ພະຍາດໄຂ້ຍຸງລາຍໃນຂອບເຂດທົ່ວປະເທດຍັງຄົງສືບຕໍ່ລະບາດຢ່າງຕໍ່ເນື່ອງສະເພາະແຂວງສະຫວັນນະເຂດ ເສຍຊີວິດແລ້ວເກືອບ 10 ຄົນ ຈາກຜູ້ຕິດເຊື້ອ 1,8 ພັນຄົນ ດ້ານອຳນາດການປົກຄອງແຂວງວາງຫຼາຍມາດຕະການໃນການຕິດຕາມ ແລະຄວບຄຸມການລະບາດ.
ການຈັດຕັ້ງປະຕິບັດວຽກງານວິຊາສະເພາະເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງກອງກວດກາພາສີປະຈໍາແຂວງອຸດົມໄຊໃນຕົ້ນປີ 2019 ມີທ່າອ່ຽງເພີ່ມຂຶ້ນຖ້າທຽບໃສ່ໄລຍະດຽວກັນຂອງປີກ່ອນ ແລະມາຮອດທ້າຍ ເດືອນພຶດສະພາ ປີ 2019
ຍັງສຶບຕໍ່ລະບາດໜັກຕໍ່ເນື່ອງສໍາລັບພະຍາດໄຂ້ຍຸງລາຍທີ່ແຂວງຈໍາປາສັກ ຂະນະທີ່ມີຜູ້ໄຂ້ສູງເຖິງ 2 ພັນກວ່າກໍລະນີແລະມີຜູ້ເສຍຊີວິດແລ້ວ 5 ຄົນ ແລະປະຈຸບັນການລະບາດຍັງຢູ່ໃນລະດັບທີ່ຮ້າຍແຮງຂຶ້ນເລື້ອຍໆ ໂດຍສະເພາະໃນ 3-4 ຕົວເມືອງຈົນເຮັດໃຫ້ຜູ້ປ່ວຍລົ້ນໂຮງໝໍ.
ໜ່ວຍສະຫະພັນແມ່ຍິງລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ລນລ) ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ XII ຂຶ້ນໃນ ວັນທີ 5 ກໍລະກົດ 2019 ທີ່ສໍານັກງານໃຫຍ່ ລນລ ນະ ຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ຈັນດົມ ຊົມນິລັນດອນ
ພາຍຫຼັງທີ່ບໍລິສັດນໍ້າຕານອ້ອຍ TTC ແຂວງອັດຕະປື ໄດ້ລົງເຜີຍແຜ່ຄວາມເຂົ້າໃຈກ່ຽວກັບນະໂຍບາຍ ແລະວິທີການປູກອ້ອຍໃຫ້ປະຊາຊົນຜູ້ປະສົບໄພຢູ່ເມືອງສະໜາມໄຊ ຕາມແຜນໂຄງການ 2+3 ໃນການຮ່ວມມືຜະລິດກະສິກຳລະຫວ່າງປະຊາຊົນ ແລະບໍລິສັດໂດຍທີ່ທາງບໍລິສັດເປັນຜູ້ສະໜອງທຶນ,ເຕັກນິກ,ການຕະຫຼາດ ແລະຊາວບ້ານ
ລັດຖະບານລະບຸວ່າປະຈຸບັນບໍ່ໄດ້ຫ້າມເລື່ອງການປູກກ້ວຍໃນລາວແຕ່ກ່ອນປູກຕ້ອງໄດ້ຮັບອະນຸຍາດຈາກລັດຄັກແນ່ແລະຕ້ອງປູກແບບປອດສານພິດເປັນມິດກັບທຳມະຊາດເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມລວມທັງຄົນ ແລະສັດທັງນີ້ໄດ້ມອບໃຫ້ແຕ່ລະະທ້ອງຖີ່ນເປັນເຈົ້າການໃນການກວດກາ ແລະ ຄຸ້ມຄອງການນຳໃຊ້ສານເຄມີໃນສວຍກ້ວຍຂອບເຂດທົ່ວປະເທດ.
ວັນທີ 4 ກໍລະກົດ 2019 ທີ່ຫ້ອງການສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບລາງວັນທີ 1 ຊຶ່ງເປັນລົດໂຕໂຍຕ້າປຼາໂດໃຫ້ລູກຄ້າທີ່ໂຊກດີຈາກການຈັບສະຫຼາກຊິງໂຊກບັນຊີເງິນຝາກປະຈໍາປີທີ 4 ຂອງທະນາຄານຮ່ວມພັດທະນາ, ໃຫ້ກຽດມອບໂດຍທ່ານ ບຸນສະ ຫວ່າງ ພິລາໄຊພິທັກຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະຍັງມີຜູ້ບໍລິຫານລະດັບສູງ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ລັດຖະບານລາວ ແລະ ຈີນ ໄດ້ກໍານົດເອົາ 14 ໂຄງການເປັນຍຸດທະສາດການຮ່ວມມືຂອງສອງປະເທດໃນຂະແໜງຂົວ-ທາງ ເພື່ອສ້າງລະບົບຄົມມະນາຄົມຂົນສົ່ງເສື່ອມໂຍງ ແລະເສື່ອມຈອດທັງສອງປະເທດໃຫ້ມີຄວາມສະດວກປອດໄພ, ແນໃສ່ຊຸກຍູ້ພັດທະນາເສດຖະກິດ-ສັງຄົມ ແລະສາຍພົວພັນມິດຕະພາບລະຫວ່າງສອງຝ່າຍ.
ກຽມພົບກັບສິນຄ້າສວຍງາມຫຼາກຫຼາຍໃນງານວາງສະແດງເຄື່ອງເຮືອນລາວຄັ້ງທີ 4 ປະຈຳປີ 2019 ຊຶ່ງຈະເລີ່ມວາງຂາຍນັບແຕ່ວັນທີ 6 ກໍລະກົດ ເປັນຕົ້ນໄປແຕ່ມື້ເປີດຢ່າງເປັນທາງການແມ່ນຈະຈັດຂຶ້ນໃນວັນທີ 8 ແລະ ຈະດໍາເນີນໄປຈົນເຖິງວັນທີ 14 ກໍລະກົດ 2019 ທີ່ສູນການຄ້າລາວໄອ-ເຕັກນະຄອນຫຼວງວຽງຈັນມາຮອດປະຈຸບັນການກະກຽມຂອງຄະນະຮັບຜິດຊອບແມ່ນມີຄວາມພ້ອມ 100% ໂດຍຈະມີເກືອບ 70 ຫົວໜ່ວຍນຳສິນຄ້າເຂົ້າຮ່ວມວາງສະແດງ.
ຈາກສະຖິຕິນັບແຕ່ທ້າຍປີ 2018 ມາຮອດເດືອນກໍລະກົດນີ້, ໃນຂອບເຂດທົ່ວປະເທດມີຜູ້ເປັນພະຍາດໄຂ້ຍຸງລາຍແລ້ວ 10,77 ພັນກໍລະນີ ແລະ ຕາຍແລ້ວ 25 ກໍ ລະນີຊຶ່ງຄາດວ່າໃນລະຫວ່າງເດືອນສິງຫາ, ກັນຍາທີ່ຈະມາເຖິງນີ້ພະຍາດດັ່ງກ່າວຍັງຈະສືບຕໍ່ເພີ່ມຫຼາຍຂຶ້ນຢູ່, ຫາກທົ່ວສັງຄົມບໍ່ເປັນເຈົ້າການຮ່ວມກັນໃນການປະຕິບັດ 5 ປໍແລະ ຖ້າຫາກຮູ້ວ່າເປັນໄຂ້ໃຫ້ເຂົ້າມາກວດທັນທີເພື່ອປ້ອງກັນບໍ່ໃຫ້ເຖິງຂັ້ນອັນຕະລາຍ.