ສຳເລັດໄປດ້ວຍດີກິດຈະກຳແຂ່ງຂັນຖ່າຍຮູບ ແລະວິດີໂອຂອງສວນພຶກສາ ເມືອງນາຊາຍທອງ ໂຄງການສົ່ງເສີມການຖ່າຍຮູບ Wedding ແລະ Fashion ໃນການຜັນຂະຫຍາຍການທ່ອງທ່ຽວພາຍໃນສວນພຶກສາໂດຍເນັ້ນໃຫ້ນັກຖ່າຍຮູບໄດ້ສ່ອງແສງເຖິງຄວາມສວຍງາມຂອງທຳມະຊາດຊຶ່ງທັງໝົດມີ 5 ຄົນ
ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ຮ່ວມກັບ Swift Pass ໄດ້ນຳສະເໜີການບໍລິການຮັບຊໍາລະຜ່ານ WeChat Pay ແລະ AliPay ໃນວັນທີ 11 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນເຈົ້າພາບຮ່ວມຂອງທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ
ວັນທີ 14 ຕຸລາ 2019 ແມ່ນມື້ຊິງໄຊຊ່ວງເຮືອປະເພນີເນື່ອງໃນມື້ບຸນອອກພັນສາປະວໍລະນາທີ່ທ່າວັດຈັນ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໂດຍການເປັນປະ ທານຂອງທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ໃຫ້ກຽດເຂົ້າຮ່ວມມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ
ດັ່ງທີ່ເປັນຂ່າວໃນຕອນແລງຂອງວັນທີ 5 ຕຸລາ 2019 ນີ້ ໄດ້ມີການລະເບີດຫີນເພື່ອເອົາຫີນປູນເຂົ້າເປັນວັດຖຸດິບຂອງໂຮງງານຊີມັງນໍ້າຖ້ວມ ເມືອງນໍ້າບາກ ແຂວງຫຼວງພະບາງ ຕາມເຄີຍປະຕິບັດມາເປັນປົກກະຕິແຕ່ເຫດການລະເບີດຄັ້ງນີ້ໄດ້ສ້າງຄວາມສູນເສຍທາງດ້ານຊີວິດ ແລະຊັບສີນຂອງປະຊາຊົນ,
ບໍລິສັດປາກຊ່ອງພັດທະນາຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເປັນບໍລິສັດທີ່ພັດທະນາດ້ານກະສິກຳໂດຍສະເພາະແມ່ນການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນເຮັດໃຫ້ເຂົາເຈົ້າມີວຽກເຮັດງານທຳ ແລະມີລາຍໄດ້ປະຈຸບັນມີປະຊາຊົນ 6.850 ຄອບຄົວ 3 ແຂວງທີ່ເຂົ້າຮ່ວມໂຄງການກັບບໍລິສັດສິ່ງດັ່ງກ່າວ
ການກໍ່ສ້າງໂຮງງານໄມ້ອັດຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ເດີນໜ້າຕາມແຜນການຊຶ່ງຂະນະນີ້ໄດ້ສຳເລັດການປັບໜ້າດິນ ແລະໝົດຝົນ ຫຼືຈາກນີ້ໄປບໍລິສັດຜູ້ຮັບເໝົາກໍຈະເລີ່ມສ້າງໂຄງລ່າງພື້ນຖານ ແລະ ຕົວໂຮງງານທັງນີ້ຄາດວ່າຈະໃຫ້ສຳເລັດໄດ້ທົດລອງຜະລິດໃນລະຫວ່າງກາງ-ທ້າຍປີໜ້າ ແລະ 2021
ແຂວງໄຊຍະບູລີເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດເໝາະສົມສໍາລັບການລົງທຶນຜະລິດດ້ານອຸດສາຫະກໍາການປູກຝັງ, ລ້ຽງສັດ ແລະການບໍລິ ການຄ້າຂາຍອື່ນໆ ເຮັດໃຫ້ນັກລົງທຶນທັງພາຍໃນ ແລະຕ່າງປະເທດສົນໃຈເຂົ້າມາລົງທຶນໃສ່ຂະແໜງຕ່າງໆຢ່າງຕໍ່ເນື່ອງ,
ວັນທີ 9 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດບໍລິສັດຮິຕາຊິເອລີເວເຕີລາວ ຈຳກັດ ໂດຍເຂົ້າຮ່ວມທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນ ຕີ, ທ່ານ ສອນໄຊ ສິດພາໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ,
ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວຮ່ວມກັບສະຖາບັນຄົ້ນຄວ້າໂລຈິດຕິກລະຫວ່າງປະເທດອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້ແຫ່ງນະຄອນຄຸນໝິງ ສປ ຈີນ ຈັດກອງປະຊຸມສໍາມະນາກ່ຽວກັບການຮ່ວມມືດ້ານຄັງປັນຍາເພື່ອຊຸກຍູ້ການສ້າງແລວເສດຖະກິດລາວ-ຈີນ,
ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານລັດຂອງແຂວງຈໍາປາສັກແມ່ນຍັງຢູ່ໃນຈັງຫວະທີ່ດີເຖິງແມ່ນພາກທຸລະກິດຫຼາຍຂະແໜງການຈະຖົດຖອຍກໍ່ຕາມແຕ່ຂະແໜງການທີ່ກ່ຽວຂ້ອງກໍ່ຍັງສູ້ຊົນປະຕິບັດໜ້າທີ່ຂອງຕົນໄປຕາມທິດທາງທີ່ກໍານົດໄວ້ເພື່ອເຮັດໃຫ້ຕົວເລກລາຍຮັບເປັນໄປຕາມແຜນການ.