ຟາມພູຕາເວັນເປີດລະດູການທ່ອງທ່ຽວປີ 2020 ຢ່າງເປັນທາງການ

 ເມື່ອແລງວັນທີ 11 ທັນວາ 2019 ທີ່ຟາມພູຕາເວັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດລະດູການທ່ອງທ່ຽວຂອງຟາມພູຕາເວັນປະຈຳປີ 2020 ຂຶ້ນຢ່າງເປັນທາງການໂດຍການເຂົ້າຮ່ວມຂອງ ທ່ານ ທະວີເພັດ ອຸລາ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວທັງເປັນຜູ້ຈັດການໂຄງການພັດທະນາ

ກອງປະຊຸມສະຖິຕິທົ່ວປະເທດປະຈຳປີ 2019 ຈັດຂື້ນທີ່ອຸດົມໄຊ

 ກອງປະຊຸມສະຖິຕິທົ່ວປະເທດປະຈຳປີ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ທັນວາຜ່ານມານີ້ທີ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ,

ຄຳໄພນຳກະສິກຳພັດທະນາຊົນນະບົດຊ່ວຍປົດຄວາມທຸກຍາກແຂວງໄຊສົມບູນ

  ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດຜູ້ດຽວຕັດສິນໃຈເສຍສະຫຼະຊັບສິນສ່ວນຕົວໃສ່ການປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນໃນເຂດຫ່າງໄກໂດຍນຳເອົາການຜະລິດກະສິກຳສະອາດຄົບວົງຈອນເປັນສິນຄ້າເຂົ້າໄປຊ່ວຍພັດທະນາເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຄອບຄົວຜູ້ທຸກຍາກແຂວງໄຊສົມບູນ

ໝູຢູ່ຫຼວງນໍ້າທາ 6,5 ພັນໂຕ ຕາຍຍ້ອນພະຍາດອະຫິວາລັດຈະສືບຕໍ່ລະວັງ ແລະໂຕ້ຕອບການລະບາດ

  ວັນທີ 9 ທັນວາ 2019 ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງຫຼວງນໍ້າທາ ທາງຄະນະສະເພາະກິດຂັ້ນແຂວງຫຼວງນໍ້າທາ,ໄດ້ປຶກສາຫາລືກ່ຽວກັບການສະກັດກັ້ນຄວບ ຄຸມ ແລະໂຕ້ຕອບພະຍາດອະຫິວາໝູອາຟຣິກາ,

2 ບໍລິສັດ ມອບເຂົ້າສານ ແລະແນວພັນເຂົ້າ 30 ໂຕນ ແກ່ແຂວງສາລະວັນ

 ເພື່ອເປັນການຊ່ວຍເຫຼືອຜູ້ປະສົບ ໄພນ້ຳຖ້ວມຢູ່ແຂວງສາລະວັນ ທີ່ໄດ້ຮັບຜົນກະທົບໃນລະດູຝົນຜ່ານມານີ້ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ ແລະທ່ານ ທອງເພັດ ດ້ວງເງິນ ຮອງຜູ້ອຳນວຍການໃຫຍ່ບໍລິສັດຜະລິດໄຟຟ້າລາວມະຫາຊົນ

ທະນາຄານຈະເຍື້ອນຊຳລະໜີ້ລູກຄ້ານໍ້າຖ້ວມ

   ວັນທີ 10 ທັນວາ ທ່ານ ນວນຕາ ແກ້ວມະນີ ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ (ທຫລແຂວງຈຳປາສັກໄດ້ແຈ້ງຕໍ່ຜູ້ສື່ຂ່າວວ່າ

ພັນກວ່າລາຍການສິນຄ້າວາງຈຳໜ່າຍຢູ່ສູນຝາກໂອດ໋ອບລາວ

ສູນຝາກຂາຍໂອດ໋ອບລາວເປັນຈຸດລວມຝາກຂາຍຜະລິດຕະພັນຫັດຖະກໍາ ແລະກະສິກໍາປຸງແຕ່ງຂອງຜູ້ປະກອບການຂະໜາດນ້ອຍ ຫຼື ແບບຄອບຄົວທີ່ຜະລິດອອກມາຈາກພູມປັນຍາຂອງປະຊາຊົນລາວບັນດາເຜົ່າ ແລະນໍາໃຊ້ວັດຖຸດິບພາຍໃນປະເທດຊຶ່ງປະຈຸບັນມີສິນຄ້າວາງຈໍາໜ່າຍຫຼາຍກວ່າ 1 ພັນລາຍການ.

ຄະນະວິຊາການອາວຸໂສດ້ານຊັບພະຍາກອນນໍ້າເປີດເຜີຍຕົ້ນເຫດໄພແລ້ງຮຸນແຮງປີ 2019

  ອີງຕາມສະພາວະໂລກຮ້ອນທີ່ເກີດຂຶ້ນໃນປະຈຸບັນຊຶ່ງມີທ່າອ່ຽງອຸນນະພູມເພີ່ມຂຶ້ນໄດ້ສົ່ງຜົນກະທົບໂດຍກົງຕໍ່ບັນດາປະເທດຕ່າງໆຢູ່ໃນໂລກເຮັດໃຫ້ຄວາມສົມດຸນຂອງສະ ພາບອາກາດມີການປ່ຽນແປງຄືລະດູໜາວບໍ່ໜາວຫຼາຍກົງກັນຂ້າມລະດູຮ້ອນຍິ່ງຮ້ອນ ແລະ ແຫ້ງແລ້ງເວົ້າສະເພາະແມ່ນຢູ່ບັນດະເທດ

ໄຊຍະສຳຫຼວດ ເຂດສວນອຸທິຍານພຶກສາສາດ

 ກອງປະຊຸມປະເມີນຜົນການຈັດຕັ້ງໂຄງການສໍາຫຼວດສວນອຸທິຍານພຶກສາສາດປີ 2019 ແລະທິດທາງແຜນການຈັດຕັ້ງປະຕິບັດປີ 2020 ໄດ້ຈັດຂຶ້ນໃນວັນທີ 6 ທັນ ວາ 2019 ຢູ່ທີ່ຫ້ອງປະຊຸມພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງໄຊຍະບູລີ

ເທີນ-ຫີນບູນ ໃຊ້ເກືອບ 3 ຕື້ກີບ ສ້າງຕາຂ່າຍໄຟຟ້າ ແລະຊົນລະປະທານໃຫ້ 2 ບ້ານ

  ບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ ໃນນາມຜູ້ສຳປະທານໂຄງການກໍ່ສ້າງເຂື່ອນໄຟຟ້າເທີນ-ຫີນບູນພາກຂະຫຍາຍໄດ້ມອບ-ໂອນໂຄງການກໍ່ສ້າງຕາຂ່າຍໄຟຟ້າ 22 ກິໂລໂວນ ມີຄວາມຍາວ 4,5 ພັນກິໂລແມັດ ລວມມູນຄ່າເກືອບ 70 ພັນໂດລາ