ຍ້ອນພັກ-ລັດ ທຸລະກິດເຄແອນບີເຟີນີເຈີ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ

 ພັກ ແລະລັດຖະບານແຫ່ງ ສປປ ລາວ ຍາມໃດກໍໄດ້ໃຫ້ຄວາມສຳຄັນ ແລະໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ກຳລັງການຜະລິດ ຂະຫຍາຍຕົວຢ່າງແຂງແຮງ, 

ນາຍົກລົງຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ສະຫວັນນະເຂດ

 ໃນວັນທີ 23 ຕຸລາ 2020 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງພື້ນທີ່ເມືອງເຊໂປນ, ແຂວງສະຫວັນນະເຂດ 

ຈຳພອນ 16 ບ້ານ ຖືກຜົນກະທົບນໍ້າຖ້ວມ

   ເມືອງຈຳພອນ ມີ 16 ບ້ານຖືກຜົນກະທົບນໍ້າຖ້ວມນັບແຕ່ວັນທີ 13-21 ຕຸລາ 2020 ຜ່ານມາ ເນື່ອງຈາກມີຝົນຕົກໜັກຕໍ່ເນື່ອງກັນຫຼາຍວັນລະດັບນໍ້າເຊກອກເພີ່ມ ຂຶ້ນວັດແທກໄດ້ 10,02 ແມັດ ເຮັດໃຫ້ປະຊາຊົນ 16 ບ້ານ, 1.066 ຫຼັງຄາ, ຈຳນວນພົນລະເມືອງ 4.057 ຄົນ 

ເຊກອງ ກວດພົບແປ້ງນົວປອມ

   ວັນທີ 21 ຕຸລາ 2020 ຄະນະກໍາມະການຄຸ້ມຄອງຊັບສິນທາງປັນຍາແຂວງເຊກອງຊຶ່ງນໍາໂດຍທ່ານ ວຽງໄຊ ວໍລະສິງ ຮອງຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງໄດ້ລົງກວດກາສິນຄ້າປອມແປງເຄື່ອງໝາຍການຄ້າຢູ່ຕາມຮ້ານຂາຍຍ່ອຍ-ຂາຍຍົກ 24 ຮ້ານຢູ່ 2 ຕະຫຼາດ

ເຈດີບີ ມອບເຄື່ອງຊ່ວຍເຫຼືອໄພນໍ້າຖ້ວມສະຫວັນນະເຂດ

  ໃນວັນທີ 21 ຕຸລາ 2020 ທີ່ສໍານັກງານອົງການປົກຄອງແຂວງສະຫວັນນະເຂດທະນາຄານຮ່ວມພັດທະນາ ຫຼື JDB ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມທີ່ແຂວງສະຫວັນນະເຂດຊຶ່ງມອບໂດຍທ່ານ ຖາວອນ ອ້ວນມາລາ ຄະນະຜູ້ບໍລິຫານທະນາຄານຮ່ວມພັດທະນາ,

ໄຊສົມບູນ ໄຂກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງ

    ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ຕຸລາຜ່ານມາທີ່ສະໂມສອນ ເມືອງອະນຸວົງ ແຂວງໄຊສົມບູນຊຶ່ງດໍາເນີນພາຍໃຕ້ການເປັນປະທານຂອງ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເລຂາຄະນະບໍລິຫານງານພັກແຂວງ, 

ປະເທດອາຊຽນ ຫາລືວຽກວັດທະນະທຳ ແລະສີລະປະ

  ກອງປະຊຸມທາງໄກ ລັດຖະມົນຕີ ຮັບຜິດຊອບວຽກງານວັດທະນະທຳ ແລະສິລະປະອາຊຽນຄັ້ງທີ 9 ພາຍໃຕ້ຫົວຂໍ້ “ຜົນກະທົບຂອງໂຄວິດ-19 ແລະທິດທາງຕໍ່ໜ້າຢູ່ໃນຂົງເຂດວຽກງານວັດທະນະທຳ ແລະສິລະປະ”, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ຕຸລາ 2020

ສະຫາຍ ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານ ແຂວງສະຫວັນນະເຂດ

   ໃນວັນທີ 21-22 ຕຸລາ 2020 ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງສະຫວັນນະເຂດທ້າຍສະໄໝທີ VIII; ໂດຍມີສະຫາຍ ສັນຕິພາບ ພົມວິຫານ,

ອ້າງເປັນຜູ້ຕາງໜ້າໄຟຟ້າລາວ ຫຼອກລວງເອົາເງິນປະຊາຊົນເສຍຫາຍ 60 ລ້ານກວ່າກີບ

 ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງ ແລະແຂວງໄຊຍະບູລີ ໄດ້ກັກຕົວ ທ້າວ ໄຊຄຳ ມຸງຄຸນ ອາຍຸ 46 ປີ ອາຊີບປະຊາຊົນ ບ້ານໃໝ່ໜອງຄວາຍ ເມືອງວຽງຄຳ ແຂວງວຽງຈັນ ມາດຳເນີນການສືບສວນ-ສອບສວນ ເມື່ອວັນທີ 4 ກໍລະກົດ 2020 ຜ່ານມາໃນຂໍ້ຫາສໍ້ໂກງຊັບພົນລະເມືອງຜົນເສຍຫາຍ 63,2 ລ້ານກີບ.

ອັດຕາຄວາມທຸກຍາກໃນລາວສືບຕໍ່ຫຼຸດລົງແຕ່ຄວາມຄືບໜ້າຍັງໜ້າເປັນຫ່ວງ

  ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໂດດເດັ່ນໃນການຫຼຸດຜ່ອນຄວາມທຸກຍາກໃນໄລຍະເວລາ 25 ປີຜ່ານມາ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019.