ສກຈຮ ຈຳປາສັກ ມອບເງິນຊ່ວຍເຫຼືອວຽກງານຕ້ານການລະບາດໂຄວິດ-19

  ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ຈໍາປາສັກຈໍາກັດ ໄດ້ມອບເງິນຈໍານວນ 30 ລ້ານກີບ ໃຫ້ແກ່ແຂວງຈໍາປາສັກ ເພື່ອປະກອບສ່ວນຊ່ວຍເຫຼືອວຽກງານຕ້ານ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19.

ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

  ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ໄດ້ຈັດຂຶ້ນໃນວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຄື່ອນໄຫວເຮັດວຽກຢູ່ເມືອງຍົມມະລາດ

   ໃນວັນທີ 11 ສິງຫາຜ່ານມາທ່ານ ຄຳພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມເມືອງຍົມມະລາດແຂວງຄໍາມ່ວນໂດຍເປັນກຽດຕ້ອນຮັບຂອງທ່ານ ບຸນທັນ ສຸວັນນະລາດ ເລຂາຄະນະບໍລິຫານງານພັກເມືອງ,ເຈົ້າເມືອງໆຍົມມະລາດຊຶ່ງມີບັນດາທ່ານຄະນະປະຈຳພັກເມືອງ, 

ສາລະວັນ ເລີ່ມຂຶ້ນທະບຽນພະພຸດທະຮູບ

  ເພື່ອເຮັດໃຫ້ການຄຸ້ມຄອງ ແລະປົກປັກຮັກສາວັດຖຸເກົ່າແກ່ທີ່ມີຄຸນຄ່າທາງດ້ານຈິດໃຈຂອງທ້ອງຖິ່ນໃຫ້ຍືນຍົງໄວ້ເຊັ່ນລູກເຊັ່ນຫຼານເປັນຕົ້ນແມ່ນພະພຸດທະຮູບທີ່ເປັນມໍລະ ດົກຂອງຊາດກໍ່ຄືຂອງທ້ອງຖິ່ນ ແລະເປັນທີ່ຂາບໄຫວ້ສັກກະລະບູຊາທັງເປັນການຂຶ້ນບັນຊີພະພຸດທະຮູບເກົ່າແກ່,ວັດຖຸບູຮານຕ່າງໆ 

6 ເດືອນຕົ້ນປີ ສ່ວຍສາອາກອນໄຊຍະບູລີເກັບລາຍຮັບໄດ້ 41,01%

  ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນປະຈຳແຂວງໄຊຍະບູລີໄດ້ໃຫ້ຮູ້ວ່າ: ສ່ວຍສາອາກອນແຂວງໄດ້ຮັບຕົວເລກແຜນເກັບລາຍຮັບເບື້ອງຕົ້ນ 251 ຕື້ກວ່າກີບ ຜ່ານການຈັດເກັບລາຍຮັບ 6 ເດືອນຕົ້ນປີສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 102 ຕື້ກວ່າກີບ ເທົ່າກັບ 41,01% ຂອງແຜນການປີ,

ທະນາຄານແຫ່ງ ສປປ ລາວ ສຳເລັດກອງປະຊຸມສຳມະນາວິຊາສະເພາະ

  ອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງກອງປະຊຸມສໍາມະນາວິຊາສະເພາະເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກ ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ຊຶ່ງກອງປະຊຸມສໍາມະນາວິຊາສະເພາະໄດ້ຈັດຂຶ້ນວັນທີ 11 ສິງຫາ 2020

ເຈດີບີ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອໄພນໍ້າຖ້ວມທີ່ໄຊຍະບູລີ

   ໃນວັນທີ 10 ສິງຫາ 2020 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ຫຼື JDB ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈໍານວນ 100 ລ້ານກີບ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນແຂວງໄຊຍະບູລີທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ,ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີທ່ານ ພົງສະຫວັນ ສິດພະວົງ ເຈົ້າແຂວງໄຊຍະບູລີ,

ຫຼວງພະບາງ ໂຈະງານບຸນຊ່ວງເຮືອປະເພນີທີ່ຍຶ່ງຄານ

   ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອໂຄວິດ-19 ໃນທົ່ວໂລກຍັງມີຕົວເລກເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຄືບັນດາປະເທດເພື່ອນບ້ານໃກ້ຄຽງ ແລະເພື່ອປະຕິບັດຕາມຄໍາສັ່ງຂັ້ນເທິງໃນການພ້ອມກັນປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຊຶ່ງໃນປີ 2020 ນີ້ທາງນະຄອນຫຼວງພະບາງ 

ຍົກລະດັບຄວາມຮູ້ການພັດທະນາເວັບໄຊ

   ພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງສາລະວັນໄດ້ຈັດຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບການພັດທະນາເວັບໄຊ ແລະການນຳໃຊ້ໂປຣແກຣມຕ່າງໆໃຫ້ແກ່ພະ ນັກງານທ້ອງຖິ່ນປະຈຳປີ 2020 ພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 10 ສິງຫາ 2020 ທີ່ຫ້ອງປະຊຸມຂອງຕົນ

ໂຄງການສ້ອມແປງຄອງຊົນລະປະທານເຊສາລາລອງ ຄືບໜ້າ 50%

  ໃນວັນທີ 7 ສິງຫາ 2020, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດພ້ອມຄະນະໄດ້ລົງເຄື່ອນໄຫວຊີ້ນຳວຽກງານຢູ່ທີ່ເມືອງທ່າປາງທອງພ້ອມທັງຕິດ ຕາມສະພາບການຟື້ນຟູຊົນລະປະທານເຊສາລາລອງໂດຍການຕ້ອນຮັບຈາກທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງພ້ອມຄະນະການນຳ