ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ (2021-2025) ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ,
ລັດຖະບານສະຫະລັດອາເມລິກາໄດ້ປະກອບສ່ວນພາຫະນະໃໝ່ (4x4 vehicles) ຈຳນວນ 16 ຄັນ ແລະເຄື່ອງກວດລະເບີດຈຳນວນ 134 ເຄື່ອງໃຫ້ແກ່ ສປປ ລາວ ລວມມູນຄ່າກວ່າ 1 ລ້ານໂດລາ ຫຼືປະມານ 9,2 ຕື້ໂດລາ
ຫຼັງຈາກທາງດ່ວນເສັ້ນປະຫວັດສາດຂອງລາວນະຄອນຫຼວງວຽງຈັນ-ວັງວຽງ ເປີດໃຊ້ຢ່າງເປັນທາງການໃນວັນທີ20 ທັນວາ 2020 ເປັນຕົ້ນມາກໍສາມາດສ້າງບັນຍາກາດລາວທ່ຽວລາວໃຫ້ກັບມາຄຶກຄັກອີກຄັ້ງໂດຍສະເພາະແມ່ນວັງວຽງແຕ່ສິ່ງທີ່ໜ້າເປັນຫ່ວງຄຽງຄູ່ກັນຄືບັນຫາອຸບັດເຫດ
ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ, ໄດ້ຕາງໜ້າມອບລົດລາດຕະເວນໃຫ້ແກ່ທ່ານ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຊຶ່ງມີພິທີຈັດຂຶ້ນທີ່ກະຊວງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
ຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍໄດ້ຈັດຕັ້ງການເຜີຍແຜ່ຄຳສັ່ງວ່າດ້ວຍການກັກການຢຶດ ແລະອາຍັດທຶນທີ່ກ່ຽວຂ້ອງກັບການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານສະບັບເລກທີ 20/ນຍ,
ໃນຕະຫຼອດໄລຍະຜ່ານມາບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ນອກຈາກເອົາໃຈໃສ່ຕໍ່ການຜະລິດກະແສໄຟສົ່ງໃຫ້ຕະຫຼາດຊົມໃຊ້ແລ້ວຍັງໄດ້ປະຕິບັດພັນທະຂອງຕົນຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິແກ່ລັດຖະບານມາຮອດປະຈຸບັນລວມທັງໝົດແລ້ວ 664 ລ້ານໂດລາ, ຫຼືປະມານ 6,1 ພັນຕື້ກີບ
ທ່ານ ບຸນຍັງ ວໍລະຈິດ ມີຖິ່ນກໍາເນີດຢູ່ແຂວງສະຫວັນນະເຂດຊຶ່ງເປັນອູ່ເຂົ້າ-ອູ່ປາທີ່ກ້ວາງໃຫຍ່ຂອງປະເທດ, ຊາວແຂວງສະຫວັນນະເຂດເຄີຍມີມູນເຊື້ອດຸໝັ້ນຂະຫຍັນພຽນ, ທໍາການຜະລິດແກ້ໄຂຊີວິດການເປັນຢູ່ດ້ວຍຫົວຄິດປັນຍາທີ່ກ້າວໜ້າ ແລະ ກໍ່ມີຈິດໃຈອົງອາດກ້າແກ່ນເດັດຂາດບໍ່ຍອມຈໍານົນຕໍ່ຜູ້ຮຸກຮານ
ຍ້ອນເຫັນໄດ້ຄວາມສໍາຄັນໃນການພັດທະນາໂຮງຮຽນກໍຄືເສັ້ນທາງເຂົ້າຫາໂຮງຮຽນມັດທະຍົມຕົ້ນບ້ານໂພນສະອາດນະຄອນຫຼວງພະບາງຍັງພົບຄວາມລໍາບາກທາງໂຮງ ຮຽນ ແລະອໍານາດການປົກຄອງບ້ານຈຶ່ງໄດ້ສູ້ຊົນໃນການຊອກຫາແຫຼ່ງທຶນເພື່ອມາພັດທະນາສ້າງເປັນທາງເບຕົງເຂົ້າຫາໂຮງຮຽນໃນມູນຄ່າ 87 ລ້ານກວ່າກີບ
ທະນາຄານເອຊີລີດາລາວຈຳກັດ, ປະຊາທະນາຄານທີ່ທ່ານໄວ້ວາງໃຈ, ເປີດໂຕໂລໂກ້ໃໝ່ຂອງທະນາຄານຢ່າງເປັນທາງການທີ່ຍັງຄົງຮັກສາຄວາມເປັນເອກະລັກ ແລະຄຸນຄ່າຂອງຜົນງານທະນາຄານໃນຕະຫຼອດໄລຍະຜ່ານມາ.
ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈອັນໄດ້ເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປະຈຳປີ 2020 ຂອງແຂວງສາລະວັນມີຄວາມຫຍຸ້ງ ຍາກ ແລະສິ່ງທ້າທາຍຫຼາຍຢ່າງຊຶ່ງໄດ້ເຮັດໃຫ້ການເກັບລາຍຮັບບໍ່ບັນລຸຕາມແຜນເປັນຕົ້ນ: