ລາວ ເຈົ້າພາບຈັດກອງປະຊຸມລັດຖະມົນຕີ ໄອທີຊີ ອາຊຽນ ຄັ້ງທີ 19

  ວັນທີ 24 ຕຸລາ ຜ່ານມາ ສປປ ລາວ ກໍ່ຄືກະຊວງໄປຊະນີໂທລະຄົມມະນາຄົມ ແລະການສື່ສານ (ປທສໄດ້ເປັນເຈົ້າພາບເປີດກອງປະຊຸມລັດຖະມົນຕີ ໄອຊີທີອາຊຽນຄັ້ງທີ 19 ເປັນກຽດເຂົ້າຮ່ວມທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະເປັນປະທານກອງປະຊຸມ

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ແລະຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

 ຂ່າວຂປລໃນວັນທີ 24 ຕຸລາ 2019 ດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ຄຳພັນ ພົມມະທັດຫົວໜ້າຫ້ອງວ່າການສູນກາງພັກຄົນເກົ່າໄປເປັນຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄົນໃໝ່ຍ້າຍທ່ານ ກິແກ້ວ ໄຂຄຳພິທູນ ເລຂາຄະນະບໍລິຫານງານພັກ,

ກະລຶມເລີ່ມເສຍຄ່າທາງ ແລະພາສີທີ່ດິນຜ່ານທະນາຄານ

  ວັນທີ 24 ຕຸລາ 2019 ສ່ວຍສາອາກອນເຈົ້າໜ້າທີ່ຕໍາຫຼວດຈາລະຈອນທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລສາຂາເຊກອງ ແລະຫ້ອງການໆເງິນເມືອງກະລຶມໄດ້ຮ່ວມ ກັນຈັດພິທີເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງກັບທີ່ຜ່ານລະບົບທະນາຄານຂຶ້ນຢູ່ຈຸດບ້ານແກ້ງກຸຍເມືອງກະລຶມ

ສຳເລັດ 99,99% ບ້ານຈັດສັນໃໝ່ໃຫ້ຜູ້ຖືກໂຄງການສ້າງເຂື່ອນໄຟຟ້ານໍ້າຫີນບູນ

  ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຫີນບູນ ເມືອງຄູນຄຳ ແຂວງຄຳມ່ວນ ໃນຜ່ານມາໄດ້ເລັ່ງມືໃນການຈັດຕັ້ງປະຕິບັດກໍ່ສ້າງບ້ານຈັດສັນໃໝ່ໃຫ້ປະຊາຊົນທີ່ຖືກໂຄງການຊຶ່ງມາ ຮອດປະຈຸບັນສຳເລັດແລ້ວ 99,99ຊຶ່ງໄດ້ມີການຍົກຍ້າຍຜູ້ຖືກກະທົບເຂົ້າຢູ່ ແລະມີຊີວິດການເປັນຢູ່ດີຂຶ້ນ

ສືບຕໍ່ເລັ່ງສຳຫຼວດໂຄງການທ່ອງທ່ຽວສະຫວັນທະເລໝອກພູເບ້ຍແຂວງໄຊສົມບູນ

  ເພື່ອເຮັດໃຫ້ໂຄງການກໍຄືບົດວິພາກເສດຖະກິດ-ເຕັກນິກແຫຼ່ງທ່ອງທ່ຽວສະຫວັນທະເລໝອກພູເບ້ຍ ແຂວງໄຊສົມບູນ ມີຄວາມລະອຽດຊັດເຈນ ແລະຄົບຖ້ວນວິຊາການຂອງບໍລິສັດກຸ່ມຄຳໄພຊະນະຮ່ວມກັບພາກລັດໄດ້ເລັ່ງສືບຕໍ່ລົງເກັບກຳຂໍ້ມູນຕື່ມອີກເພື່ອໃຫ້ສຳເລັດສົມບູນ ແລະຂໍອະນຸຍາດພັດທະນາ

ຂະບວນທຳມະຍາດຕາ 5 ແຜ່ນດິນລຸ່ມແມ່ນໍ້າຂອງ

 ວັ ນທີ 22 ຕຸລາ 2019 ຄະນະສົງໂຄງທຳມະຍາດຕາ 5 ແຜ່ນດິນລຸ່ມແມ່ນໍ້າຂອງປະກອບມີລາວໄທຫວຽດນາມກຳປູເຈຍ ແລະມຽນມາ ໄດ້ເດີນທາງມາເຄື່ອນ ໄຫວກິດຈະກຳຢູ່ ແຂວງຫຼວງພະບາງ ແຫ່ງ ສປປ ລາວ ໂດຍໃຫ້ ກຽດຕ້ອນຮັບຂອງຄະນະຮັບຜິດຊອບຈາກສູນກາງແນວລາວສ້າງຊາດ

ໄຂ້ຍຸງຍັງສືບຕໍ່ລະບາດເພີ່ມຂື້ນດຽວນີ້ມີເກືອບ 36 ພັນຄົນ

  ສະພາບການລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃນຂອບເຂດທົ່ວປະເທດມາຮອດປະຈຸບັນເຫັນວ່າຍັງມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະແກ່ຍາວມາເລື້ອຍໆໂດຍຫຼ້າສຸດໜ່ວຍງານທີ່ຮັບຜິດຊອບເກັບກຳມາຮອດວັນທີ 22 ຕຸລາ ທົ່ວປະເທດມີຜູ້ເປັນໄຂ້ຍຸງແລ້ວເກືອບ 36 ພັນຄົນ ແລະ ເສຍຊີວິດ 70 ຄົນ,

ເກີດໄຟໄໝ້ຕະຫຼາດເມືອງປາກຊັນ

 ເກີດເຫດໄຟໄໝ້ຕະຫຼາດເມືອງປາກຊັນ ແຂວງບໍລິຄຳໄຊ ເຮັດໃຫ້ຊັບສິນຂອງແມ່ຄ້າຊາວຂາຍສູນເສຍຢ່າງຫຼວງຫຼາຍປະຈຸບັນແມ່ນຢູ່ໃນຂັ້ນຕອນການປະເມີນຜົນເສຍ ຫາຍ ແລະສຳຫຼວດກວດກາພື້ນທີ່ເພື່ອຊອກຄົ້ນຫາສາເຫດທີ່ແທ້ຈິງ.

ອຸດົມໄຊເປີດຕະຫຼາດນັດຂາຍຜົນຜະລິດກະສິກຳປອດສານພິດ

  ງານຕະຫຼາດນັດຂາຍຜົນຜະລິດກະສິກຳປອດສານເຄມີ ຄັ້ງທີ 1 ທົ່ວເທສະບານເມືອງໄຊ ໄດ້ຈັດຂຶ້ນທີ່ສະໜາມກີລາແຂວງອຸດົມໄຊ ໃນວັນທີ 21 ຕຸລາ 2019 ເພື່ອຊຸກຍູ້ສົ່ງເສີມທາງດ້ານການຕະຫຼາດ ໃຫ້ແກ້ກຸ່ມປູກຜັກຢູ່ພາຍໃນແຂວງອຸດົມ ໄຊໂດຍການນຳເອົາສິນຄ້າຂອງຕົນມາ 

ນໍ້າປະປາ ນວ ເລັ່ງແກ້ໄຂຫຼັງນໍ້າງື່ມບົກແຫ້ງສຸດ ຮອບ 50 ປີ ຮຽກຮ້ອງໃຊ້ຢ່າງປະຢັດ

 ໃນ 2-3 ວັນມານີ້ຫຼາຍບ້ານໃນ ນະຄອນຫຼວງວຽງຈັນ ປະເຊີນກັບການໃຊ້ນໍ້າປະປາຫຍຸ້ງຍາກອັນເນື່ອງຜົນມາຈາກສາຍນ້ຳງື່ມທີ່ເປັນແຫຼ່ງຜະລິດຫຼັກໄດ້ບົກແຫ້ງລົງຢ່າງໄວວາ ແລະໄດ້ຢູ່ລະດັບຕໍ່າກວ່າທໍ່ນຳສົ່ງນໍ້າຂອງສະຖານີດູດນໍ້າທ່າງ່ອນເພື່ອມາປ້ອນໂຮງງານນໍ້າປະປາດົງໝາກຄາຍທີ່ເປັນຜູ້ຕອບສະໜອງ