ໄຂກອງປະຊຸມໂຄສະນາອົບຮົມ ທົ່ວປະເທດ

ໃນວັນທີ 9 ກຸມພາ 2022, ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2020 -2021 ແລະ ທິດທາງວຽກງານຈຸດສຸມ ປະຈໍາປີ 2022, ໂດຍເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, 

ເລຂາທິການໃຫຍ່ ໃຫ້ທິດຊີ້ນຳຫຼວງນໍ້າທາ ເສີມຂະຫຍາຍທ່າແຮງບົ່ມຊ້ອນ ຍູ້ຜະລິດເປັນສິນຄ້າ ພັດທະນາທ່ອງທ່ຽວ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ໃຫ້ທິດຊີ້ນຳຫຼວງນໍ້າທາ ຈົ່ງເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງພູມປະເທດໃນເຂດແຂວງ; ບໍ່ວ່າຈະເປັນແຫຼ່ງນໍ້າ, ສະພາບອາກາດ, ທິວທັດທຳມະຊາດ ແລະ ອື່ນ

ປກສ ນະຄອນໄກສອນ ຈັບສອງຜູ້ຄ້າຢາບ້າ ພ້ອມຂອງກາງຫຼາຍກວ່າ 3.800 ເມັດ

ເມື່ອວັນທີ 2 ກຸມພາ 2022, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ,

ເລຂາທິການໃຫຍ່ ຢ້ຽມຢາມການພັດທະນາ ແລະ ຜະລິດເປັນສິນຄ້າທີ່ຫຼວງນໍ້າທາ

ເມື່ອວັນທີ 7 ກຸມພາ 2022, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ, ໄດ້ເດີນທາງໄປຢ້ຽມຢາມ ແລະເຮັດວຽກທີ່ແຂວງຫຼວງນໍ້າທາ,

ອຄ ເລັ່ງສົ່ງເສີມອຸດສາຫະກໍາປຸງແຕ່ງ ຊຸກຍູ້ຕະຫຼາດພາຍໃນ ແລະສົ່ງອອກ

ນີ້ແມ່ນໜຶ່ງໃນແຜນວຽກທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດເປັນໜຶ່ງໃນບຸລິມະສິດ, ເພື່ອຜັນຂະຫຍາຍແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການຊຸກຍູ້ສົ່ງເສີມອຸດສາຫະກໍາປຸງແຕ່ງເພື່ອສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ແລະເປັນສິນຄ້າສົ່ງອອກ.

ລາວ-ໄທ ຮ່ວມລາດຕະເວນຕາມລຳແມ່ນໍ້າຂອງ

ນີ້ແມ່ນປະຕິບັດການຂອງໜ່ວຍງານແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ລະຫວ່າງແຂວງບໍ່ແກ້ວ ກັບ ຈັງຫວັດຊຽງຣາຍ. ຊຶ່ງການລາດຕະເວນທາງນໍ້າຮ່ວມກັນຄັ້ງນີ້ຈັດຂຶ້ນທີ່ສຳນັກງານໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນໍ້າຂອງ ຣາຊະອານາຈັກໄທ ເມື່ອວັນທີ 4 ກຸມພາ 2022.

ທ່ານ ບຸນຕາ ເທບພະວົງ ຮັບຕຳແໜ່ງໃໝ່ໃນສະພາແຫ່ງຊາດ

ເມື່ອອາທິດຜ່ານມາ, ໄດ້ມີການປັບປຸງກົງຈັກລັດຫຼາຍຕຳແໜ່ງໂດຍອີງໃສ່ມະຕິຕົກລົງຂອງສູນກາງພັກ. ໜຶ່ງໃນນັ້ນກໍແມ່ນການປັບປຸງກົງຈັກການຈັດຕັ້ງພາຍໃນສະພາແຫ່ງຊາດ, ຊຶ່ງໄດ້ຮັບຮອງເອົາການແຕ່ງຕັ້ງ ທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, 

ກຳມະກອນຊີງຊັບ ຖືກຈັບໃນມື້ກໍ່ເຫດ

ຊາຍໜຸ່ມໄວ 25 ປີທີ່ລົງມາຈາກຫຼວງພຣະບາງ ແລະ ຮັບຈ້າງເປັນກຳມະກອນຢູ່ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ແຕ່ຊາຍຄົນນັ້ນ ກັບປະພຶດຜິດສິນຂໍ້ 2 ຈ້ອງໝາຍຊີງເອົາຊັບຄົນອື່ນ. ຊຶ່ງພາຍຫຼັງກໍ່ເຫດກໍຖືກຕໍາຫຼວດຈັບຕົວໄດ້ພ້ອມຂອງກາງສາຍຄໍຄໍານ້ໍາໜັກ 1 ບາດ; ຍາດຊີງຂອງຄົນອື່ນມາເປັນຂອງຕົນ, ກໍຕ້ອງທົນທຸກດັ່ງນັ້ນແລ້ວ!.

ຫຼວງພຣະບາງ ກຽມຄວາມພ້ອມເປີດບໍລິການທ່ອງທ່ຽວ

ແຂວງຫຼວງພຣະບາງ, ໄດ້ຖືກບັນຈຸເຂົ້າໃນເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ (Green Travel Zone) ຊຶ່ງເປັນ 1 ໃນ 3 ເຂດຂອງໄລຍະທຳອິດໂດຍເລີ່ມແຕ່ວັນທີ 1 ມັງກອນ-30 ມີນາ 2022 

ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ແລະ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ໃໝ່),