ເປີດໃຊ້ອາຄານໃຫຍ່ໃໝ່ ບໍລິສັດກຸ່ມຄຳໄພຊະນະ

ບໍລິສັດກຸ່ມຄຳໄພຊະນະ ໄດ້ຈັດພິທີເປີດອາຄານສຳນັກງານໃຫຍ່ຫຼັງໃໝ່ ແລະສະເຫຼີມສະຫຼອງຄົບຮອບ 20 ປີ ຢ່າງເປັນທາງການໃນວັນທີ 22 ກຸມພາ 2019 ທີ່ບ້ານທົ່ງສ້າງນາງ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສິນນະວົງ ຄຸດໄພທູນ

ເລັ່ງຍົກຍ້າຍປະຊາຊົນ 2 ບ້ານ ຖືກໂຄງການເຂື່ອນເຊລະນອງ 1

 ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງໜຶ່ງຕັ້ງຢູ່ຂອບເຂດເມືອງພີນ ແຂວງສະຫວັນນະເຂດ ທີ່ຫ່າງຈາກຊາຍແດນເຂດເມືອງນອງ ໄປທາງທິດຕາເວັນຕົກປະມານ 10 ກິໂລແມັດທີ່ກໍາລັງລົງມືກໍ່ສ້າງໃຫ້ສໍາເລັດຕາມແຜນການທີ່ວາງໄວ້ແຕ່ໂຄງການກໍ່ສ້າງເຂື່ອນດັ່ງກ່າວແມ່ນມີປະຊາຊົນ 2 ບ້ານທີ່ຂຶ້ນກັບເມືອງ ນອງ ແຂວງສະຫວັນນະເຂດ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

ເພື່ອຕອບສະໜອງຕາມຄຳເຊີນຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໄດ້ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ  24-25 ກຸມພາ 20 19 

ລາວ-ອາເມລິກາ ຫາລືສ້າງຄວາມເຂັ້ມແຂງດ້ານການບິນ

  ກອງປະຊຸມສຳມະນາກ່ຽວກັບສົນທິສັນຍາເຄັບທາວ Cape Town Convention ເພື່ອປຶກສາຫາລືແນວທາງການປະຕິບັດທີ່ດີທີ່ສຸດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນຍາກາດທາງດ້ານທຸລະກິດທີ່ກ່ຽວຂ້ອງກັບຜູ້ຖືກຳມະສິດເປັນເຈົ້າຂອງເຮືອບິນ ແລະການສະໜອງທຶນຢູ່ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ

ກຽມຈັດອຸດສາຫະກຳປຸງແຕ່ງອາຫານນາໆຊາດ

 ເມື່ອວັນທີ 20 ກຸມພາ ກົມສົ່ງການຄ້າກະຊວງອຸດສາຫະກໍາ ແລະການຄ້າຮ່ວມກັບບໍລິສັດ ເດີພັດໂປຣເຈັກ ຈໍາກັດ (The Plus Project Ltd) ໄດ້ຈັດພິທີຖະແຫຼງຂ່າວ ເພື່ອກຽມຈັດງານມະຫະກໍາອຸດສະຫະກໍາປຸງແຕ່ງອາຫານນາໆຊາດຄັ້ງທີ 1 ປະຈໍາປີ 2019 ຫຼື The 1st Lao international Food Expo 2019 (LIFE)

ພລາເນັດ ດຳເນີນທຸລະກິດຄຽງຄູ່ການຊ່ວຍເຫຼືອສັງຄົມ

ການດຳເນີນທຸລະກິດຂອງບໍລິສັດພລາເນັດຈຳກັດຜ່ານມາໄດ້ມີຜົນສຳເລັດຫຼາຍດ້ານເນື່ອງຈາກຜູ້ບໍລິຫານໄດ້ມີວິໄສທັດ ແລະມີຍຸດທະສາດການດຳເນີນທຸ ລະກິດແບບຄົນຮຸ່ນໃໝ່ນອກນັ້ນຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຫຼາຍຢ່າງສິ່ງດັ່ງກ່າວໄດ້ເຮັດໃຫ້ບໍລິສັດພລາເນັດຈຳກັດເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ, ສັງຄົມໃຫ້ຄວາມເຊື່ອໝັ້ນໄວ້ວາງໃຈ 

ສຳເລັດຝຶກຊ້ອມສະແດງຊ້າງຄຳຮູ້ບຸນຊ້າງໄຊຍະ

ການຝຶກຊ້ອມຊ້າງຄໍາຮູ້ເພື່ອສະແດງໃນງານມະຫາກໍາບຸນຊ້າງທີ່ຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ກຸມພາ 2019 ນີ້ ທີ່ແຂວງໄຊຍະບູລີ ແມ່ນພ້ອມ ແລ້ວ 100% ໂດຍຈະມີຊ້າງ 70 ໂຕເຂົ້າ ຮ່ວມສະແດງຄວາມສາມາດ.

ການຄ້າລາວ-ຫວຽດນາມ ເພີ່ມຂື້ນ 13% ສ່ວນລົງທຶນມີ 409 ໂຄງການ

   ຖືວ່າເປັນບາດກ້າວໃໝ່ສໍາລັບ ສປປ ລາວ ທີ່ຈະມີເງື່ອນໄຂສະດວກຂຶ້ນໃນການນໍາສົ່ງສິນຄ້າອອກທາງທະເລຊຶ່ງໃນປີ 2018 ຜ່ານມາການຄ້າລະຫວ່າງລາວ-ຫວຽດນາມ ສາມາດບັນລຸໄດ້ 1 ຕື້ໂດລາ ເພີ່ມຂຶ້ນ 13% ທຽບໃສ່ປີ 2017 ແລະ ລື່ນຄາດໝາຍທີ່ກໍານົດໄວ້, ສ່ວນການລົງທຶນຂອງບັນດາວິສະຫະກິດຫວຽດ ນາມ ຮອດ ປະຈຸບັນມີ 409 ໂຄງການ ມູນຄ່າ 4,1 ຕື້ໂດລາ.

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນນີ້ຫາລື 7 ເອກະສານສຳຄັນ

  ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນໃນວັນທີ 19 ກຸມພາ ແລະປິດລົງໃນວັນ ທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ສະຫວັນຈະຈັດງານວາງສະແດງສິນຄ້າໂອດັອບ

ໃນວັນທີ 13 ກຸມພານີ້, ທີ່ຫ້ອງ ປະຊຸມພະແນກອຸດສາຫະກຳ ແລະການ ຄ້າ ແຂວງສະຫວັນນະເຂດ ໄດ້ຈັດພິທີຖະ ແຫຼງຂ່າວງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ແລະສິນຄ້າຄອບຄົວຕົວແບບຂອງແຂວງ ຄັ້ງທີ II 22-28 ກຸມພາ 2019