ຫາລືຄວາມເປັນເອກະພາບທາງດ້ານປະກັນໄພໃນລາວ

 ວັນທີ 16 ກັນຍາຜ່ານມາທີ່ກະຊວງການເງິນ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມລະຫວ່າງຄະນະບໍລິຫານສະມາຄົມປະກັນໄພແຫ່ງ ສປປ ລາວ ກັບບັນດາ ບໍລິສັດປະກັນໄພໃນລາວຄັ້ງທີ 2 ໂດຍການເປັນປະທານຂອງທ່ານ ຫໍລະດີ ວໍລະຣາດ ປະທານສະມາຄົມປະກັນໄພແຫ່ງ ສປປ ລາວ

ກະສິກຳເລັ່ງຟື້ນຟູການຜະລິດຢູ່ 6 ແຂວງ ພ້ອມກຳນົດການແກ້ໄຂເປັນ 4 ເຂດ

 ຜົນຂອງພາຍຸທີ່ພັດຜ່ານເຂົ້າລາວໃນໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາຜ່ານມານີ້ຂະແໜງກະສິກຳ ແລະປ່າໄມ້ກໍແມ່ນຂະແໜງໜຶ່ງທີ່ໄດ້ຮັບຜົນກະທົບໜັກໜ່ວງໂດຍສະເພາະເນື້ອທີ່ການປູກເຂົ້າພືດ ແລະ ສັດລ້ຽງທຸກປະເພດລ້ວນໄດ້ຮັບຄວາມເສຍຫາຍຊຶ່ງເນື້ອທີ່ເສຍຫາຍເບື້ອງຕົ້ນມີປະມານ 1,6 ແສນເຮັກຕາຂະນະທີ່ການແກ້ໄຂເບື້ອງຕົ້ນກະຊວງກະສິກຳໄດ້ເລັ່ງໃສ່ການຟື້ນຟູໂດຍກຳນົດການແກ້ໄຂເປັນ 4 ເຂດ.

ລັດຖະບານຊີ້ນຳ ຖວທ ຕິດຕາມແກ້ໄຂສື່ອອນລາຍທີ່ອອກຂ່າວບິດເບືອນຄວາມຈິງ

ໃນກອງປະຊຸມປຶກສາຫາລືກ່ຽວກັບສະພາບໄພພິບັດນໍ້າຖ້ວມຄັ້ງທີ 2, ລັດຖະບານໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະທ້ອງຖິ່ນຈັດຕັ້ງປະຕິບັດຫຼາຍບັນຫາໜຶ່ງໃນນັ້ນແມ່ນໃຫ້ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ

ສະມາຄົມເຟີນີເຈີ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

 ວັນທີ 17 ກັນຍາຜ່ານມາທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມສະມາຄົມເຟີນີເຈີລາວໄດ້ນຳເອົາເງິນຈຳນວນ 15 ລ້ານກີບ ທີ່ລະດົມໄດ້ຈາກສະມາຊິກເພື່ອໄປມອບໃຫ້ຜູ້ທີ່ປະສົບໄພນໍ້າຖ້ວມທາງພາກໃຕ້ຂອງລາວໂດຍ ຕາງໜ້າມອບຂອງທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ

ທ່ານລັດຖະມົນຕີປະຈຳ ສນຍ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອປະຊາຊົນ

  ໃນວັນທີ 14-15 ກັນຍາ 2019 ທີ່ຜ່ານມາ, ທ່ານ ປອ. ນ. ສຸວັນເພັງ ບຸບຜານຸວົງ, ລັດຖະ ມົນຕີປະຈຳສຳນັກງານນາຍົກ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍຄອບຄົວ, ເພື່ອນມິດສະຫາຍ ແລະ ຍາດຕິພີ່ນ້ອງ ໄດ້ນຳເອົາວັດຖຸປັດໃຈ ມີມູນຄ່າ 112 ລ້ານກວ່າກີບ ໄປແຈກຢາຍໃຫ້ພໍ່ແມ່ປະຊາຊົນ ຈຳນວນ 662 ຄອບຄົວ, ໃນ 11 ບ້ານ ຂອງເມືອງເຊໂປນ ແລະ ເມືອງວິລະບູລີ, ແຂວງສະຫວັນນະເຂດ.

3 ພາກສ່ວນ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

 ໃນຕອນແລງຂອງວັນທີ 17 ກັນຍາ 2019 ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ), ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີໄດ້ຕາງໜ້າລັດຖະບານຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ 3.000.000.000 ກີບ, 

4 ພາກສ່ວນຮ່ວມສົມທົບທຶນຜູ້ປະສົບໄພນໍ້າຖ້ວມ

  ວັນທີ 13 ກັນຍາ 2019, ທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສໄດ້ມີ 4 ພາກສ່ວນປະກອບດ້ວຍລັດວິສາຫະກິດນໍ້າມັນເຊື້ອໄຟລາວສະມາຄົມນໍ້າມັນເຊື້ອໄຟ ແລະອາຍແກັດລາວຮ້ານເສີມສວຍຊາຍນິງສະຕາຣ໌ ແລະກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໄດ້ຮ່ວມກັນສົມທົບເງິນ 

ສວນພຶກສາຄຶກຄື້ນ ດຶງດູດນັກທ່ອງທ່ຽວໄດ້ 4 ພັນຄົນຕໍ່ເດືອນ

  ສວນພຶກສາເປັນອີກສະຖານທີ່ທ່ອງທ່ຽວທີ່ຕັ້ງຢູ່ບໍ່ໄກຈາກຕົວເມືອງໃຫຍ່ນະຄອນຫຼວງວຽງຈັນ ປະຈຸບັນກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເນື່ອງຈາກພາຍໃນສວນດັ່ງກ່າວໄດ້ມີກິດຈະກຳຫຼາກຫຼາຍໄວ້ຄອຍບໍລິການຜູ້ທີ່ເຂົ້າມາທ່ຽວຊົມເປັນຕົ້ນຂີ່ສະລິງຂີ່ມ້າຂີ່ກວຽນ ແລະ ກິດຈະກຳອື່ນໆ 

ກຽມວາງສະແດງອຸດສາຫະກຳເຕັກໂນໂລຊີ ລາວ-ຈີນ

  ເມື່ອວັນທີ 13 ກັນຍາ ຜ່ານມາກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕຈັດພິທີຖະແຫຼງຂ່າວກ່ຽວກັບງານວາງສະແດງວິທະຍາສາດ ແລະ ເຕັກໂນໂລຊີການຮ່ວມມືພັດທະນາອຸດສາຫະກຳເຕັກໂນໂລຊີລະດັບສູງລາວ-ຈີນ ຄັ້ງທີ I ປີ 2019 ຊຶ່ງຈະຈັດຂຶ້ນລະຫວ່າງວັນທີ 11-16 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ 

ປະທານ ຄຄຊ ເນັ້ນໃຫ້ບໍລິສັດເຂົ້າຈົດທະບຽນຕາມແຜນ

ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊຄັ້ງທີ III ປະຈໍາປີ 2019 ໄດ້ສຳເລັດລົງໃນວັນທີ 13 ກັນຍາ 2019 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນປະທານ ຄຄຊພ້ອມນີ້