ໃນວັນທີ 22 ກຸມພາ 2019 ທີ່ຫ້ອງຮັບແຂກທະນາຄານແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ ໄດ້ມີການຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍຂັ້ນທະນາຄານແຫ່ງ ສປປ ລາວ ໃຫ້ແກ່ຜູ້ອໍານວຍການທະນາຄານເມແບັງໂດຍການໃຫ້ ກຽດມອບຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະຮັບໂດຍທ່ານ ລິມ ໄວ ຮຸງ (Lim Wai Hoong) ຜູ້ອໍານວຍການທະນາຄານເມແບັງສາຂາລາວໂດຍຊ້ອງໜ້າຂອງພະນັກງານທັງ 2 ຝ່າຍ.
ວັນທີ 23 ກຸມພາ 2019, ບໍລິສັດວຽງຈັນມໍເຕີມາເກັດຈຳກັດຕົວແທນຈຳໜ່າຍລົດເອັມຈີ (MG) ຈາກປະເທດອັງກິດໄດ້ຈັດພິທີຖະແຫຼງຂ່າວນໍາສະ ເໜີລົດໃໝ່ 4 ລຸ້ນຄື: ລົດເກັງ MG ZS, MG HS, MG6 ແລະ MG3 ໃນງານວາງສະແດງສິນຄ້າມໍເຕີໂຊທີ່ສູນ ການຄ້າລາວ-ໄອເຕັກນະຄອນຫຼວງວຽງຈັນ.
ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2019, ທີ່ນະຄອນ ຫຼວງວຽງຈັນ, ພາຍໃຕ້ກາເປັນປະທານຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ປລາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ
ບໍລິສັດກຸ່ມຄຳໄພຊະນະ ໄດ້ຈັດພິທີເປີດອາຄານສຳນັກງານໃຫຍ່ຫຼັງໃໝ່ ແລະສະເຫຼີມສະຫຼອງຄົບຮອບ 20 ປີ ຢ່າງເປັນທາງການໃນວັນທີ 22 ກຸມພາ 2019 ທີ່ບ້ານທົ່ງສ້າງນາງ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສິນນະວົງ ຄຸດໄພທູນ
ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງໜຶ່ງຕັ້ງຢູ່ຂອບເຂດເມືອງພີນ ແຂວງສະຫວັນນະເຂດ ທີ່ຫ່າງຈາກຊາຍແດນເຂດເມືອງນອງ ໄປທາງທິດຕາເວັນຕົກປະມານ 10 ກິໂລແມັດທີ່ກໍາລັງລົງມືກໍ່ສ້າງໃຫ້ສໍາເລັດຕາມແຜນການທີ່ວາງໄວ້ແຕ່ໂຄງການກໍ່ສ້າງເຂື່ອນດັ່ງກ່າວແມ່ນມີປະຊາຊົນ 2 ບ້ານທີ່ຂຶ້ນກັບເມືອງ ນອງ ແຂວງສະຫວັນນະເຂດ
ເພື່ອຕອບສະໜອງຕາມຄຳເຊີນຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໄດ້ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 24-25 ກຸມພາ 20 19
ກອງປະຊຸມສຳມະນາກ່ຽວກັບສົນທິສັນຍາເຄັບທາວ Cape Town Convention ເພື່ອປຶກສາຫາລືແນວທາງການປະຕິບັດທີ່ດີທີ່ສຸດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນຍາກາດທາງດ້ານທຸລະກິດທີ່ກ່ຽວຂ້ອງກັບຜູ້ຖືກຳມະສິດເປັນເຈົ້າຂອງເຮືອບິນ ແລະການສະໜອງທຶນຢູ່ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ
ເມື່ອວັນທີ 20 ກຸມພາ ກົມສົ່ງການຄ້າກະຊວງອຸດສາຫະກໍາ ແລະການຄ້າຮ່ວມກັບບໍລິສັດ ເດີພັດໂປຣເຈັກ ຈໍາກັດ (The Plus Project Ltd) ໄດ້ຈັດພິທີຖະແຫຼງຂ່າວ ເພື່ອກຽມຈັດງານມະຫະກໍາອຸດສະຫະກໍາປຸງແຕ່ງອາຫານນາໆຊາດຄັ້ງທີ 1 ປະຈໍາປີ 2019 ຫຼື The 1st Lao international Food Expo 2019 (LIFE)
ການດຳເນີນທຸລະກິດຂອງບໍລິສັດພລາເນັດຈຳກັດຜ່ານມາໄດ້ມີຜົນສຳເລັດຫຼາຍດ້ານເນື່ອງຈາກຜູ້ບໍລິຫານໄດ້ມີວິໄສທັດ ແລະມີຍຸດທະສາດການດຳເນີນທຸ ລະກິດແບບຄົນຮຸ່ນໃໝ່ນອກນັ້ນຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຫຼາຍຢ່າງສິ່ງດັ່ງກ່າວໄດ້ເຮັດໃຫ້ບໍລິສັດພລາເນັດຈຳກັດເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ, ສັງຄົມໃຫ້ຄວາມເຊື່ອໝັ້ນໄວ້ວາງໃຈ
ການຝຶກຊ້ອມຊ້າງຄໍາຮູ້ເພື່ອສະແດງໃນງານມະຫາກໍາບຸນຊ້າງທີ່ຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ກຸມພາ 2019 ນີ້ ທີ່ແຂວງໄຊຍະບູລີ ແມ່ນພ້ອມ ແລ້ວ 100% ໂດຍຈະມີຊ້າງ 70 ໂຕເຂົ້າ ຮ່ວມສະແດງຄວາມສາມາດ.