GMS ເຊັນສັນຍາກໍ່ສ້າງວຽກເພີ່ມອີກ 6 ໂຄງການຍ່ອຍ

  ພິທີເຊັນສັນຍາກໍ່ສ້າງວຽກເພີ່ມ 6 ໂຄງການຍ່ອຍຂອງໂຄງການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນໍ້າ

ກະຊວງສາທາ ຖະແຫຼງຂ່າວຢັ້ງຢືນເປັນທາງການແລ້ວ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 2 ກໍລະນີ

 ໃນເວລາ 14 ໂມງ ວັນທີ 24 ມີນາ 2020 ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນຂຶ້ນທີ່ກະຊວງສາທາລະນະສຸກໂດຍຢັ້ງຢືນວ່າ: ມາຮອດປັດຈຸບັນ ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 2 ຄົນ ຢູ່ນະຄອນຫຼວງວຽງຈັນ.

 

ຫ້າມຈຳໜ່າຍເຄື່ອງກວດໂຄວິດ-19 ແບບເຫັນຜົນໄວ

  ປະຈຸບັນກະຊວງສາທາລະນະສຸກໄດ້ສຸມໃສ່ເຝົ້າລະວັງການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢ່າງເຂັ້ມງວດຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມເອົາໃຈໃສ່ປະຕິບັດຕາມການແນະນໍາມາດຕະການປ້ອງກັນພະຍາດໃນແຕ່ລະໄລຍະຂອງກະຊວງສາທາລະນະສຸກຊຶ່ງສະພາບວິກິດການລະບາດຂອງເຊື້ອໄວຣັດໂຄວິດ-19

ເລັ່ງປັບປຸງເສັ້ນທາງຈະລາຈອນຖະໜົນສາຍຫຼັກ

   ເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ຂອງຊາດເປັນຕົ້ນວັນສ້າງຕັ້ງພັກຄົບຮອບ 65 ປີກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ,

9 ຂັ້ນຕອນການຈຳກັດບໍລິເວນ 14 ວັນ ສຳລັບຜູ້ເດີນທາງມາລາວ

  ປະຈຸບັນພະຍາດໂຄວິດ-19 ເປັນພະຍາດຮ້າຍແຮງເຮັດໃຫ້ຄົນຕິດ ແລະເສຍຊີວິດທົ່ວໂລກເປັນຈຳນວນຫຼວງຫຼາຍເຖິງ ສປປ ລາວ

ຮ້ານຄຳພູວົງ ມອບອຸປະກອນປ້ອງກັນໂຄວິດ-19

   ວັນທີ 19 ມີນາຜ່ານມານີ້ທີ່ຫ້ອງວ່າການເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນຮ້ານຄໍາພູວົງ ແລະ ສວນພຶກສາໄດ້ນໍາເອົາເຄື່ອງອຸປະກອນປ້ອງກັນພະຍາດໂຄວິດ-19 ມອບໃຫ້ຫ້ອງວ່າການເມືອງສີໂຄດຕະບອງຊຶ່ງກ່າວມອບໂດຍແມ່ນທ່ານ ພູວົງ ພະມີສິດ ປະທານຮ້ານຄໍາພູວົງ ແລະສວນພຶກສາ

ບໍ່ມີຍົກສະໄໝໃດ ພັດທະນາປະເທດຊາດຈົນປະຊາຊົນຢູ່ດີຮັ່ງມີຄືປະຈຸບັນ

  ເຊື້ອຊາດລາວເຮົາມີປະຫວັດກຳເນີດເກີດຂຶ້ນມາຍາວນານນັບຫຼາຍພັນປີ ແລະກໍຜ່ານຜ່າມາຫຼາຍຍຸກຫຼາຍສະໄໝແຕ່ກໍເຫັນວ່າບໍ່ມີຍຸກໃດສະໄໝໃດປະເທດຊາດຈະໄດ້ຮັບການພັດທະນາຄືປະຈຸບັນ ແລະປະຊາຊົນຢູ່ດີກິນດີຮັ່ງມີສີສຸກຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວທັງໝົດທັງໝວນນັ້ນ

ນາຍົກ ກວດກາສະຖານທີ່ຮອງຮັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີລົ້ນໂຮງໝໍ

ເພື່ອສືບຕໍ່ຕິດຕາມກວດກາ ແລະຊຸກຍູ້ການປະຕິບັດມາດຕະການປ້ອງກັນຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ covid-19 ທີ່ລັດຖະບານວາງອອກກໍ່ຄືການກະກຽມໂຄງລ່າງພື້ນຖານເພື່ອຮອງຮັບກໍລະນີມີການລະບາດຂອງເຊື້ອພະຍາດໂຄ ວິດ-19 ຢູ່ ສປປ ລາວ

ການນຳຂັ້ນສູງພັກ-ລັດວາງພວງມາລາ ແລະກະຕ່າດອກໄມ້ໃນໂອກາດຄົບຮອບ 65 ປີ ພັກປະຊາຊົນ ປະຕິວັດລາວ

 ຕອນເຊົ້າວັນທີ 22 ມີນາ 2020 ທີ່ນະຄອນຫຼວງວຽງຈັນການນໍາຂັ້ນສູງພັກ-ລັດ ໄດ້ເຂົ້າຮ່ວມພິທີວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມດາວແດງ ແລະພິທີວາງກະຕ່າດອກໄມ້ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ

ສະຫາຍ ບຸນຍັງ ວໍລະຈິດ ກ່າວບົດປາໄສເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ

 ພັກເຮົາກໍາເນີດເກີດຂຶ້ນຈາກຄວາມຮຽກຮ້ອງຕ້ອງການຂອງຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຕ້ານການຮຸກຮານຈາກຕ່າງຊາດທັງແມ່ນໝາກຜົນທີ່ຕ້ອງເປັນໄປຂອງປະຫວັດສາດໃນຍຸກໃໝ່ທີ່ຕ້ອງປະສານສົມທົບລະຫວ່າງການຕໍ່ສູ້ປົດປ່ອຍຊາດກັບການປະຕິວັດຕາມເສັ້ນທາງສັງຄົມນິຍົມຂອງລັດທິມາກ-ເລນິນ.