບໍລິສັດງົວເກົ້າໂຕພັດທະນາກະສິກຳບໍລິຄຳໄຊ ຈຳກັດ 

ອຸດົມໄຊປູກເຂົ້ານາປີເນື້ອທີ່ເພີ່ມຂື້ນ 300 ກວ່າເຮັກຕາ

 ປະຈຸບັນຊາວນາທົ່ວແຂວງອຸດົມໄຊ ຈໍານວນ 390 ບ້ານ, 61,9 ພັນຄອບຄົວພວມຂຸ້ນຂ້ຽວບຸກເບີກ, ປັບປຸງ, ກະກຽມດິນ ແລະຕົກກ້າເພື່ອພ້ອມກັນຈັດຕັ້ງປະຕິບັດໃນການປູກເຂົ້ານາປີໃຫ້ທັນກັບລະດູການເຊິ່ງປີນີ້ຫັນວ່າເນື້ອທີ່ນາປີມີອັດຕາຂະຫຍາຍຕົວ ແລະເພີ່ມຂຶ້ນ.

ຈັບ 2 ສ່ຽວສົ່ງຢາບ້າແສນກວ່າເມັດ

   ໃນວັນທີ 8 ມິຖຸນາ 2019 ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈຳນວນໜຶ່ງກຳລັງເຄື່ອນໄຫວຊື້-ຂາຍຢາເສບຕິດ (ຢາບ້າ) ຢູ່ຂອບເຂດບ້ານສະໜູນໄຊ ເມືອງພະລານໄຊແຂວງສະຫວັນນະເຂດ,

ສສຊ ຫ່ວງຊີວິດປະຂາຊົນ ຮຽກຮ້ອງລັດເດັດຂາດຄຸ້ມຄອງສວນກ້ວຍຫອມ

  ສສຊ ຫຼືສະມາຊິກສະພາແຫ່ງຊາດຫຼາຍເຂດເລືອກຕັ້ງສະແດງຄວາມເປັນຫ່ວງຕໍ່ສຸຂະພາບ ແລະຊີວິດຂອງປະຊາຊົນລວມທັງສິ່ງແວດລ້ອມຊີວະນາໆພັນພາຍ ຫຼັງທີ່ລັດຖະບານເປີດເຜີຍຂໍ້ມູນການປູກກ້ວຍໃນຂອບເຂດທົ່ວປະເທດມີພຽງສ່ວນໃດໜຶ່ງເທົ່ານັ້ນທີ່ໄດ້ຮັບອະນຸຍາດຖືກຕ້ອງທັງນີ້ໄດ້ສະເໜີຮຽກຮ້ອງໃຫ້ຂະ ແໜງການ

ຄຄຊ ປັບປຸງການຈັດຕັ້ງ ແລະນິຕິກຳລຸ່ມກົດໝາຍ

     ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2019 ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 13 ມິຖຸນາ 2019 ທີ່ ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ; ພ້ອມນີ້ຍັງມີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄຄຊ ແລະບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບເຂົ້າຮ່ວມ.

ສະມິຕິເວດ ໂຮງໝໍແຫ່ງທຳອິດຂອງຍີ່ປຸ່ນຢູ່ອາຊຽນ

  ສະມິຕິເວດສະຫຼອງຄົບຮອບ 40 ປີ ເປີດໂຮງໝໍຍີ່ປຸ່ນສະມິຕິເວດ ໂຮງໝໍຍີ່ປຸ່ນບ່ອນທຳອິດໃນພາກພື້ນອາຊຽນ (First Japanese hospital in AEC) ໂດຍໃຊ້ງົບປະມານເພື່ອສ້າງໂຮງໝໍດັ່ງກ່າງຫຼາຍກວ່າ 900 ລ້ານບາດ ຫຼືຫຼາຍກວ່າ 252 ຕື້ກີບ ພ້ອມດ້ວຍມາດຕະຖານທາງການແພດລະດັບສາກົນ.

ບົວລະພາ ກຽມ 1,7 ລ້ານເບ້ຍໄມ້ປູກໃສ່ປ່າຜະລິດຊຸດໂຊມແຂວງວຽງຈັນ

  ປະຈຸບັນບໍລິສັດບົວລະພາກະສິກຳ ແລະປ່າໄມ້ຈຳກັດໄດ້ກະກຽມເບ້ຍໄດ້ທັງໝົດ 1,7ລ້ານເບ້ຍ ເພື່ອເອົາລົງປູກໃສ່ພື້ນທີ່ປ່າຜະລິດທີ່ຊຸດໂຊມໃນເນື້ອທີ່ 2 ພັນເຮັກຕາ ຢູ່ 3 ເມືອງຂອງແຂວງວຽງຈັນ ຊຶ່ງການປູກດັ່ງກ່າວແມ່ນເປັນການທົດລອງຂອງບໍລິສັດພາຍຫຼັງທີ່ລັດຖະບານໄດ້ໃຫ້ພື້ນທີ່ປ່າຜະລິດທີ່ຊຸດໂຊມເພາະຜ່ານມາບໍລິສັດເຄີຍປູກແຕ່ກັບປະຊາຊົນແບບປະຊາຊົນມີສ່ວນຮ່ວມເທົ່ານັ້ນ.