ສອວ ບາສີສູ່ຂວັນອວຍພອນປີໃໝ່

  ວັນທີ 12 ເມສາ 2019 ຜ່ານມານີ້ສະມາຄົມຜູ້ອາຍຸສູງນະຄອນຫຼວງວຽງຈັນ ໄດ້ຈັດພິທີບາສີສູ່ຂວັນໃນໂອກາດປີໃໝ່ລາວເພື່ອສົ່ງທ້າຍປີເກົ່າ ພສ 2561 ແລະຕ້ອນຮັບປີໃໝ່ ພສ 2562 ໂດຍການເຂົ້າຮ່ວມຂອງ ທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມສະມາຄົມຜູ້ອາຍຸສູງນະຄອນຫຼວງວຽງຈັນ ບັນດາທ່ານການນຳພັກ-ລັດ, ແຂກອາວຸໂສ ແລະສະມາຊິກ ສອວ ເຂົ້າຮ່ວມ.

ສຳເລັດເກືອບ 60% ເຈາະອຸໂມງທາງລົດໄຟລາວ-ຈີນ ໄລຍະຜ່ານອຸດົມໄຊ

ແລວທາງລົດໄຟລາວ-ຈີນຜ່ານ ແຂວງອຸດົມໄຊ ມີຄວາມຍາວທັງໝົດ 126,6 ກິໂລແມັດໃນນີ້ມີອຸໂມງ 32 ແຫ່ງ, ຄວາມຍາວ 84,9 ກິໂລແມັດກວມ 44% ຂອງຄວາມຍາວອຸໂມງລວມທັງໝົດຂອງໂຄງການຊຶ່ງມາຮອດປະຈຸບັນການກໍ່ສ້າງແມ່ນສຳເລັດແລ້ວປະມານ 49,8 ກິໂລແມັດ, ເທົ່າກັບ 58,7% ຂອງຄວາມຍາວອຸໂມງທັງໝົດພາຍໃນແຂວງ.

ທຫລ ມອບບັດໃຫ້ສະມາຊິກພັກ

 ອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງການມອບ-ຮັບບັດ ສະມາຊິກພັກ ຄັ້ງທີ VII ໃຫ້ບັນດາສະມາຊິກພັກຜູ້ທີ່ມີເງື່ອນໄຂ, ມາດ ຖານຄົບຖ້ວນຂຶ້ນໃນວັນທີ 9 ເມສາ 2019 ທີ່ສະໂມສອນສະຖາບັນການທະນາຄານໂດຍການໃຫ້ກຽດມອບຂອງສະຫາຍ ນາງ ວັດທະນາ ດາລາລອຍ ຄະນະປະຈໍາພັກ , ຮອງຜູ້ວ່າການ ທຫລ ພ້ອມນີ້, ກໍ່ມີບັນດາຄະນະພັກ,ຄະນະພັກຮາກຖານ-ຄະນະໜ່ວຍພັກຮາກຖານ ແລະຕາງໜ້າບັນດາສະຫາຍສະມາຊິກພັກອົງຄະນະພັກ ທຫລ ເຂົ້າຮ່ວມ.

ອິນທຣາໂຄໂປເຣຊັນ ສຳປະທານແຫຼ່ງທ່ອງທ່ຽວຫຼາຍແຫ່ງຢູ່ຫີນບູນ

  ບໍລິສັດອິນທຣາໂຄໂປເຣຊັນຈຳກັດຜູ້ດຽວໄດ້ຮັບອະນຸມັດໃນການສຳປະທານ ແລະພັດທະນາແຫຼ່ງທ່ອງທ່ຽວ ແລະ ການພັດທະນາກະສິກຳແບບອະນຸລັກທຳມະ ຊາດ, ຍືນຍົງ, ສີຂຽວໂດຍການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າໃນໂຄງການ The Green World @ Kham ouane ໃນເຂດຂຸນກອງແລງ, ຂຸນແຂ້, ວັງນ້ຳຕົກ (ຖ້ຳຫຼວງ), ຂຸນນ້ຳປະກັນ, ຕາດຄອນແກ້ວ, ພູຄອຍຊູ້, ພູຜາຊ້າງ ແລະພູຜາດ້າງເມືອງຫີນບູນ ແຂວງຄຳມ່ວນ.

ສຶກສາເຕັກນິກ, ຜົນກະທົບສິ່ງແວດລ້ອມ ແລະສັງຄົມໂຄງການສາຍສົ່ງ

ວັນທີ11 ເມສາຜ່ານມາທີ່ກະຊວງພະລັງງານ ແລະບໍ່ແຮ່ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ-ເສດຖະກິດ ແລະສຶກສາຜົນກະທົບເບື້ອງຕົ້ນດ້ານສິ່ງແວດລ້ອມ ແລະສັງຄົມຂອງໂຄງການສາຍສົ່ງລະຫວ່າງກະຊວງພະລັງງານ ແລະບໍ່ແຮ່ 

ນາຍົກ ຮ່ວມສະຫຼອງບຸນປີໃໝ່ລາວທີ່ອຸດົມໄຊ

ວັນທີ 13 ເມສາຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະພັນລະຍາໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດງານມະຫາສົງການສືບສານປະເພນີເດືອນ 6 ຕົກປີໃໝ່ບຸນບັ້ງໄຟປະສານໃຈພັດທະນາ (ງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562) ທີ່ສະໜາມກິລາແຂວງ, 

ປະທານປະເທດ ອ່ານສານອ່ວຍພອນປີໃໝ່ລາວ

  ໃນວັນທີ 11 ເມສາ 2019, ທີ່ທຳນຽມປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ອ່ານສານອວຍພອນປີໃໝ່ລາວ ພສ 2562 ເພື່ອເປັນສິລິມຸງຄຸນ ແລະ ນຳເອົາຄວາມສາມັກຄີອັນອົບອຸ່ນຄວາມເປັນຫ່ວງເປັນໄຍອັນບໍລິສຸດ, ຝາກຄວາມຢື້ຢາມຖາມຂ່າວ ແລະ ສົ່ງພອນໄຊອັນປະເສີດມາຍັງປະຊາຊົນລາວບັນດາເຜົ່າທີ່ຢູ່ພາຍໃນ ແລະຕ່າງປະເທດ, ທັງຊາວຕ່າງປະເທດທີ່ພວມດໍາລົງຊີວິດ ແລະປະຕິບັດພາລະກິດຂອງຕົນຢູ່ ສປປ ລາວ

ໂຮງໝໍມິຕະພາບກຽມພ້ອມຮັບຮອງຄົນເຈັບສຸກເສີນຊ່ວງປີໃໝ່

  ໃນໂອກາດສະເຫຼີມສະຫຼອງບຸນເທສະການບຸນປີໃໝ່ລາວໂຮງໝໍມິດຕະພາບ (150 ຕຽງ) ແມ່ນໄດ້ກຽມຄວາມພ້ອມຫຼາຍດ້ານເພື່ອຮອງຮັບຄົນເຈັບສຸກເສີນໂດຍສະເພາະເກີດຈາກອຸບັດເຫດຊຶ່ງໃນນັ້ນແມ່ນໄດ້ແບ່ງພະແນກສຸກເສີນອອກເປັນສອງຟາກຄື: ສຸກເສີນສະເພາະກະທົບດ້ວຍອຸບັດເຫດ ແລະສຸກເສີນພາຍ ໃນ.

ທພລ ເປີດໜ່ວຍບໍລິການ ອີ່ໄລ

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນກໍ່ຄືເພື່ອສ້າງເງື່ອນໄຂສະດວກ-ວ່ອງໄວ ໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະພໍ່ຄ້າຊາວຂາຍໃນທົ່ວເມືອງນາຊາຍທອງ; ທະນາຄານພັດທະນາລາວ (ທພລ) ຈິ່ງໄດ້ສ້າງຕັ້ງໜ່ວຍບໍລິການອີ່ໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຂຶ້ນ.

ຊຳຊຸງປິດຊຸດຝືກອົບຮົມ

 ວັນທີ 10 ເມສາ 2019 ທີ່ນະຄອນຫຼວງວຽງຈັນ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດຮ່ວມກັບບໍລິສັດບໍລິສັດຊໍາຊຸງເອເລັກໂຕຣນິກຈໍາກັດຜູ້ດຽວຈັດພິທີປິດໂຄງການ Samsung Tech Institute 2019 ແລະ ພ້ອມຄັດເລືອກຜູ້ຊະນະໃນການແຂ່ງຂັນສ້າງແອັບໃນຫົວຂໍ້ສັນສ້າງນະວັດຕະກໍາກ້າວນໍາຍຸກດີຈິຕອນໂດຍການເຂົ້າຮ່ວມຂອງ ທ່ານ ສົມພອນ ກັນທະວົງ ຫົວໜ້າພາກວິຊາວະສະວະກໍາຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ,