ສຶກສາເຕັກນິກ, ຜົນກະທົບສິ່ງແວດລ້ອມ ແລະສັງຄົມໂຄງການສາຍສົ່ງ

ວັນທີ11 ເມສາຜ່ານມາທີ່ກະຊວງພະລັງງານ ແລະບໍ່ແຮ່ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ-ເສດຖະກິດ ແລະສຶກສາຜົນກະທົບເບື້ອງຕົ້ນດ້ານສິ່ງແວດລ້ອມ ແລະສັງຄົມຂອງໂຄງການສາຍສົ່ງລະຫວ່າງກະຊວງພະລັງງານ ແລະບໍ່ແຮ່ 

ນາຍົກ ຮ່ວມສະຫຼອງບຸນປີໃໝ່ລາວທີ່ອຸດົມໄຊ

ວັນທີ 13 ເມສາຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະພັນລະຍາໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດງານມະຫາສົງການສືບສານປະເພນີເດືອນ 6 ຕົກປີໃໝ່ບຸນບັ້ງໄຟປະສານໃຈພັດທະນາ (ງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562) ທີ່ສະໜາມກິລາແຂວງ, 

ປະທານປະເທດ ອ່ານສານອ່ວຍພອນປີໃໝ່ລາວ

  ໃນວັນທີ 11 ເມສາ 2019, ທີ່ທຳນຽມປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ອ່ານສານອວຍພອນປີໃໝ່ລາວ ພສ 2562 ເພື່ອເປັນສິລິມຸງຄຸນ ແລະ ນຳເອົາຄວາມສາມັກຄີອັນອົບອຸ່ນຄວາມເປັນຫ່ວງເປັນໄຍອັນບໍລິສຸດ, ຝາກຄວາມຢື້ຢາມຖາມຂ່າວ ແລະ ສົ່ງພອນໄຊອັນປະເສີດມາຍັງປະຊາຊົນລາວບັນດາເຜົ່າທີ່ຢູ່ພາຍໃນ ແລະຕ່າງປະເທດ, ທັງຊາວຕ່າງປະເທດທີ່ພວມດໍາລົງຊີວິດ ແລະປະຕິບັດພາລະກິດຂອງຕົນຢູ່ ສປປ ລາວ

ໂຮງໝໍມິຕະພາບກຽມພ້ອມຮັບຮອງຄົນເຈັບສຸກເສີນຊ່ວງປີໃໝ່

  ໃນໂອກາດສະເຫຼີມສະຫຼອງບຸນເທສະການບຸນປີໃໝ່ລາວໂຮງໝໍມິດຕະພາບ (150 ຕຽງ) ແມ່ນໄດ້ກຽມຄວາມພ້ອມຫຼາຍດ້ານເພື່ອຮອງຮັບຄົນເຈັບສຸກເສີນໂດຍສະເພາະເກີດຈາກອຸບັດເຫດຊຶ່ງໃນນັ້ນແມ່ນໄດ້ແບ່ງພະແນກສຸກເສີນອອກເປັນສອງຟາກຄື: ສຸກເສີນສະເພາະກະທົບດ້ວຍອຸບັດເຫດ ແລະສຸກເສີນພາຍ ໃນ.

ທພລ ເປີດໜ່ວຍບໍລິການ ອີ່ໄລ

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນກໍ່ຄືເພື່ອສ້າງເງື່ອນໄຂສະດວກ-ວ່ອງໄວ ໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະພໍ່ຄ້າຊາວຂາຍໃນທົ່ວເມືອງນາຊາຍທອງ; ທະນາຄານພັດທະນາລາວ (ທພລ) ຈິ່ງໄດ້ສ້າງຕັ້ງໜ່ວຍບໍລິການອີ່ໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຂຶ້ນ.

ຊຳຊຸງປິດຊຸດຝືກອົບຮົມ

 ວັນທີ 10 ເມສາ 2019 ທີ່ນະຄອນຫຼວງວຽງຈັນ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດຮ່ວມກັບບໍລິສັດບໍລິສັດຊໍາຊຸງເອເລັກໂຕຣນິກຈໍາກັດຜູ້ດຽວຈັດພິທີປິດໂຄງການ Samsung Tech Institute 2019 ແລະ ພ້ອມຄັດເລືອກຜູ້ຊະນະໃນການແຂ່ງຂັນສ້າງແອັບໃນຫົວຂໍ້ສັນສ້າງນະວັດຕະກໍາກ້າວນໍາຍຸກດີຈິຕອນໂດຍການເຂົ້າຮ່ວມຂອງ ທ່ານ ສົມພອນ ກັນທະວົງ ຫົວໜ້າພາກວິຊາວະສະວະກໍາຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ, 

ນວ ຜະລິດນ້ຳປະປາໄດ້ 3,2 ແສນແມັດກ້ອນ ປີໃໝ່ຮຽກຮ້ອງປະຊາຊົນໃຊ້ຢ່າງປະຢັດ

 ເພື່ອເຮັດໃຫ້ການຊົມໃຊ້ນ້ຳໃນໄລຍະບຸນປີໃໝ່ລາວທີ່ຈະມາເຖິງອາທິດໜ້ານີ້ມີຄວາມຄຶກຄື້ນມ່ວນຊື່ນລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນຮຽກ ຮ້ອງທຸກພາກສ່ວນຮ່ວມໃຈເອົາໃຈໃສ່ໃຊ້ນ້ຳຖືກວິທີເພື່ອປະຢັດການໃຊ້ຈ່າຍຄ່ານ້ຳເພີ່ມຂຶ້ນໄລຍະດັ່ງກ່າວ ແລະເພື່ອໃຫ້ຜູ້ທີ່ຢູ່ໃກ້ ແລະໄກໄດ້ຊົມໃຊ້ນ້ຳທົ່ວເຖິງ

ຫາລືວຽກຮ່ວມມືຕ່າງປະເທດໃນຂະແໜງ ຖວທ

  ວັນທີ 10 ເມສາ 2019 ກົມຮ່ວມມືສາກົນໄດ້ຈັດຕັ້ງກອງປະຊຸມແລກປ່ຽນປຶກສາຫາລືໃນການຈັດຕັ້ງປະຕິບັດວຽກງານຮ່ວມມືກັບຕ່າງປະເທດໃນຂະແໜງ ການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຮ່ວມກັບແຂວງພາກກາງ ແລະ ພາກໃຕ້ຈັດຂຶ້ນທີ່ນະຄອນປາກເຊ, ແຂວງຈຳປາສັກ ໃຫ້ກຽດເປັນປະທານ ໂດຍທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດຖະມົນຕີທັງເປັນຜູ້ຊີ້ນຳວຽກງານຮ່ວມມືຕ່າງປະເທດ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ,

ສທຍລ ແລກປ່ຽນບົດຮຽນກັບນັກທຸລະກິດຍິງພາກກາງ ແລະ ພາກໃຕ້

  ເພື່ອເປັນການກະກຽມເປີດກອງປະຊຸມໃຫຍ່ຂອງນັກທຸລະກິດແມ່ຍິງທົ່ວປະເທດປີ 2020 ທັງເປັນການສ້າງເງື່ອນໄຂໃຫ້ມີການຊຸກຍູ້ຊ່ວຍເຫຼືອ ແລະ ປ່ຽນປະ ສົບການດ້ານທຸລະກິດນຳກັນ, ສະມາຄົມນັກທຸລະກິດແມ່ຍິງລາວ (ສທຍລ) ຈິ່ງໄດ້ຈັດຕັ້ງການລົງເຄື່ອນໄຫວພົບປະແລກປ່ຽນບົດຮຽນລະຫວ່າງ ສທຍລ ແລະນັກທຸລະກິດແມ່ຍິງ 6 ແຂວງພາກກາງ ແລະ ພາກໃຕ້ຂຶ້ນໃນວັນທີ 4-5 ເມສາ ທີ່ແຂວງຈຳປາສັກ,

ເປີດກອງປະຊຸມວຽກງານຮ່ວມມືສາກົນດ້ານວຽກງານ ຖວທ ແຂວງພາກກາງ ແລະ ໃຕ້

   ກອງປະຊຸມວຽກງານຮ່ວມມືສາກົນດ້ານວຽກງານ ຖວທ ແຂວງພາກກາງ ແລະ ໃຕ້ໄດ້ຈັດຂຶ້ນໂດຍກົມຮ່ວມມືສາກົນກະຊວງ ຖວທ,  ໃນວັນທີ 10 ເມສາ 2019 ທີ່ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊະມົນຕຣີ ຮອງລັດຖະມົນຕີກະຊວງຖະແລງຂ່າວວັດທະນະທຳ ແລະທ່ອງທ່ຽວ ( ຖວທ ) ຊຶ່ງມີບັນດາຄະນະນໍາພະແນກ ຖວທ ຈາກ 7ແຂວງພາກກາງ ແລະພາກໃຕ້ເຂົ້າຮ່ວມ.