ວັນທີ 25 ກັນຍາຜ່ານມາທີ່ນະຄອນຫຼວງວຽງຈັນໄດ້ມີພິທີເປີດໂຕລາຍການໂທລະພາບ “ເຮືອນຂອງຂ້ອຍ “ສຳລັບເດັກກ່ອນໄວຮຽນໃຫ້ກຽດເຂົ້າຮ່ວມເປັນປະທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ,

ເທຣດເຊີລາວ ມອບເງິນ 300 ລ້ານກີບ ຊຸກຍູ້ກອງປະຊຸມໃຫຍ່ແຂວງຫຼວງພະບາງ

 ກຸ່ມບໍລິສັດ ເທຣດເຊີລາວ ໄດ້ມອບເງິນ ຈໍານວນ 300 ລ້ານກີບ ເພື່ອຊຸກຍູ້ໃຫ້ແກ່ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຫຼວງພະບາງຄັ້ງທີ່ VIII ທີ່ຈະຈັດຂຶ້ນໃນມໍ່ໆນີ້ແນໃສ່ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປດ້ວຍຜົນສໍາເລັດຕາມຄາດໝາຍ.

   ສະຫາຍ ໄຊນະຄອນ ສຸດທິດາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄດ້ໃຫ້ສໍາພາດຕໍ່ທີມຂ່າວພວກເຮົາວ່າງບໍ່ດົນນີ້ວ່າໃນຕະຫຼອດໄລຍະ 5 ປີຜ່ານມາຄະນະຊາວ ໜຸ່ມ ສປປ ລາວ ແຂວງຫຼວງພະບາງ ໂດຍປະຕິບັດຕາມພາລະບົດບາດໜ້າທີ່ໃນການສຶກສາອົບຮົມການເມືອງແນວຄິດ

ຈະພັດທະນາຕາດໝາໄນໃຫ້ເປັນແຫຼ່ງທ່ອງທ່ຽວໜ້າສົນໃຈອີກແຫ່ງຢູ່ທ່າແຕງ

    ແຫຼ່ງທໍາມະຊາດຕາດໝາໃນຢູ່ເມືອງທ່າແຕງແຂວງເຊກອງຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດອີກແຫ່ງໜຶ່ງໂດຍບໍລິສັດ ແກ້ວທະວີຊັບກໍ່ສ້າງ ແລະສ້ອມແປງຂົວ-ທາງຈຳກັດຜູ້ດຽວໄດ້ສະເໜີເຈດຈຳນົງເພື່ອພັດທະນາຊຶ່ງຫຼ້າສຸດໃນວັນທີ24 ກັນຍາ ຜ່ານມາທີ່ເມືອງທ່າແຕງ

ດີພີແອວ ເດີນໜ້າສືບຕໍ່ຂະຫຍາຍຄູ່ຮ່ວມທຸລະກິດ

  ໃນຕອນເຊົ້າຂອງວັນທີ 25 ກັນຍາ 2020 ທີ່ບໍລິສັດພົງສະຫວັນປະກັນໄພ (ເອພີເອໄດ້ມີພິທີລົງນາມເຊັນສັນຍາຄູ່ຮ່ວມທຸລະກິດລະຫວ່າງບໍລິສັດ ດີພີແອວ ໂບຼກເກີ ລາວຈຳກັດຜູ້ດຽວ ແລະບໍລິສັດ ພົງສະຫວັນປະກັນໄພ (ເອພີເອ)

ນາຍົກ ເນັ້ນຫຼາຍບັນຫາຕໍ່ ສຄອຊ ຊຸດໃໝ່ໃຫ້ສືບຕໍ່ແກ້ໄຂ

 ກອງປະຊຸມໃຫຍ່ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວຄັ້ງທີ VIII ຈັດຂຶ້ນໃນວັນທີ 25 ກັນຍານ 2020 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ,

ເອຊີລີດາ ລາວພັດທະນາແອັບທັນໃຈເພີ່ມເຕີມຕື່ມເພື່ອເປັນທະນາຄານໃນມືລູກຄ້າແທ້ຈິງ

 ແອັບເທິງມືຖື ຫຼືການບໍລິການເທິງມືຖືແມ່ນການບໍລິການທີ່ໃຫ້ບໍລິການໂດຍທະນາຄານ ຫຼືສະຖາບັນການເງິນອື່ນໆທີ່ຊ່ວຍໃຫ້ລູກຄ້າສາມາດດຳເນີນທຸລະກຳທາງດ້ານການເງິນໄດ້ໂດຍໃຊ້ອຸປະກອນມືຖືເຊັ່ນໂທລະສັບສະມາດໂຟນ ຫຼືແທັບເລັດຊຶ່ງສາມາດເຮັດທຸລະກຳໄດ້ຕະຫຼອດ 24 ຊົ່ວໂມງ.

    ທ່ານ ແສງຈັນ ອິນສີມີໄຊ ປະທານສານປະຊາຊົນແຂວງຫຼວງພະບາງໃຫ້ສຳພາດຕໍ່ທີມຂ່າວພວກເຮົາວ່າງບໍ່ດົນນີ້ວ່າໃນ 5 ປີຜ່ານມາຄະນະນໍາສານປະຊາຊົນແຂວງຫຼວງພະບາງໄດ້ເອົາໃຈໃສ່ຊີ້ນຳໆນຳພາວຽກງານຂອງສານເຮັດໃຫ້ພະນັກງານຜູ້ພິພາກສາມີທັດສະນະລັກໝັ້ນ

ບໍ່ຄຳ-ທອງເຊໂປນກັບຄືນມາຂຸດຄົ້ນຄຳອີກຄັ້ງ

  ບໍ່ດົນຜ່ານມານີ້ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ພ້ອມທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະ ມົນ ຕີ ແລະທ່ານ ທ່ອນແກ້ວ ພຸດທະໄກຍາລາດຮອງເຈົ້າ ແຂວງໆສະຫວັນນະເຂດ ໄດ້ລົງກວດກາການພັດທະນາບໍ່ຄຳ-ທອງເຊໂປນ

ຫຼວງພະບາງຖືກຢັ້ງຢືນເປັນຖິ່ນກຳເນີດຜ້າໄໝ

  ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນຖິ່ນກຳເນີດຜ້າໄໝຫຼວງພະບາງໃຫ້ແກ່ສະມາຄົມສົ່ງເສີມຜ້າໄໝຫຼວງພະບາງຂຶ້ນວັນທີ 23 ກັນຍາ 2020 ນີ້