ອະຫິວາໜູຍັງລະບາດຢູ່ 2 ບ້ານ ເມືອງຫຼວງນໍ້າທາ

  ພາຍຫຼັງທີ່ມີການລະບາດເຊື້ອພະຍາດອະຫິວາໝູຢູ່ເມືອງສິງ ໃນທ້າຍເດືອນກໍລະກົດ ປີ 2019 ນີ້ໄດ້ມີໝູຕິດເຊື້ອພະຍາດ ແລະຖືກຂ້າທໍາລາຍທັງໝົດ 4,56 ພັນໂຕ ໃນຈໍານວນ 26 ບ້ານມີ 550 ຄອບຄົວໄດ້ຮັບຜົນກະທົບຫຼ້າສຸດໃນວັນ ທີ 10 ຕຸລາ 2019 

ຈັບຊາຍ 60 ປີ ຄ້າຢາເສບຕິດ

 ໃນຕົ້ນເດືອນຕຸລາມານີ້ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີຄົນບໍ່ດີກໍາລັງເຄື່ອນໄຫວນໍາເອົາຢາເສບຕິດເຂົ້າຈໍາໜ່າຍຢູ່ໃນເທສະບານເມືອງໄຊຍະບູລີຈຶ່ງໄດ້ນໍາໜ່ວຍງານວິຊາສະເພາະລົງເຄື່ອນໄຫວອອກຕິດຕາມ,

ປະທານຟີຟາມາຢ້ຽມຢາມ ສປປລາວ

ວັນທີ 19 ຕຸລາ 2019 ຜ່ານມານີ້ ທ່ານ ເຈຍນີ ອິນຟາຕິໂນ (Gianni Infantino) ປະທານສະຫະພັນບານເຕະນາໆຊາດ ຫຼື FiFA ພ້ອມດ້ວຍຄະນະໄດ້ເດີ່ນທາງມາຢ້ຽມຢາມ ສປປລາວ ເນື່ອງໃນໂອກາດຢ້ຽມຢາມບັນດາປະເທດສະມາຊິກສະຫະບານເຕະພັນນາໆຊາດ.

 

ລັດປິດອອກວິຊ່າຢູ່ 9 ດ່ານສາກົນໃນ 7 ແຂວງ

  ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການເຫັນດີອະນຸມັດໃຫ້ປິດໜ່ວຍງານອອກວີຊ່າກັບດ່ານປະຈຳຢູ່ດ່ານສາກົນຈຳນວນ 9 ດ່ານ ຢູ່ 7 ແຂວງ ໂດຍມອບໃຫ້ກະຊວງການຕ່າງປະເທດເປັນໃຈກາງໃນການປະສານສົມທົບກັບບັນດາແຂວງທີ່ກ່ຽວຂ້ອງກ່ຽວການປິດດັ່ງກ່າວ.

ຊາວບ້ານຜູ້ຖືກເຂື່ອນນໍ້າງື່ມ 3 ສະເໜີບໍລິສັດເບີ່ງຄືນດິນຕົກຄ້າງສ່ວນໂຄງການນີ້ສຳເລັດ 72,42%

 ປະຊາຊົນບ້ານຊຽງແດດ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງບ້ານຍົກຍ້າຍຈັດສັນໃໝ່ ທີ່ຖືກເຂື່ອນໄຟຟ້ານ້ຳງື່ມ 3 ໄດ້ສະເໜີໃຫ້ບໍລິສັດກວດກາເກັບກຳຂໍ້ມູນຄືນເນື້ອທີ່ດິນຕົກຄ້າງ ແລະການຍົກຍ້າຍປ່າຊ້າຂອງບ້ານຂະນະທີ່ໜ້າວຽກການກໍ່ສ້າງຂອງໂຄງການເຂື່ອນຮອດເວລານີ້ສຳເລັດແລ້ວ 72,42%

ນາຍົກ ລະບຸຂອບຮ່ວມມືເຂດສາມຫຼ່ຽມພັດທະນາອີກເງື່ອນໄຂໃຫ້ປະຊາຊົນພົ້ນທຸກຍາກ

  ທ່ານ ທອງລຸນ ສີສຸລິດ ລະບຸວ່າຂອບການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ແລະກາຍເປັນເວທີທີ່ສຳຄັນພິເສດສຳລັບສາມປະເທດໃນລະດັບການນຳຂັ້ນສູນກາງ ແລະທ້ອງຖິ່ນໂດຍສະເພາະລະຫວ່າງບັນດາແຂວງໃນເຂດສາມຫຼ່ຽມພັດທະນາ

ລາວຈະລຶບລ້າງຄວາມທຸກຍາກ ແລະໄພອຶດຫິວໃນ 2030

  ການສະເຫຼີມສະຫຼອງວັນອາຫານໂລກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກປີນີ້ແມ່ນຢູ່ໃນເງື່ອນໄຂທີ່ບັນດາປະເທດໄດ້ມີຜົນສຳເລັດເບື້ອງ ຕົ້ນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຽງຄູ່ກັນນັ້ນຫຼາຍປະເທດກໍໄດ້ຖືກຜົນກະທົບຂອງໄພພິບັດຢ່າງໜັກໜ່ວງຊຶ່ງໄດ້ກາຍເປັນອຸປະສັກ

ເຜີຍແຜ່ນະໂຍບາຍໃຫ້ວັກຊິນກັນພະຍາດໄຂ້ຫວັດລະດູການ

  ວັນທີ 16 ຕຸລາຜ່ານມາທີ່ນະຄອນຫຼວງວຽງຈັນ ກົມອະນາໄມ ແລະສົ່ງເສີມສຸຂະພາບກະຊວງສາທາລະນະສຸກໄດ້ຈັດກອງປະຊຸມເຜີຍແຜ່ນະໂຍບາຍວ່າດ້ວຍການໃຫ້ວັກຊິນກັນພະຍາດໄຂ້ຫວັດລະດູການພາຍໃຕ້ການເປັນປະທານຂອງທ່ານ ຮສດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກມີບັນດາຫົວໜ້າກົມ

ເຊກອງສືບຕໍ່ລົງຊຸກຍູ້ເສຍຄ່າທາງ ແລະທີ່ດິນ, 9 ເດືອນເກັບໄດ້ 61,29% ຂອງແຜນປີ

  ວັນທີ 17 ຕຸລາ 2019 ສ່ວຍສາອາກອນປະຈໍາແຂວງທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລສາຂາເຊກອງ ແລະເຈົ້າໜ້າທີ່ຕໍາຫຼວດຈາລະຈອນກອງບັນຊາການ ປກສ ຂວງໄດ້ຮ່ວມກັນລົງເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງ ແລະພາສີທີ່ດິນປະຈໍາປີ 2019

ງານນັດພົບແຮງງານຈະບັນລຸເຂົ້າຕຳແໜ່ງ 1,5 ພັນຄົນ

 ພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຮ່ວມກັບບໍລິສັດໄອຈ໋ອບຈຳກັດ ແລະບໍລິສັດລາວເວີນມະຫາຊົນຈຳກັດໄດ້ຮ່ວມມືຈັດງານຕະຫຼາດນັດພົບແຮງງານເພື່ອເປັນສ່ວນໜຶ່ງປະກອບໃສ່ໃຫ້ບັນລຸຕົວເລກຄາດໝາຍປີ 2019 ເພື່ອຊ່ວຍຄວບຄຸມອັດຕາການຫວ່າງງານໃຫ້ຢູ່ໃນລະດັບ 2% ຕໍ່ປີ