ວັນທີ 12 ທັນວາ 2018, ທີ່ແຂວງບໍລິຄໍາໄຊ ທະນາຄານຮ່ວມທຸລະກິດລາວຫວຽດ (ທລວ) ໄດ້ຈັດພິທີເປີດໜ່ວຍບໍລິການແຂວງບໍລິຄໍາໄຊຢ່າງເປັນທາງການຊຶ່ງ ເຂົ້າຮ່ວມແລະເປັນສັກຂີພິຍານໃນພິທີມີ ທ່ານ ດວງຕາມໍລະຄາສຸກ ຫົວໜ້າຫ້ອງວ່າການແຂວງບໍລິຄໍາໄຊ; ທ່ານໄມຈອມວັນນະສານຄໍາເຈົ້າເມືອງໆປາກຊັນ; ທ່ານ ວຽງ ສະຫວັນທິດາວັນຫົວໜ້າພະແນກວິເຄາະກົມຄຸ້ມຄອງທະນາຄານທຸລະກິດ, ທຫລ ພ້ອມດ້ວຍບັນດາລູກຄ້າ, ຄູ່ຮ່ວມທຸລະ ກິດຂອງທະນາຄານຮ່ວມທຸລະກິດລາວຫວຽດເຂົ້າຮ່ວມ.