ສົນທະນາດີຈີຕອລ ຟິກແທກ 2021

 ວັນທີ 27 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ ສະມາຄົມການຄ້າໄອຊີທີລາວໄດ້ຈັດພິທີສົນທະນາດີຈີຕອລ ໃນຫົວຂໍ້ຟິກແທກ 2021 ກ່ຽວກັບເຕັກໂນໂລຊີດ້ານການເງິນ ແລະໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືເພື່ອພັດທະນານະວັດຕະກໍາ ແລະການທົດສອບ (Reguiatory Sandbox

ທ່ານ ຈຸລິນ ເດີນໜ້າສັ່ງການຂະຫຍາຍການສົ່ງອອກໝາກໄມ້ໄທໃນຕ່າງປະເທດ ເນັ້ນຊ່ອງທາງ Supermarket ແລະອອນລາຍ

  ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງພານິດເລັ່ງຊຸກຍູ້ການສົ່ງອອກໝາກໄມ້ໄທໃນຕ່າງປະເທດເພື່ອຊ່ວຍເຫຼືອການກະເສດໂດຍໄດ້ສັ່ງການໃຫ້ກົມສົ່ງເສີມການຄ້າລະຫວ່າງປະເທດໂດຍສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ

ບໍ່ແກ້ວ ປ່ອຍ 63% ໃຫ້ກອງທຶນສິນເຊື່ອບ້ານ

  ຜູ້ສື່ຂ່າວພວກເຮົາໄດ້ສໍາພາດ ທ່ານ ສັງຄີ ວົງສະນິດ ຜູ້ປະສານງານການເງິນຊົນນະບົດຂັ້ນແຂວງປະຈຳແຂວງບໍ່ແກ້ວໄດ້ໃຫ້ຮູ້ວ່າ: ໂດຍໄດ້ຮັບການສະໜັບສະໜູນຂອງແຜນງານພັດທະນາທ້ອງຖິ່ນລາວ / 030 ປະຈຳຢູ່ແຂວງບໍ່ແກ້ວພາຍໃຕ້ການຮ່ວມມືລະຫວ່າງກະຊວງແຜນການ ແລະການລົງທຶນ

ເມືອງກາສີ ທຳລາຍ ແລະຍຶດໄມ້ຜິດກົດໝາຍ

   ໂດຍປະຕິບັດຕາມຄຳສັ່ງ ເລກທີ 15/ນຍ ລົງວັນທີ ວ່າດ້ວຍການເພີ່ມທະວີເຂັ້ມງວດໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້

ເຊັນບົດບັນທຶກຮ່ວມມືຄົ້ນຄວ້າວິທະຍາສາດ 4 ຝ່າຍ ແລະສຳມະນາວິທະຍາສາດ "ຄວາມໝັ້ນຄົງດ້ານການເມືອງ ເປັນພື້ນຖານແຫ່ງການພັດທະນາປະເທດຊາດ”

   ພິທີເຊັນບົດບັນທຶກການຮ່ວມມືການຄົ້ນຄວ້າວິທະຍາສາດ 4 ຝ່າຍ ເຊິ່ງປະກອບມີວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ; ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະວິທະຍາຄານຕຳຫຼວດປະຊາຊົນ

ອາເມລິກາ ຊ່ວຍລາວ 129 ແສນໂດລາ ອະນຸລັກມໍລະດົກທົ່ງໄຫຫີນ

   ສະຫະລັດອາເມລິກາໄດ້ປະກາດທີ່ຈະມອບທຶນຈໍານວນ 129.000 ໂດລາ ໃນການອະນຸລັກຮັກສາແຫຼ່ງບູຮານສະຖານ (500 BC-500AD) ທົ່ງໄຫຫີນມໍລະດົກໂລກ UNESCO ແຂວງຊຽງຂວາງ, ຊຶ່ງທຶນນີ້ເປັນສ່ວນໜຶ່ງຂອງກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP).

ສທໜຊ ຮ່ວມຈັບມືທະນາຄານຫວຽດຕິນລາວ

   ເພື່ອສົ່ງເສີມໄວໜຸ່ມໃນທຸລະກິດ ແລະເພື່ອຊຸກຍູ້ການເຕີບໂຕໃຫຍ່ທາງດ້ານເສດຖະກິດໃນວັນທີ 26 ສິງຫາຜ່ານມາທາງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ( ສທໜຊ)ຈັດພິທີເຊັນສັນຍາລະຫວ່າງທະນາຄານຫວຽດຕິນລາວ ຈໍາກັດ 

ໂຮງງານກາເຟດາວ ຜະລິດເຖິງ 3,5 ພັນໂຕນຕໍ່ປີ

  ໂຮງງານກາເຟສຳເລັດຮູບກາເຟດາວ ຢູ່ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ພາຍຫຼັງສ້າງຕັ້ງມາເກືອບ 10 ປີ ເວລານີ້ມີສວນກາເຟຂອງກຸ່ມກວ່າ 200 ເຮັກຕາ ສາມາດສ້າງວຽກເຮັດງານທຳແກ່ແຮງງານພາຍໃນໂຮງງານ 500 ກວ່າຄົນ ໂດຍໂຮງງານແຫ່ງນີ້ສາມາດຜະລິດກາເຟສຳເລັດຮູບໄດ້ 3,5 ພັນໂຕນຕໍ່ປີ.

ເສີມຄວາມເຂົ້າໃຈກົດໝາຍພາສີ

     ວັນທີ 26 ສິງຫາ 2021 ກົມພາສີກະຊວງການເງິນ, ໄດ້ຈັດກອງປະຊຸມເຜີຍແຜ່ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີສະບັບປັບປຸງເລກທີ 81/ສພຊ, ຜ່ານລະບົບກອງປະຊຸມທາງໄກ, ໂດຍການເປັນປະທານຂອງ ທ່ານ ຄໍາມິດ ໄຊອາສາ ຮອງຫົວໜ້າກົມພາສີກະຊວງການເງິນ, 

5 ປີ ເສຍຫາຍກວ່າ 5 ພັນຕື້ກີບ ຍ້ອນໄພພິບັດ

   ບັນຫາໄພພິບັດ ແລະຄວາມສ່ຽງຈາກການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນແມ່ນໄພນໍ້າຖ້ວມ, ແຜ່ນດິນໄຫວ, ລົມພາຍຸພັດ, ການລະບາດຂອງພະຍາດອື່ນໆ ມີຄວາມຮຸນແຮງ ແລະເພີ່ມຂຶ້ນເລື້ອຍໆຢູ່ ສປປ ລາວ ສະເພາະ 5 ປີ ຜ່ານມາສ້າງຄວາມເສຍຫາຍກວ່າ 5 ພັນຕື້ກີບ ພ້ອມນັ້ນຍັງມີຜູ້ເສຍຊີວິດ 1 ຮ້ອຍກວ່າຄົນ.